ໂບອິ້ງ – ແອບັສ ຂາດທຶນ ກຽມຫຼຸດການຜະລິດຍົນລົງອີກ

70

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວິກິດໂຄວິດຍັງສົ່ງຜົນກະທົບຕໍ່ອຸດສາຫະກຳການບິນຢ່າງຕໍ່ເນື່ອງ, ຫຼ້າສຸດຜົນປະກອບການຂອງບໍລິສັດໂບອິ້ງ ແລະ ແອບັສ ຂາດທຶນຫຼາຍກວ່າທີ່ຄາດການໄວ້.

ບໍລິສັດໂບອິ້ງຜູ້ຜະລິດຍົນລາຍໃຫຍ່ຂອງສະຫະລັດອາເມຣິກາ ໄດ້ລາຍງານຜົນປະກອບການໃນໄຕມາດ 2 ເມື່ອວັນທີ 29 ກໍລະກົດຜ່ານມາ ໃຫ້ຮູ້ວ່າ: ຜົນປະກອບການຂອງບໍລິສັດໃນໄຕມາດ 2 ຂາດທຶນສູງເຖິງ 2.400 ລ້ານໂດລາສະຫະລັດ ແລະ ມີລາຍໄດ້ໃນໄຕມາດ 2 ພຽງແຕ່ 25% ຫຼື ປະມານ 11.800 ລ້ານໂດລາສະຫະລັດ.

ທ່ານ ເດວິດ ແຄລຮູນ ປະທານບໍລິຫານບໍລິສັດໂບອິ້ງ ກ່າວວ່າ: ຕົວເລກລາຍຮັບໃນໄຕມາດ 2 ຕ່ຳກວ່າທີ່ຄາດການໄວ້ຫຼາຍ ແລະ ສະທ້ອນໃຫ້ເຫັນວ່າວິກິດໂຄວິດ – 19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ອຸດສາຫະກຳການບິນ ແລະ ຄາດວ່າສະຖານະການແບບນີ້ຈະແກ່ຍາວໄປອີກໄລຍະໜຶ່ງກ່ອນຈະຄ່ອຍໆຟື້ນຕົວ.

ຜູ້ບໍລິຫານໂບອິ້ງ ກ່າວອີກວ່າ: ການທີ່ອຸດສາຫະກຳການບິນຈະກັບຄືນມາສູ່ປົກກະຕິເໝືອນກັບຕອນທີ່ຍັງບໍ່ມີການລະບາດຂອງພະຍາດໂຄວິດ – 19 ຕ້ອງໃຊ້ເວລາຢ່າງໜ້ອຍອີກ 3 ປີຂ້າງໜ້າ ເນື່ອງຈາກວ່າຜູ້ຄົນບໍ່ຢາກເດີນທາງ ເພາະມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19 ໂດຍສະເພາະແມ່ນການປິດດ່ານເກືອບທຸກປະເທດໃນໂລກ, ເຮັດໃຫ້ລູກຄ້າບໍ່ສັ່ງຊື້ຍົນ ລວມທັງການບໍລິການສ້ອມແປງບຳລຸງຮັກສາ.

ໂບອິ້ງໄດ້ປະກາດປັບຫຼຸດການຜະລິດຍົນລຸ້ນ 777 ແລະ 787 ລົງ ແລະ ເລື່ອນການເປີດໂຕຍົນລຸ້ນໃໝ່ 777 ເອັກຊ໌ ເຊິ່ງຢ່າງໄວທີ່ສຸດອາດແມ່ນປີ 2022. ນອກຈາກນີ້, ໂບອິ້ງ ຍັງຢຸດຕິການຜະລິດຍົນ ລຸ້ນ 747 ພ້ອມທັງປັບຫຼຸດພະນັກງານລົງອີກ 19.000 ຄົນ ໂດຍ 1 ໃນ 3 ຂອງຈຳນວນພະນັກງານດັ່ງກ່າວໄດ້ຖືກເລີກຈ້າງນັບແຕ່ທ້າຍເດືອນມິຖຸນາເປັນຕົ້ນມາ.

ໃນວັນດຽວກັນນີ້, ບໍລິສັດແອບັສ ຜູ້ຜະລິດຍົນລາຍໃຫຍ່ ຂອງເອີຣົບກໍໄດ້ປະກາດຜົນປະກອບການໃນ 6 ເດືອນຕົ້ນປີ 2020 ເຊິ່ງຂາດທຶນ 1.900 ລ້ານເອີໂຣ ແລະ ລາຍໄດ້ໃນ 6 ເດືອນຕົ້ນປີ ຫຼຸດລົງ 39% ຍັງເຫຼືອ 18.900 ລ້ານເອີໂຣ, ຂະນະທີ່ຍອດການສົ່ງມອບຍົນໃນໄລຍະເວລາດັ່ງກ່າວນີ້ ຫຼຸດລົງ 50% ເຫຼືອພຽງ 196 ລຳເທົ່ານັ້ນ.

ທ່ານ ກີໂຢມ ໂຟຣີ ຜູ້ບໍລິຫານຂອງບໍລິສັດແອບັສ ກ່າວວ່າ: ວິກິດໂຄວິດ – 19 ໄດ້ເຮັດໃຫ້ແອບັສຫຼຸດການຜະລິດຍົນລົງຫຼາຍກວ່າ 40% ໃນຂະນະທີ່ພະນັກງານຂອງແອບັສທົ່ວໂລກມີປະມານ 135.000 ຄົນ ແລະ ຈະປະກາດເລີກຈ້າງພະນັກງານ ຈຳນວນ 15.000 ຄົນ ພາຍໃນກາງປີໜ້າ ເຊິ່ງລູກຈ້າງສ່ວນໃຫຍ່ຢູ່ຝຣັ່ງ ແລະ ເຢຍລະມັນ.