ຜົນໂຄວິດ-19 ສົ່ງຜົນແຮງງານອຸດົມໄຊ 2 ພັນກວ່າຄົນວ່າງງານ

128

ການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບຫຼາຍດ້ານຕໍ່ປະເທດລາວເຮົາ ບໍ່ວ່າຈະເປັນ ດ້ານເສດຖະກິດ, ວັດທະນະທໍາສັງຄົມ, ອາຊີບວຽກງານຂອງພໍ່ແມ່ປະຊາຊົນ ເວົ້າສະເພາະແຂວງອຸດົມໄຊ ມີແຮງງານໄດ້ຮັບຜົນກະທົບບໍ່ມີວຽກເຮັດງານທໍາເຖິງ 2.000 ກວ່າຄົນ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ອຸດົມ ສຸວັນນະຫຼິນ ຫົວໜ້າຂະແໜງພັດທະນາສືມືແຮງງານ ແລະ ການຈັດຫາງານ ທັງເປັນກອງເລຂາຕ້ານການສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອວັນທີ 30 ກໍລະກົດ 2020 ທີ່ຜ່ານມາວ່າ: ແຂວງອຸດົມໄຊ ມີກໍາລັງແຮງງານທັງໝົດ 201.534 ຄົນ, ອັດຕາຫວ່າງງານ 10%, ອັດຕາການນໍາເຂົ້າແຮງງານຕ່າງປະເທດ 0,40% ແລະຍັງຕ້ອງນໍາໃຊ້ແຮງງານຕ່າງປະເທດ 0,60%. ແນວໃດກໍ່ຕາມ ໃນໄລຍະທີ່ພະຍາດໂຄວິດ-19 ເກີດຂື້ນ ໃນລະຫວ່າງ ເດືອນ ທັນວາ ປີ 2020 ແລະ ໄດ້ແຜ່ລະບາດຢູ່ບັນດາປະເທດໃນພາກພຶື້ນ, ສະເພາະຢູ່ໃນປະເທດລາວ, ໄດ້ສົ່ງຜົນກະທົບເຮັດໃຫ້ຜູ້ອອກແຮງງານ ທັງຢູ່ຕ່າງປະເທດ ແລະ ໃນປະເທດລາວ ໄດ້ເດີນທາງກັບຄືນທ້ອງຖີ່ນຂອງຕົນ.

ທ່ານ ກ່າວຕື່ມວ່າ: ເຖິງແມ່ນວ່າແຂວງອຸດົມໄຊບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ກໍ່ຕາມ, ແຕ່ກໍ່ມີຄວາມສ່ຽງເພາະວ່າຈໍານວນແຮງງານທີ່ເຄື່ອນຍ້າຍກັບຄືນຖິ່ນເກືອບ 32% ແມ່ນກັບມາຈາກປະເທດທີ່ມີການແຜ່ລະບາດ, ຕໍ່ກັບບັນຫາດັ່ງກ່າວ ທາງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງກໍ່ຄື ຂະແໜງພັດທະນາສີມືແຮງງານ ແລະ ການຈັດຫາງານຂອງແຂວງອຸດົມໄຊໄດ້ເອົາໃຈໃສ່ໃນການປ້ອງກັນ, ຕ້ານການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍໄດ້ປະຕິບັດຕາມແຈ້ງການຂອງລັດຖະບານສະບັບເລກທີ່ 0710/ຮສສ, ລົງວັນທີ່ 19 ມີນາ 2020 ກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ -19 ຂອງແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ ສປປ ລາວແລະ ແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ລວມທັງແຮງງານລາວທີ່ກັບມາຈາກການໄປເຮັດວຽກຢູ່ຕ່າງປະເທດ.

ຜ່ານການຈັດຕັ້ງປະຕິບັດໄດ້ມີແຮງງານຢູ່ແຂວງອຸດົມໄຊເຄື່ອນຍ້າຍໄປອອກແຮງງານຢູ່ຕ່າງປະເທດ, ຕ່າງແຂວງ ແລະ ບັນດາເມືອງ ລວມທັງໝົດ 2.208 ຄົນ, ຍິງ 1.014 ຄົນ, ໃນນັ້ນມີແຮງງານກັບຄືນມາຈາກຕ່າງປະເທດ 707 ຄົນ, ຍີງ 346 ຄົນ, ກັບຄືນຈາກບັນດາແຂວງພາຍໃນປະເທດຈໍານວນ 1.501 ຄົນ, ຍິງ 668 ຄົນ, ເຮັດໃຫ້ເກີດມີແຮງງານຫວ່າງງານທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ – 19 ຈາກການເກັບກໍາຂໍ້ມູນມີ 283 ບ້ານ, ມີແຮງງານຂື້ນທະບຽນບັນຊີຜູ້ວ່າງງານ ເຖິງ 2.500 ຄົນ , ເປັນແຮງງານກັບຈາກຕ່າງປະເທດ 760 ຄົນ, ແຮງງານທີ່ເຄື່ອນຍ້າຍຢູ່ພາຍໃນ 1.740 ຄົນ.
ຂ່າວ: ເອຢິບ