ເລີ່ມມື້ນີ້ ລົງທະບຽນເສັງເຂົ້າ ມຊ ປີນີ້ຈະຮັບພຽງ 8.000 ຄົນ

190

ມະຫາວິທະຍາໄລແຫ່ງຊາດ ( ມຊ ) ຈະໄດ້ເປີດຮັບເອົານັກສຶກສາເຂົ້າຮຽນປະຈຳສົກສຶກສາ 2020-2021 ຈຳນວນ 8.000 ຄົນ ລວມທຸກລະບົບສຳລັບການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນແມ່ນຈະໄດ້ຈັດຂຶ້ນໃນວັນເສົາ ວັນທີ 29 ສິງຫາ ນີ້ທີ່ ມຊ ແລະ ໄດ້ເປີດໃຫ້ລົງທະບຽນອອນລາຍ (Online) ນັບແຕ່ມື້ນີ້ກໍ່ຄືວັນທີ 3 ເຖິງວັນທີ 26 ສິງຫາ 2020 ສຳລັບນັກສຶກສາຄົນໃດທີ່ມີຄວາມສົນໃຈສາມາດເຂົ້າໄປເບິ່ງລາຍລະອຽດໄດ້ທີ່ http://entrance.nuol.edu.la ຫຼື ມາລົງທະບຽນດ້ວຍຕົນເອງໄດ້ທີ່ສະໂມສອນໃຫຍ່ ມຊ, ຫ້ອງການວິຊາການ.


ທ່ານ ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ ໄດ້ໃຫ້ສຳພາດຜ່ານສື່ມວນຊົນວ່າ: ມາເຖິງປັດຈຸບັນ ມຊ ໄດ້ມີຄວາມພ້ອມຮອບດ້ານໃນການກະກຽມຄວາມພ້ອມເພື່ອຈັດຕັ້ງການສອບເສັງເອົານັກຮຽນ ເຊັ່ນຄວາມພ້ອມດ້ານບຸກຄະລາກອນ, ຄວາມພ້ອມດ້ານສະຖານທີ່, ຄວາມພ້ອມດ້ານການປ້ອງກັນເວນຍາມ, ຄວາມພ້ອມດ້ານການສອບເສັງອື່ນໆ ພິເສດ ໃນປີນີ້ຍັງໄດ້ເພີ່ມມາດຕະການເຄັ່ງຄັດໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ເຊັ່ນ: ກະກຽມຜ້າອັດປາກ, ເຈວ-ສະບູ-ເຫຼົ້າ ລ້າງມື ແລະ ອຸປະກອນກວດສອບວັດແທກອຸນຫະພູມໂດຍຢຶດຖືການເວັ້ນໄລຍະຫ່າງ 1 ແມັດເປັນສຳຄັນ ລວມເຖິງຄວາມພ້ອມດ້ານນິຕິກຳ-ລະບຽບການຕ່າງໆ, ຄວາມພ້ອມດ້ານການລົງທະບຽນ.


ໃນສົກສຶກສາ 2020-2021 ມຊ ມີແຜນຮັບນັກສຶກສາທັງໝົດ 8.000 ຄົນ ລວມທຸກລະບົບ (ທັງພາກປົກກະຕິ, ຕໍ່ເນື່ອງ ແລະ ອະນຸປະລິນຍາ), ແຕ່ເນຶ່ອງຈາກການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ມີຜົນກະທົບຕໍ່ລູກຫຼານທີ່ຈົບການສຶກສາສາຍສາມັນໃນປີນີ້ ພາດໂອກາດທີ່ຈະໄປສຶກສາຕໍ່ຢູ່ຕ່າງປະເທດ ເຊັ່ນ: ສສ ຫວຽດນາມ, ສປ ຈີນ ດັ່ງນັ້ນ, ທາງລັດຖະບານ ກໍຄືການນຳຂອງກະຊວງສຶກສາທິການ ແລະ ກິລາ ໄດ້ມີທິດຊີ້ນຳຕື່ມວ່າ ໃຫ້ແຕ່ລະມະຫາວິທະຍາໄລຄົ້ນຄວ້າ ບັນດາສາຂາວິຊາທີ່ເປັນບຸລິມະສິດໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ດ້ວຍການເພີ່ມໂຕເລກແຜນຮັບນັກສຶກສາຕື່ມ ເຊັ່ນ:


ຂະແໜງການກະເສດ, ປ່າໄມ້, ຊັບພະຍາກອນນ້ຳ, ສາຍທຳມະຊາດທີ່ເປັນພື້ນຖານໃຫ້ແກ່ການສຶກສາຂະແໜງການຕ່າງໆ ລວມທັງ ວິສະວະກຳສາດ, ແຕ່ຕ້ອງຮັບປະກັນຄວາມພ້ອມດ້ານອາຄານສະຖານທີ່ສຶກສາ, ຄູ-ອາຈານສິດສອນ ແລະ ເງຶ່ອນໄຂດ້ານປະກັນຄຸນນະພາບການສຶກສາຕ່າງໆພາຍຫຼັງສອບເສັງແລ້ວ ຄາດວ່າ ມຊ ສາມາດປະກາດຜົນການສອບເສັງໃຫ້ຮູ້ໄດ້ ພາຍໃນກຳນົດເວລາທີ່ກະຊວງສຶກສາກຳນົດ 30 ວັນ, ສຳລັບປີທີ 1 ຄາດວ່າຈະສາມາດເປີດສອນປົກກະຕິໄດ້ ໃນວັນທີ 2 ພະຈິກ 2020 ຕາມປະຕິທິນການສຶກສາ ມຊ 2020-2021.

ທ່ານ ຄຳຜົງ ນາມມະວົງມີໄຊ ໃຫ້ຮູ້ຕື່ມວ່າ: ສຳລັບວິຊາສອບເສັງມີທັງໝົດ 8 ວິຊາຄື: ວິຊາຄະນິດສາດ, ຟິຊິກສາດ, ເຄມີສາດ, ຊີວະສາດ, ພູມສາດ, ປະຫວັດສາດ, ພາສາລາວ, ວັນນະຄະດີ, ມີສູນສອບເສັງ 1 ສູນຄື: ມຊ ໄດ້ແບ່ງອອກເປັນ 18 ຈຸດສອບເສັງ ຖ້າມີນັກສຶກສາຫຼາຍອາດເພີ່ມເປັນ 20 ຈຸດສອບເສັງ, ປີນີ້ເພື່ອໃຫ້ນັກສຶກສາມີໂອກາດຫຼາຍຂຶ້ນພວກເຮົາໄດ້ຈັດການສອບເສັງອອກເປັນ 2 ສາຍຄື:ສາຍເອ ແລະ ສາຍບີ ( ສາຍທຳມະຊາດ ແລະ ສາຍສັງຄົມ ).


ສຳລັບເອກະສານທີ່ນັກຮຽນຕ້ອງປະກອບຄັດຕິດໃສ່ເອກະສານສະໝັກສອບເສັງປະກອບມີສໍາເນົາບັດເຂົ້າຫ້ອງສອບເສັງຈົບ ມ.7, ສໍາລັບນັກຮຽນຈົບໃນສົກຮຽນ 2013-2020, (1 ສະບັບ); : ສໍາເນົາປະກາສະນີຍະບັດຈົບ ມ.7, ສໍາລັບນັກຮຽນທີ່ຈົບ ມ.7 ກ່ອນສົກຮຽນ 2019-2020, (1 ສະບັບ); ▪ ຮູບຖ່າຍຂະໜາດ 3×4 ຖ່າຍບໍ່ເກີນ 3 ເດືອນ, ຈໍານວນ 2 ໃບ;

(ສໍາລັບນັກຮຽນຈົບ ມ.7 ສົກຮຽນ 2019-2020 ໃຫ້ເອົາຮູບດຽວກັນກັບຮູບໃນບັດເຂົ້າຫ້ອງສອບເສັງຈົບ ມ.7 ແລະ ເອກະສານທຸກຊະນິດຕ້ອງມີຕົ້ນສະບັບມາຢັ້ງຢືນເພື່ອກວດສອບຄວາມຖືກຕ້ອງ).