Monthly Archives: August, 2020

ທ່ານ ນາງ Catherine Chen ກໍາມະການ ບໍລິສັດ ຫົວເຫວີຍ ຮ່ວມແບ່ງປັນວິໄສທັດແຫ່ງໂລກອະນາຄົດ

ວັນທີ 29 ກໍລະກົດ 2020 ທີ່ເຊິນເຈິນ ປະເທດຈີນ, ທ່ານ ນາງ Catherine Chen ຮອງປະທານອາວຸໂສ ແລະ ກໍາມະການ ບໍລິສັດ ຫົວເຫວີຍ ຂຶ້ນກ່າວໃນງານ Better World Summit 2020 ເຊິ່ງຈັດຂຶ້ນໃນຮູບແບບອອນລາຍ ໂດຍ ທ່ານນາງ Chen...

ຜົນໂຄວິດ-19 ສົ່ງຜົນແຮງງານອຸດົມໄຊ 2 ພັນກວ່າຄົນວ່າງງານ

ການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບຫຼາຍດ້ານຕໍ່ປະເທດລາວເຮົາ ບໍ່ວ່າຈະເປັນ ດ້ານເສດຖະກິດ, ວັດທະນະທໍາສັງຄົມ, ອາຊີບວຽກງານຂອງພໍ່ແມ່ປະຊາຊົນ ເວົ້າສະເພາະແຂວງອຸດົມໄຊ ມີແຮງງານໄດ້ຮັບຜົນກະທົບບໍ່ມີວຽກເຮັດງານທໍາເຖິງ 2.000 ກວ່າຄົນ. ທ່ານ ອຸດົມ ສຸວັນນະຫຼິນ ຫົວໜ້າຂະແໜງພັດທະນາສືມືແຮງງານ ແລະ ການຈັດຫາງານ ທັງເປັນກອງເລຂາຕ້ານການສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອວັນທີ 30 ກໍລະກົດ 2020 ທີ່ຜ່ານມາວ່າ: ແຂວງອຸດົມໄຊ ມີກໍາລັງແຮງງານທັງໝົດ 201.534...

ເມນູ “ແຊນວິດ” ເມນູຮີບດ່ວນໃນຍາມຮູ້ສຶກຫິວ

ເປັນອີກເມນູໜຶ່ງທີ່ຊ່ວຍບັນເທົາຄວາມຫິວໃນຍາມເລັ່ງດ່ວນ ກໍຄືຍາມເຊົ້າທີ່ທຸກຄົນຕ່າງກໍຮີບຟ້າວໄປການ ຫຼື ໄປໂຮງຮຽນ ແຊນວິດກໍຊ່ວຍໃຫ້ທ່ານອິ່ມທ້ອງ ແລະ ສາມາດເຮັດວຽກຕໍ່ໄດ້ ເຮົາມາເບິ່ງສ່ວນປະສົມໃນການເຮັດແຊນວິດໄປພ້ອມກັນເລີຍ. ສ່ວນປະສົມປະກອບມີ ໄຂ່ແດງ 2 ໜ່ວຍ, ນ້ຳຕານໄອຊິ້ງ 80 ກຣາມ, ນົມຂຸ້ນຫວານ 85 ກຣາມ, ນ້ຳສົ້ມສາຍຊູ 2 ບ່ວງຊາ, ເກືອ 3 ກຣາມ, ພິກໄທຂາວບົດ3ກຣາມ,...

ຕິດເຊື້ອພະຍາດໃນກະແສເລືອດ ຮ້າຍແຮງເຖິງຊີວິດ ເກີດຂຶ້ນໄດ້ແນວໃດ?

ສາເຫດຂອງການຕິດເຊື້ອພະຍາດໃນກະແສເລືອດ ໂດຍທົ່ວໄປອາດເກີດໄດ້ຈາກຫຼາຍສາເຫດ ເຊັ່ນ ຕິດເຊື້ອແບັດທີເຣຍ, ເຊື້ອຣາ, ເຊື້ອໄວຣັສ ການຜ່າຕັດ ພາວະພູມຄຸ້ມກັນມີບັນຫາ ຜູ້ປ່ວຍສູງອາຍຸ ຜູ້ປ່ວຍທີ່ມີພະຍາດຊ້ຳເຮື້ອ ຫຼື ໃສ່ອຸປະກອນຕ່າງໆ ເຂົ້າສູ່ຮ່າງກາຍແມ່ນມີໂອກາດຕິດເຊື້ອພະຍາດໃນກະແສເລືອດສູງ. ທັ້ງນີ້ ເມື່ອເກີດການຕິດເຊື້ອຈະສາມາດກະຈາຍໄປທົ່ວຮ່າງກາຍໄດ້ຢ່າງໄວວາ ເຮັດໃຫ້ອຸນຫະພູມໃນຮ່າງກາຍບໍ່ສະໝ່ຳສະເໝີ ແລະ ຜູ້ປ່ວຍທີ່ມີພາວະຄວາມດັນເລືອດຕ່ຳຢ່າງຮ້າຍແຮງຈາກການຕິດເຊື້ອໃນກະແສເລືອດດັ່ງກ່າວ ມັກຈະນຳໄປສູ່ພາວະການເຮັດວຽກຂອງອະໄວຍະວະຕ່າງໆ ລົ້ມເລວ ໝົດສະຕິ ແລະ ອາດເຮັດໃຫ້ເສຍຊີວິດໄດ້. ການຕິດເຊື້ອໃນກະແສເລືອດແມ່ນຫຍັງ? ຮ້າຍແຮງຊ່ຳໃດ? ພາວະຄວາມດັນເລືອດຕ່ຳຈາກການຕິດເຊື້ອໃນກະແສເລືອດ ມັກມີໄຂ້ສູງ ໜາວ...

ສະຫາຍ ພັອ ສຸກພະຈັນ ບຸດດາຄໍາ ໄດ້ຮັບເລືອກເປັນເລຂາຄະນະພັກ ປກສ ນະຄອນຫຼວງວຽງຈັນ

ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໄຂຂຶ້ນໃນວັນທີ 30 ກໍລະກົດ 2020 ຜ່ານມາ ທີ່ສະໂມສອນກອງບັນຊາການ ປກສ ນວ, ໂດຍການເປັນປະທານຂອງ ສະຫາຍ ພັອ ສຸກພະຈັນ ບຸດດາຄໍາ ຮັກສາການເລຂາຄະນະພັກ ປກສ ນວ ຫົວໜ້າກອງບັນຊາການ ປກສ...

ເລີ່ມມື້ນີ້ ລົງທະບຽນເສັງເຂົ້າ ມຊ ປີນີ້ຈະຮັບພຽງ 8.000 ຄົນ

ມະຫາວິທະຍາໄລແຫ່ງຊາດ ( ມຊ ) ຈະໄດ້ເປີດຮັບເອົານັກສຶກສາເຂົ້າຮຽນປະຈຳສົກສຶກສາ 2020-2021 ຈຳນວນ 8.000 ຄົນ ລວມທຸກລະບົບສຳລັບການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນແມ່ນຈະໄດ້ຈັດຂຶ້ນໃນວັນເສົາ ວັນທີ 29 ສິງຫາ ນີ້ທີ່ ມຊ ແລະ ໄດ້ເປີດໃຫ້ລົງທະບຽນອອນລາຍ (Online) ນັບແຕ່ມື້ນີ້ກໍ່ຄືວັນທີ 3 ເຖິງວັນທີ 26 ສິງຫາ 2020...

ໂບອິ້ງ – ແອບັສ ຂາດທຶນ ກຽມຫຼຸດການຜະລິດຍົນລົງອີກ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວິກິດໂຄວິດຍັງສົ່ງຜົນກະທົບຕໍ່ອຸດສາຫະກຳການບິນຢ່າງຕໍ່ເນື່ອງ, ຫຼ້າສຸດຜົນປະກອບການຂອງບໍລິສັດໂບອິ້ງ ແລະ ແອບັສ ຂາດທຶນຫຼາຍກວ່າທີ່ຄາດການໄວ້. ບໍລິສັດໂບອິ້ງຜູ້ຜະລິດຍົນລາຍໃຫຍ່ຂອງສະຫະລັດອາເມຣິກາ ໄດ້ລາຍງານຜົນປະກອບການໃນໄຕມາດ 2 ເມື່ອວັນທີ 29 ກໍລະກົດຜ່ານມາ ໃຫ້ຮູ້ວ່າ: ຜົນປະກອບການຂອງບໍລິສັດໃນໄຕມາດ 2 ຂາດທຶນສູງເຖິງ 2.400 ລ້ານໂດລາສະຫະລັດ ແລະ ມີລາຍໄດ້ໃນໄຕມາດ 2 ພຽງແຕ່ 25% ຫຼື ປະມານ...

ຫົວເຫວີຍ ແຊງຊຳຊຸງ ຂຶ້ນເປັນຜູ້ນຳຍອດຂາຍສະມາດໂຟນລາຍໃຫຍ່ຂອງໂລກ

ສຳນັກຂ່າວ BBC ລາຍງານໂດຍອ້າງການວິເຄາະຂອງ ບໍລິສັດ Canalys ໃຫ້ຮູ້ວ່າ: ໃນໄຕມາດ 2 ຂອງປີ 2020 ບໍລິສັດຫົວເຫວີຍ ມີຍອດຂາຍ ຫຼື ຊິບປິ້ງ ( Shipping ) ສະມາດໂຟນທີ່ຂາຍຜ່ານຕົວແທນຈຳໜ່າຍ ຈຳນວນ 55,8 ລ້ານເຄື່ອງ ແຊງໜ້າບໍລິສັດຊຳຊຸງທີ່ມີຍອດຂາຍ 53,7 ລ້ານເຄື່ອງ. ບໍລິສັດ...

2 ສິງຫາ ກວດຫາໂຄວິດ 400ກວ່າຕົວຢ່າງ ຜົນລ້ວນເປັນລົບ ແຕ່ຂໍທຸກຄົນເຂັ້ມງວດປະຕິບັດມາດຕະການຕໍ່

ເປັນຂ່າວດີ ສໍາລັບມື້ນີ້ ຫຼັງໃນວັນທີ 2 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ400 ກວ່າຄົນ, ໃນນັ້ນ ມີທັງແຮງງານລາວທີ່ກັບມາແຕ່ໄທ ແລະ ແຮງງານລາວທີ່ກັບມາແຕ່ຈີນນໍາ ແຕ່ຜົນກວດຂອງທຸກຄົນລ້ວນເປັນລົບ ໝາຍຄວາມວ່າ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມຢູ່ທີ່ 20 ຄົນ ປິ່ນປົວຫາຍດີແລ້ວ 19...

ວິກິດໂຄວິດສົ່ງຜົນໃຫ້ເສດຖະກິດສະຫະລັດຕິດລົບເກືອບ 33%

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງສຳນັກວິເຄາະເສດຖະກິດ ( BEA ) ຂອງສະຫະລັດເປີດເຜີຍເມື່ອວັນທີ 30 ກໍລະກົດຜ່ານມາໃຫ້ຮູ້ວ່າ: ເສດຖະກິດສະຫະລັດອາເມຣິກາ ປະເຊີນກັບພາວະຖົດຖອຍຢ່າງໜັກໜ່ວງໃນຮອບຫຼາຍທົດສະວັດ ໂດຍອັດຕາການເຕີບໂຕດ້ານເສດຖະກິດຂອງສະຫະລັດໃນໄຕມາດ 2 ( ເດືອນເມສາ - ເດືອນມິຖຸນາ ) ຫົດຕົວລົງເຖິງ 32,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສາເຫດສຳຄັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ - 19 ເຮັດໃຫ້ລັດຖະບານສະຫະລັດຕ້ອງອອກມາດຕະການປິດເມືອງ ( ລັອກດາວ...
- Advertisment -
Slide
Slide

Most Read

error: Content is protected !!