ຕິດເຊື້ອພະຍາດໃນກະແສເລືອດ ຮ້າຍແຮງເຖິງຊີວິດ ເກີດຂຶ້ນໄດ້ແນວໃດ?

79

ສາເຫດຂອງການຕິດເຊື້ອພະຍາດໃນກະແສເລືອດ

ໂດຍທົ່ວໄປອາດເກີດໄດ້ຈາກຫຼາຍສາເຫດ ເຊັ່ນ ຕິດເຊື້ອແບັດທີເຣຍ, ເຊື້ອຣາ, ເຊື້ອໄວຣັສ ການຜ່າຕັດ ພາວະພູມຄຸ້ມກັນມີບັນຫາ ຜູ້ປ່ວຍສູງອາຍຸ ຜູ້ປ່ວຍທີ່ມີພະຍາດຊ້ຳເຮື້ອ ຫຼື ໃສ່ອຸປະກອນຕ່າງໆ ເຂົ້າສູ່ຮ່າງກາຍແມ່ນມີໂອກາດຕິດເຊື້ອພະຍາດໃນກະແສເລືອດສູງ.

ທັ້ງນີ້ ເມື່ອເກີດການຕິດເຊື້ອຈະສາມາດກະຈາຍໄປທົ່ວຮ່າງກາຍໄດ້ຢ່າງໄວວາ ເຮັດໃຫ້ອຸນຫະພູມໃນຮ່າງກາຍບໍ່ສະໝ່ຳສະເໝີ ແລະ ຜູ້ປ່ວຍທີ່ມີພາວະຄວາມດັນເລືອດຕ່ຳຢ່າງຮ້າຍແຮງຈາກການຕິດເຊື້ອໃນກະແສເລືອດດັ່ງກ່າວ ມັກຈະນຳໄປສູ່ພາວະການເຮັດວຽກຂອງອະໄວຍະວະຕ່າງໆ ລົ້ມເລວ ໝົດສະຕິ ແລະ ອາດເຮັດໃຫ້ເສຍຊີວິດໄດ້.

ການຕິດເຊື້ອໃນກະແສເລືອດແມ່ນຫຍັງ? ຮ້າຍແຮງຊ່ຳໃດ?

ພາວະຄວາມດັນເລືອດຕ່ຳຈາກການຕິດເຊື້ອໃນກະແສເລືອດ ມັກມີໄຂ້ສູງ ໜາວ ມື ແລະ ຕີນເຢັນ ຫາຍໃຈໄວ ຮູ້ສຶກໂຕໜ້ອຍລົງ ປຸ້ນທ້ອງ ປວກຮາກ ຜິວໜັງອາດເກີດຈຸດ ຍ່ຽວໜ້ອຍລົງ ເລືອດໄຫລວຽນໄປລ້ຽງອະໄວຍະວະບໍ່ພຽງພໍ ອາດນຳໄປສູ່ອາການຊ໊ອກຜູ້ປ່ວຍບາງລາຍຫາກມີຄວາມດັນເລືອດຕ່ຳ ໝໍອາດໃຫ້ຢາຊ່ວຍເພີ່ມຄວາມດັນເລືອດ ແລະຈຳເປັນຕ້ອງໄດ້ຮັບການຮັກສາເພື່ອກະຕຸ້ນໃຫ້ຫາຍໃຈປົກກະຕິ.

ຢ່າງໃດກໍຕາມພາວະຕິດເຊື້ອໃນກະແສເລືອດຈາກເຊື້ອໂລກບາງຊະນິດສາມາດປ້ອງກັນໄດ້ໂດຍ ການສີດວັກຊີນໃນເດັກນ້ອຍໃຫ້ຄົບຢ່າງສະໝ່ຳສະເໝີ ສ່ວນຜູ້ທີ່ມີລະບົບພູມຄຸ້ມກັນຮ່າງກາຍບົກພ່ອງຄວນຮັກສາສຸຂະພາບໃຫ້ແຂງແຮງ ປະຕິບັດຕາມຄຳແນະນຳຂອງໝໍຄວນງົດສູບຢາຫ້າມໃຊ້ສານເສບຕິດ ຮັບປະທານອາຫານທີ່ມີປະໂຫຍດ ອອກກຳລັງກຍເປັນປະຈຳ ລ້າງມືໃຫ້ສະອາດຢູ່ສະເໝີແລະຄວນລະວັງປ້ອງກັນຕົນເອງເມື່ອຕ້ອງຢູ່ໃກ້ຜູ້ປ່ວຍທີ່ເປັນໂລກຕ່າງໆ ທັງນີ້ຫາກພົບອາການຜິດປົກກະຕິ ຄວນຮີບພົບໝໍເພື່ອຮັບການຮັກສາທັນທີ.