ທ່ານ ນາງ Catherine Chen ກໍາມະການ ບໍລິສັດ ຫົວເຫວີຍ ຮ່ວມແບ່ງປັນວິໄສທັດແຫ່ງໂລກອະນາຄົດ

128

ວັນທີ 29 ກໍລະກົດ 2020 ທີ່ເຊິນເຈິນ ປະເທດຈີນ, ທ່ານ ນາງ Catherine Chen ຮອງປະທານອາວຸໂສ ແລະ ກໍາມະການ ບໍລິສັດ ຫົວເຫວີຍ ຂຶ້ນກ່າວໃນງານ Better World Summit 2020 ເຊິ່ງຈັດຂຶ້ນໃນຮູບແບບອອນລາຍ ໂດຍ ທ່ານນາງ Chen ກ່າວວ່າ: ໜ່ວຍງານຄວບຄຸມດູແລດ້ານໂທລະຄົມມະນາຄົມໃນຫຼາຍປະເທດ ແລະ ອຸດສາຫະກໍາຕ້ອງໄດ້ຮ່ວມມືກັນ ເພື່ອຈັດການກັບຄວາມທ້າທາຍທີ່ປະເທດ ແລະ ອຸຸດສາຫະກໍາຕ່າງໆປະເຊີນຮ່ວມກັນອັນເປັນຜົນມາຈາກພະຍາດລະບາດຂອງໂຄວິດ – 19 ພ້ອມສ້າງອະນາຄົດທີ່ທຸກຝ່າຍມີສ່ວນຮ່ວມຫຼາຍຂຶ້ນ.

ວິຊາການທ່ານອື່ນໆປະກອບດ້ວຍຕົວແທນຈາກການສື່ສານວິທະຍຸ ສະຫະພາບໂທລະຄົມມະນາຄົມລະຫວ່າງປະເທດ ( ITU-R ), ສະມາຄົມຈີເອສເອັມ ( GSMA ), ສະມາຄົມການແຂ່ງຂັນໂທລະຄົມມະນາຄົມແຫ່ງເອີຣົບ ( ECTA ), ກະຊວງການສື່ສານ ແລະ ເຕັກໂນໂລຊີດິຈິຕອລຂອງອາຟຣິກກາໃຕ້, ສໍານັກງານຄະນະກໍາມະການດິຈິຕອລເພື່ອເສດຖະກິດ ແລະ ສັງຄົມແຫ່ງປະເທດໄທ, ສະຖາບັນເຕັກໂນໂລຊີຂໍ້ມູນ – ຂ່າວສານ ແລະ ການສື່ສານຂອງຈີນ ( CAICT ), ສະມາຄົມອຸດສາຫະກໍາອິນເຕີເນັດເຢຍລະມັນ ( ECO ) ແລະ ADL.

ຄວາມຮ່ວມມືເພື່ອອະນາຄົດທີ່ດີກວ່າສໍາລັບທຸກຄົນ

ຕະຫຼອດ 30 ປີທີ່ຜ່ານມາ ເຕັກໂນໂລຊີຂໍ້ມູນຂ່າວສານໄດ້ພັດທະນາກ້າວໜ້າຢ່າງວ່ອງໄວ, ສົ່ງຜົນໃຫ້ຜູ້ຄົນໃຊ້ຊີວິດ ແລະ ເຮັດວຽກງ່າຍຂຶ້ນຫຼາຍ. ແຕ່ຢ່າງໃດກໍຕາມ, ການລະບາດຂອງພະຍາດໂຄວິດ – 19 ໄດ້ເຜີຍໃຫ້ເຫັນວ່າໂຄງສ້າງພື້ນຖານຂອງລະບົບດິຈິຕອລຍັງກ້າວບໍ່ທັນການພັດທະນາທາງເຕັກໂນໂລຊີ, ຈາກການສຶກສາຂອງ ITU, ພົບວ່າປະຊາກອນກວ່າເຄິ່ງໜຶ່ງຂອງໂລກຍັງບໍ່ສາມາດເຂົ້າເຖິງອິນເຕີເນັດ ຫຼື ເຕັກໂນໂລຊີດິຈິຕອລຕ່າງໆ ໂດຍຂະນະທີ່ເສດຖະກິດປະເທດຕ່າງໆຂະຫຍາຍຕົວຊ້າລົງ, ລັດຖະບານຕ່າງກໍເພີ່ມຄວາມກັງວົນຫຼາຍຂຶ້ນເລື້ອຍໆ ກ່ຽວກັບຍຸດທະສາດການຟື້ນຟູເສດຖະກິດ. “ ເຮົາຄາດຫວັງວ່າຈະໄດ້ເຫັນອະນາຄົດທີ່ເຊື່ອມຕໍ່ເຖິງກັນ, ສະຫຼາດ ແລະ ມີນະວັດຕະກໍາທີ່ທັນສະໄໝຍິ່ງຂຶ້ນ ”, ທ່ານນາງ Chen ກ່າວ “ ເໜືອສິ່ງອື່ນໃດ ເຮົາຕ້ອງໝັ້ນໃຈວ່າຈະເປັນອະນາຄົດທີ່ທຸກຄົນມີສ່ວນຮ່ວມຍືນຍົງ ແລະ ດີກວ່າ ໂດຍພວກເຮົາທຸກຄົນ, ເພື່ອພວກເຮົາທຸກຄົນ ”.

ການອອກແບບຈາກເທິງລົງລຸ່ມ ຕະຫຼອດຈົນຄວາມສ້າງສັນ ແລະ ພາລະກໍາລັງຈາກລຸ່ມຂຶ້ນເທິງຈໍາເປັນຢ່າງຍິ່ງຕໍ່ການຟື້ນຟູເສດຖະກິດ

ຂະນະນີ້ເລີ່ມມີຫຼາຍປະເທດ ແລະ ພູມີພາກທີ່ປະສົບຄວາມສຳເລັດໃນການໃຊ້ມາດຕະການຄວບຄຸມ ເພື່ອຢຸດຢັ້ງການແຜ່ກະຈາຍຂອງເຊື້ອພະຍາດໂຄວິດ – 19, ເຮັດໃຫ້ເສດຖະກິດໃນບາງປະເທດເລີ່ມກັບມາສູ່ພາວະປົກກະຕິ, ລັດຖະບານຕ່າງໆໄດ້ເປີດຕົວແຜນກະຕຸ້ນເສດຖະກິດໃນຫຼາກຫຼາຍຮູບແບບ ເຊິ່ງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຫຼື ໄອຊີທີ ນັ້ນຖືວ່າມີບົດບາດສໍາຄັນໃນແຜນການເຫຼົ່ານີ້. ສໍາລັບປະເທດຈີນ ມີການເປີດຕົວແຜນພັດທະນາໂຄງສ້າງພື້ນຖານໃໝ່ທີ່ໄດ້ວາງງົບປະມານໄວ້ຫຼາຍກວ່າ 140 ຕື້ໂດລາສະຫະລັດ ເພື່ອການລົງທຶນໃນເຕັກໂນໂລຊີ 5G ພຽງຢ່າງດຽວຕະຫຼອດ 5 ປີຂ້າງໜ້າ, ຄາດວ່າຈະເຮັດໃຫ້ເສດຖະກິດດິຈິຕອລຂອງຈີນເຕີບໃຫຍ່ກວ່າ 2 ພັນຕື້ໂດລາສະຫະລັດ ແລະ ເປັນການຂັບເຄື່ອນການຟື້ນຕົວຂອງເສດຖະກິດພາຍໃນປະເທດ. ໃນຂະນະທີ່ສະຫະພາບເອີຣົບປະກາດແຜນກະຕຸ້ນເສດຖະກິດຄືກັນໃນຈໍານວນເງິນ 1,1 ພັນຕື້ເອີໂຣ ເພື່ອຍົກລະດັບການຟື້ນຟູເສດຖະກິດ.

“ ເພື່ອຟື້ນຟູເສດຖະກິດ, ເຮົາຈໍາເປັນຕ້ອງອາໄສການອອກແບບຈາກເທິງລົງລຸ່ມ ລວມເຖິງ ຄວາມສ້າງສັນ ແລະ ພາລະກໍາລັງຈາກລຸ່ມຂຶ້ນເທິງ ”, ທ່ານ ນາງChen ກ່າວ “ ການສະໜັບສະໜູນນະໂຍບາຍລັດປະກອບກັບການປ່ຽນຜ່ານດິຈິຕອລຢ່າງຕໍ່ເນື່ອງໃນພາກອຸດສາຫະກໍາຈະເຮັດໃຫ້ທຸກອຸດສາຫະກໍາໄດ້ປະໂຫຍດຈາກເຕັກໂນໂລຊີດິຈິຕອລໄປຈົນເຖິງການເພີ່ມປະສິດທິພາບ ແລະ ຟື້ນຟູການເຕີບໂຕ ”.

Seeds for the Future ການວ່ານເມັດພືດແຫ່ງອະນາຄົດ ໂດຍການໃຊ້ເຕັກໂນໂລຊີໄອຊີທີເພື່ອອະນາຄົດທີ່ຍືນຍົງ

ທ່ານ ນາງ Chen ໄດ້ອ້າງອີງເຖິງລາຍງານຂອງທະນາຄານໂລກເມື່ອບໍ່ດົນມານີ້ ກ່ຽວກັບຊ່ອງວ່າງທີ່ເພີ່ມຂຶ້ນລະຫວ່າງເສດຖະກິດດິຈິຕອລທົ່ວໄປທີ່ກໍາລັງເຕີບໃຫຍ່ຢ່າງວ່ອງໄວກັບການຂາດທັກສະດ້ານດິຈິຕອລ ໂດຍລະບຸວ່າ: “ ຫົວເຫວີຍຍັງຄົງເດີນໜ້າຂັບເຄື່ອນໂຄງການເຮືອທຸງ Seeds for the Future ເຊິ່ງເປີດຕົວເມື່ອປີ 2008 ແລະ ມີຈຸດປະສົງເພື່ອພັດທະນາຄົນເກັ່ງດ້ານໄອຊີທີໃນລະດັບທ້ອງຖິ່ນ, ຕະຫຼອດໄລຍະເວລາທີ່ຜ່ານມາໂຄງການນີ້ໄດ້ສ້າງປະໂຫຍດໃຫ້ແກ່ນັກຮຽນຫຼາຍກວ່າ 30.000 ຄົນ ຈາກມະຫາວິທະຍາໄລ 400 ແຫ່ງ ໃນ 108 ປະເທດທົ່ວໂລກ. ແຕ່ເນື່ອງຈາກສະຖານະການລະບາດເຮົາຈຶ່ງມີການປັບປ່ຽນໂຄງການເປັນລະບົບອອນລາຍ ແລະ ເປີດຮັບນັກຮຽນເພີ່ມຂຶ້ນທຽບກັບເມື່ອກ່ອນ. ນອກຈາກນັ້ນ, ຫຼາຍອຸດສາຫະກໍາກໍເປີດກວ້າງຮັບເຕັກໂນໂລຊີດິຈິຕອລຫຼາຍຂຶ້ນ ສົ່ງຜົນໃຫ້ແຜນເປົ້າໝາຍການພັດທະນາທີ່ຍືນຍົງພາຍໃນປີ 2030 ຂອງອົງການສະຫະປະຊາຊາດຍິ່ງເຂົ້າໃກ້ຄວາມເປັນຈິງ, ໂດຍສະເພາະເປົ້າໝາຍທີ່ກ່ຽວຂ້ອງກັບການປ່ຽນແປງສະພາບອາກາດ ”.

ທ່ານ ຈ່ຽງຈາຍຕົ່ງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ເຂົ້າຮ່ວມງານຫົວເຫວີຍ ” The Better World Summit 2020 ” ການປະຊຸມອອນລາຍທົ່ວໂລກພ້ອມດ້ວຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ທີ່ປຶກສາທຸລະກິດຂອງສະຖານທູດຈີນປະຈໍາ ສປປ ລາວ ທ່ານ ຫວາງຊີຮຸຍ ແລະ ທ່ານອື່ນໆ ກໍໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

The Better World Summit ໄດ້ຖ່າຍທອດສົດເປັນພາສາຈີນ, ອັງກິດ, ສະເປນ, ຝຣັ່ງ, ຣັດເຊຍ, ເກົາຫຼີ, ຍີ່ປຸ່ນ ແລະ ອາລາບິກ. ສາມາດເຂົ້າເບິ່ງລາຍລະອຽດໄດ້ທີ່: https://carrier.huawei.com/en.events/bws2020