ວິກິດໂຄວິດສົ່ງຜົນໃຫ້ເສດຖະກິດສະຫະລັດຕິດລົບເກືອບ 33%

80

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງສຳນັກວິເຄາະເສດຖະກິດ ( BEA ) ຂອງສະຫະລັດເປີດເຜີຍເມື່ອວັນທີ 30 ກໍລະກົດຜ່ານມາໃຫ້ຮູ້ວ່າ: ເສດຖະກິດສະຫະລັດອາເມຣິກາ ປະເຊີນກັບພາວະຖົດຖອຍຢ່າງໜັກໜ່ວງໃນຮອບຫຼາຍທົດສະວັດ ໂດຍອັດຕາການເຕີບໂຕດ້ານເສດຖະກິດຂອງສະຫະລັດໃນໄຕມາດ 2 ( ເດືອນເມສາ – ເດືອນມິຖຸນາ ) ຫົດຕົວລົງເຖິງ 32,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ສາເຫດສຳຄັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ລັດຖະບານສະຫະລັດຕ້ອງອອກມາດຕະການປິດເມືອງ ( ລັອກດາວ ) ເປັນເວລາຫຼາຍເດືອນ ເຮັດໃຫ້ຫົວໜ່ວຍທຸລະກິດສ່ວນຫຼາຍຕ້ອງຢຸດດຳເນີນກິດຈະການຊົ່ວຄາວ ສົ່ງຜົນໃຫ້ມີຜູ້ວ່າງງານເປັນຈຳນວນຫຼວງຫຼາຍ ເມື່ອບໍ່ມີວຽກເຮັດງານທຳການຈັບຈ່າຍໃຊ້ສອຍຂອງປະຊາຊົນກໍຂ້ອນຂ້າງຈຳກັດ ໃຊ້ຈ່າຍສະເພາະສິ່ງທີ່ຈຳເປັນເທົ່ານັ້ນ.

ຕົວເລກການຫົດຕົວດັ່ງກ່າວຖືວ່າໜັກທີ່ສຸດເທົ່າທີ່ເຄີຍບັນທຶກມາແຕ່ປີ 1947 ແລະ ຮຸນແຮງກວ່າການຫົດຕົວດ້ານເສດຖະກິດໃນປີ 1958 ເຊິ່ງປີ 1958 ຫົດຕົວປະມານ 10%.