ຫົວເຫວີຍ ແຊງຊຳຊຸງ ຂຶ້ນເປັນຜູ້ນຳຍອດຂາຍສະມາດໂຟນລາຍໃຫຍ່ຂອງໂລກ

151

ສຳນັກຂ່າວ BBC ລາຍງານໂດຍອ້າງການວິເຄາະຂອງ ບໍລິສັດ Canalys ໃຫ້ຮູ້ວ່າ: ໃນໄຕມາດ 2 ຂອງປີ 2020 ບໍລິສັດຫົວເຫວີຍ ມີຍອດຂາຍ ຫຼື ຊິບປິ້ງ ( Shipping ) ສະມາດໂຟນທີ່ຂາຍຜ່ານຕົວແທນຈຳໜ່າຍ ຈຳນວນ 55,8 ລ້ານເຄື່ອງ ແຊງໜ້າບໍລິສັດຊຳຊຸງທີ່ມີຍອດຂາຍ 53,7 ລ້ານເຄື່ອງ.

ບໍລິສັດ Canalys ລະບຸວ່າ: ການມີຍອດຂາຍແຊງໜ້າຍັກໃຫຍ່ຢ່າງຊຳຊຸງຖືວ່າເປັນການປ່ຽນແປງທີ່ຄາດບໍ່ເຖິງ ໂດຍໜຶ່ງໃນເຫດຜົນທີ່ຫົວເຫວີຍປະສົບຜົນສຳເລັດ ເນື່ອງຈາກວ່າ ສປ ຈີນ ໄດ້ຜ່ອນຜັນມາດຕະການລັອກດາວກ່ອນປະເທດອື່ນ ເຮັດໃຫ້ຍອດຂາຍຂອງຫົວເຫວີຍຫຼຸດລົງພຽງ 5% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ, ໃນຂະນະທີ່ຊຳຊຸງຍອດຂາຍຫຼຸດລົງເຖິງ 30%.

ແນວໃດກໍຕາມ, ຕະຫຼາດຈຳໜ່າຍຫົວເຫວີຍ ສ່ວນ ໃຫຍ່ຍັງຢູ່ ສປ ຈີນ ເຊິ່ງກວມເອົາ 70% ຂອງຍອດຂາຍທັງໝົດຂອງຫົວເຫວີຍ ເນື່ອງຈາກຍັງປະສົບບັນຫາໃນການດຶງດູດຕະຫຼາດ ໂດຍສະເພາະແມ່ນຕະຫຼາດເອີຣົບ ແລະ ອາເມຣິກາ ເນື່ອງຈາກບໍ່ມີແອັບພລິເຄຊັນທີ່ຜະລິດໂດຍ Google ອັນເປັນຜົນມາຈາກຂໍ້ຈຳກັດດ້ານການຄ້າທີ່ອອກໂດຍສະຫະລັດ ເຮັດໃຫ້ຍອດສົ່ງອອກຫຼຸດລົງເຖິງ 27%.

ນັກວິເຄາະຂອງ ບໍລິສັດ Canalys ກ່າວວ່າ: ຖ້າຫາກບໍ່ມີການລະບາດຂອງພະຍາດໂຄວິດ – 19 ຍາກທີ່ຈະເຮັດໃຫ້ຫົວເຫວີຍແຊງໜ້າຊຳຊຸງຂຶ້ນມາເປັນອັນດັບ 1 ຂອງໂລກໄດ້ ແຕ່ພວກເຂົາໄດ້ສວຍໃຊ້ວິກິດນີ້ກາຍເປັນໂອກາດຂອງພວກເຂົາ. ນອກຈາກນີ້, ການທີ່ເສດຖະກິດຂອງຈີນຟື້ນຕົວໄວ ບວກກັບພຶດຕິກຳຜູ້ບໍລິໂພກທີ່ຫັນມາໃຊ້ສະມາດໂຟນເພີ່ມຂຶ້ນ, ແນວໃດກໍຕາມເລື່ອງດັ່ງກ່າວນີ້ ເປັນສິ່ງສຳຄັນຂອງຫົວເຫວີຍ ເພື່ອສະແດງໃຫ້ຜູ້ໃຊ້ບໍລິການໝັ້ນໃຈວ່າຜະລິດຕະພັນຂອງຫົວເຫວີຍຈະມີຄຸນນະພາບ ແລະ ສາມາດຄອງໃຈຜູ້ບໍລິໂພກຫຼາຍໜ້ອຍ ແລະ ຍາວນານພຽງໃດ.