ສະຫາຍ ພັອ ສຸກພະຈັນ ບຸດດາຄໍາ ໄດ້ຮັບເລືອກເປັນເລຂາຄະນະພັກ ປກສ ນະຄອນຫຼວງວຽງຈັນ

0
695

ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໄຂຂຶ້ນໃນວັນທີ 30 ກໍລະກົດ 2020 ຜ່ານມາ ທີ່ສະໂມສອນກອງບັນຊາການ ປກສ ນວ, ໂດຍການເປັນປະທານຂອງ ສະຫາຍ ພັອ ສຸກພະຈັນ ບຸດດາຄໍາ ຮັກສາການເລຂາຄະນະພັກ ປກສ ນວ ຫົວໜ້າກອງບັນຊາການ ປກສ ນວ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ນວ ເຈົ້າຄອງນະຄອນຫຼວງວຽງຈັນ, ມີສະຫາຍ ພົຕ ວັນທອງ ກອງມະນີ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີຫົວໜ້າ-ຄະນະຈັດຕັ້ງ ນວ, ຄະນະກວດກາພັກ-ລັດ, ຫົວໜ້າຫ້ອງວ່າການ ນວ, ຫົວໜ້າຫ້ອງການ ປກຊ-ປກສ, ກອງບັນຊາການທະຫານ ນວ, ບັນດາຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ນວ, ປກສ 9 ເມືອງ ແລະ ມີບັນດາຜູ້ແທນສົມບູນ 173 ສະຫາຍ, ຍິງ 26 ສະຫາຍເຂົ້າຮ່ວມ.

ໃນກອງປະຊຸມບັນດາຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະພັກ ກອງບັນຊາການ ປກສ ນວ ຊຸດໃໝ່; ເຊິ່ງມີຜູ້ລົງສະໝັກຄັດເລືອກທັງໝົດຈໍານວນ 13 ສະຫາຍ, ຍິງ 1 ສະຫາຍ; ໃນນີ້ ໄດ້ເລືອກເອົາ 11 ສະຫາຍ, ຍິງ 1 ສະຫາຍມີ:
1. ສະຫາຍ ພັອ ສຸກພະຈັນ ບຸດດາຄໍາ.
2. ສະຫາຍ ພັອ ພິມມະສອນ ທໍາມະວົງ.
3. ສະຫາຍ ພັອ ຈັນຫອມ ແກ້ວສຸລະໄຊ.
4. ສະຫາຍ ພັອ ຄຳເກີດ ກຸມມານ.
5. ສະຫາຍ ພັທ ນ. ບົວລະພັນ ທິລະສັກ.

6. ສະຫາຍ ພັທ ສຸລິວັນ ລາດສະວົງ.
7. ສະຫາຍ ພັທ ສັງວານ ຂາວປະເສີດ.
8. ສະຫາຍ ພັທ ເສີມໃສ ປີຍະວົງ.
9. ສະຫາຍ ພັທ ສົມພອນ ວົງຊາຕີ.
10. ສະຫາຍ ພັທ ເຂັມພອນ ນາມວົງສາ.
11. ສະຫາຍ ພັທ ຄຳເຜີຍ ພີມພິສານ.

ໃນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກ ປກສ ນວ ໄດ້ເປັນເອກະສັນເລືອກເອົາຄະນະປະຈໍາພັກ 3 ສະຫາຍຄື:
1. ສະຫາຍ ພັອ ສຸກພະຈັນ ບຸດດາຄໍາ.
2. ສະຫາຍ ພັອ ພິມມະສອນ ທໍາມະວົງ.
3. ສະຫາຍ ພັອ ຈັນຫອມ ແກ້ວສຸລະໄຊ.

ແລະ ໄດ້ເລືອກເອົາເລຂາ ແລະ ຮອງເລຂາຄະນະພັກຄື:
1. ສະຫາຍ ພັອ ສຸກພະຈັນ ບຸດດາຄໍາ ເປັນເລຂາຄະນະພັກ.
2. ສະຫາຍ ພັອ ພິມມະສອນ ທໍາມະວົງ ເປັນຮອງເລຂາຄະນະພັກ.
ນອກຈາກນີ້ ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກ ປກສ ນວ ຍັງໄດ້ເປັນເອກະສັນເລືອກເອົາປະທານກວດກາ ແລະ ຮອງປະທານກວດກາພັກຄື:

1. ສະຫາຍ ພັອ ຈັນຫອມ ແກ້ວສຸລະໄຊ ເປັນປະທານກວດກາພັກ.
2. ສະຫາຍ ພັທ ໄກສອນ ແສງສີລິຈັນ ຮອງຫົວໜ້າຫ້ອງການເມືອງ ເປັນຮອງປະທານກວດກາພັກ.
3. ສະຫາຍ ພັທ ດາວວົງ ຫຸມມະວົງ ຫົວໜ້າພະແນກກວດກາ ຫ້ອງການເມືອງ ເປັນຮອງປະທານກວດກາພັກ.

ພ້ອມນັ້ນ ບັນດາຜູ້ແທນກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຈຳນວນ 19 ສະຫາຍ, ຍິງ 2 ສະຫາຍ; ໃນນີ້ ສຳຮອງ 2 ສະຫາຍ.

LEAVE A REPLY

Please enter your comment!
Please enter your name here