Monthly Archives: July, 2019

ອະຫິວາໝູອາຟຣິກກາ ລະບາດຢູ່ເມືອງຕຸ້ມລານ ໝູຕາຍແລ້ວຫຼາຍກວ່າ1 ພັນໂຕ

ພາຍຫຼັງທີ່ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການກໍລະນີີພົບເຊື້ອພະຍາດອະຫິວາໝູອາຟຣິກກາລະບາດຢູ່ 7 ບ້ານຂອງຕຸ້ມລານ ແຂວງສາລະວັນ ຄື: ບ້ານສາມັກຄີໄຊ, ດິນດາກ, ໂພນງາມ, ແກ້ງຮັງ, ນາລະຈາງ, ຫວ້ຍຫວ້າ ແລະ ບ້ານນາຮ່ອງໃຫຍ່.     ຕໍ່ກັບເຫດການດັ່ງກ່າວ, ອຳນາດການປົກຄອງແຂວງ ໄດ້ແຕ່ງຕັ້ງຄະນະຊີ້ນຳຕ້ານ ແລະ ສະກັດກັ້ນຂັ້ນແຂວງ, ເມືອງ,...

ທາງເລືອກທີ່ດີກວ່າ ພຽງ 3 ຊົ່ວໂມງ ເດີນທາງນ່ານ-ຫຼວງພະບາງ “ຖະໜົນສາຍໃໝ່”

ສຳນັກຂ່າວທ້ອງຖິ່ນໄທລາຍງານວ່າ: ເປີດນໍາໃຊ້ຖະໜົນເສັ້ນໃໝ່ເມືອງຫົງສາ - ບ້ານຊຽງແມນ ລວມໄລຍະທາງ 114 ກິໂລແມັດ  ລົງທຶນ 1.977 ລ້ານບາດ ເຊື່ອມເມືອງມໍລະດົກໂລກ ຄາດຈະກະຕຸ້ນການທ່ອງທ່ຽວຄຶກຄັກ 20% ດຶງນັກທ່ອງທ່ຽວຈີນ - ຢູໂລບ. ຂະນະທີ່ ສປປ ລາວ ຢື່ນຂໍ້ສະເໜີຮ່ວມລົງທຶນສ້າງຂົວຂ້າມນ້ຳຂອງແຫ່ງໃໝ່.     ຜູ້ອໍານວຍການສໍານັກງານການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ສພພ) ຫຼື NEDA ເປີດເຜີຍວ່າ:...

ສົ່ງເສີມຜູ້ປະກອບການນໍາໃຊ້ເວັບໄຊສູນບໍລິການ ວນກ ອາຊຽນ

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ກສວ ), ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ຮ່ວມກັບ ສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ປະເທດໄທ ເປີດກອງປະຊຸມສົ່ງເສີມໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ( ວນກ ) ນໍາໃຊ້ເວັບໄຊສູນບໍລິການ ວນກ ອາຊຽນ...

ຍີ່ປຸ່ນເພິ່ມຄວາມເຂັ້ມງວດ ສົ່ງອອກສິນຄ້າທັນສະໄໝໃຫ້ເກົາຫຼີໃຕ້

ລັດຖະບານຍີ່ປຸ່ນເພິ່ມຄວາມເຂັ້ມງວດໃນການສົ່ງອອກວັດຖຸດິບທັນສະໄໝໃຫ້ແກ່ເກົາຫຼີໃຕ້ທີ່ລວມເຖິງສານເຄມີສໍາລັບຜະລິດຊິບ ຕອບໂຕ້ຄໍາຕັດສິນຂອງສານສູງສຸດເກົາຫຼີໃຕ້ ເມື່ອປີຜ່ານມາ ເລື່ອງແຮງງານທາດ ສະໄໝສົງຄາມໂລກ ຄັ້ງທີສອງ. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນຈັນ ທີ 1 ກໍລະກົດ ວ່າ ກະຊວງເສດຖະກິດການຄ້າ ແລະ ອຸດສາຫະກໍາຂອງຍີ່ປຸ່ນ ອອກຖະແຫຼງການ ເມື່ອວັນຈັນ ກ່ຽວກັບການຍົກລະດັບມາດຕະການເຂັ້ມງວດໃນການສົ່ງອອກເຄມີພັນຫຼາຍຊະນິດ ແລະ ວັດຖຸດິບທັນສະໄໝ ສໍາລັບໃຊ້ໃນການຜະລິດຊິບ ແລະ ໜ້າຈໍສະມາດໂຟນໄປເກົາຫຼີໃຕ້ ໂດຍມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້...

ຊາວຫຼວງພະບາງ ລະວັງໄດ້ສິນຄ້າປອມ!!! ກວດພົບແລ້ວຫຼາຍລາຍການ

ຫຼວງພະບາງ ເປັນສະຖານທີ່ທີ່ຂຶ້ນຊື່ຂອງລາວເຮົາ ມີແຂກຕ່າງດ້າວທ້າວຕ່າງຖິ່ນມາຢ້ຽມຊົມຫຼວງຫຼາຍໃນແຕ່ລະປີ ແຕ່ຍັງມີພໍ່ຄ້າຫົວໃສນຳເອົາເຄື່ອງຂອງລອກຮຽນແບບໄປລັກຂາຍໃຫ້ປະຊາຊົນທີ່ຮູ້ເທົ້າບໍ່ເຖິງການ ເຊິ່ງນັ້ນຈະສ້າງຄວາມເສື່ອມເສຍຕໍ່ພາບລັກຊື່ສຽງທີ່ມີມາແຕ່ຊ້ານານ ແລະ ຍັງມີຄວາມສ່ຽງຕໍ່ສຸຂະພາບຂອງຜູ້ຊົມໃຊ້ອີກດ້ວຍຈິ່ງຝາກເຕືອນໃຫ້ທຸກຄົນມີສະຕິລະມັດລະວັງສິນຄ້າປອມແປງຂາຍລາຄາຖືກ ເພາະໄດ້ມີການກວດພົບແລ້ວຫຼາຍລາຍການ.   ເພື່ອເປັນການປົກປ້ອງຜົນປະໂຫຍດຂອງຜູ້ຊົມໃຊ້, ຜູ້ບໍລິໂພກ ບໍ່ໃຫ້ຖືກເອົາປຽບຈາກແມ່ຄ້າຊາວຂາຍ ເຈົ້າໜ້າທີ່ໆກ່ຽວຂ້ອງໄດ້ໃຈໃສ່ເຂັ້ມງວດ ຕິດຕາມກວດກາຄຸນນະພາບສິນຄ້າຕາມທ້ອງຕະຫຼາດເປັນປະຈຳ ທັງນີ້, ກໍ່ເພື່ອເຮັດໃຫ້ບັນຍາກາດການຊື້-ຂາຍຢູ່ໃນທ້ອງຕະຫຼາດ ແລະ ເຂົ້າສູ່ລະບົບຂຶ້ນເທື່ອລະກ້າວ ແລະ ສ້າງໃຫ້ມີຄວາມຍຸຕິທຳໃນສັງຄົມ ສຳລັບແຂວງຫຼວງພະບາງເມື່ອບໍ່ດົນມານີ້, ທາງເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ...

ເກີດເຫດຍົນໂດຍສານລໍານ້ອຍຕົກໃນລັດເທັກຊັສ ເສຍຊີວິດໝົດລໍາ 10 ຄົນ

ເກີດເຫດຍົນໂດຍສານລໍານ້ອຍ ຂະໜາດ 2 ເຄື່ອງຈັກ ຕົກໃສ່ໂຮງຈອດຍົນ ຫຼັງບິນຂຶ້ນໄດ້ບໍ່ດົນ ຈາກສະໜາມບິນໃນລັດເທັກຊັສ ທາງພາກໃຕ້ຂອງສະຫະລັດ ສົ່ງຜົນໃຫ້ຜູ້ໂດຍສານຢູ່ເທິງຍົນ 10 ຄົນ ເສຍຊີວິດທັງໝົດ. ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງດັລລັສ ລັດເທັກຊັສ ປະເທດສະຫະລັດ ອາເມຣິກາ ເມື່ອວັນອາທິດ ທີ 30 ມິຖຸນາ ວ່າ ຍົນໂດຍສານບີຊຄຣາຟ ລຸ້ນ "ບີອີ -...

ອຸຕຸແຈ້ງ! ວັນທີ 2-5 ກໍລະກົດ ທົ່ວທຸກຈະມີຝົນຕົກໜັກ, ລົມພັດແຮງ, ຟ້າຮ້ອງ, ຟ້າຜ່າ ແລະ ດິນເຈື່ອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໄພຝົນຕົກໜັກໃນລະຫວ່າງວັນທີ 02 ຫາ 05 ກໍລະກົດ 2019 ສະບັບເລກທີ 0895/ກອຕທ ລົງວັນທີ 01 ກໍລະກົດ 2019 ວ່າດັ່ງນີ້:       ໃນໄລຍະວັນທີ 02 ຫາ 05 ກໍລະກົດ 2019 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງ ຫາແຮງ ພັດປົກຄຸມຢູ່ຕອນໃຕ້ຂອງປະເທດ...

ການກໍ່ສ້າງໂຮງຮຽນປະຖົມຫຼັງໃໝ່ ບ້ານນາໄຊໃຫຍ່ ຄືບໜ້າ 30%

ຊາວບ້ານນາໄຊໃຫຍ່ ເມືອງ ແລະ ແຂວງ ສາລະວັນ ສາມັກຄີກັນປະກອບສ່ວນແຮງງານເຂົ້າໃສ່ການກໍ່ສ້າງໂຮງຮຽນປະຖົມ ຫຼັງໃໝ່ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ນາງ     ເມດຕາ ໂພຊະນະລັກ ເຈົ້ົາຂອງທຸລະກິດໂຮງແຮມປາກເຊ ທີ່ໄດ້ສະຫຼະທຶນສ່ວນຕົວ ແລະ ລະດົົມນຳໝູ່ຄູ່ມາຊ່ວຍເຫຼືອສ້າງໂຮງຮຽນປະຖົມບ້ານນາໄຊໃຫຍ່ ໃນມູນຄ່າ 236 ລ້ານກວ່າກີບ, ດ້ານການກໍ່ສ້າງຮອດປັດຈຸບັນຄືບໜ້າແລ້ວ 30% ຄາດຈະໃຫ້ສຳເລັດທັນເປີດສົກຮຽນໃໝ່ແນ່ນອນ. ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າແນກຖະແຫຼງຂ່າວ,...

ແຂວງໄຊຍະບູລີ ອົບຮົມການປ້ອງກັນແລະ ກຳຈັດບົ້ງຝູງສາລີ

ຊຸດອົບຮົມການປ້ອງກັນ ແລະ ກຳຈັດບົ້ງຝູງສາລີໃຫ້ພະນັກງານຂະແໜງປູກຝັງທົ່ວແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 27 ມິຖຸນານີ້ ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ, ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ວິໄລສຸກ         ເຄນນະວົງ ຫົວໜ້າກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຳເກິງ ພັນລັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີບັນດາຫົວໜ້າ,...

ເລີ່ມແລ້ວມື້ນີ້! ລົງທະບຽນເສັງ ມຊ ແບບອອນ​ລາຍ (Online)

ແຈ້ງຂ່າວ! ສຳລັບນ້ອງໆຜູ້ໃດທີ່ຈົບສາຍສາມັນມໍ7 ທີ່ມີຄວາມໄຝ່ຝັນຢາກສຶກສາຕໍ່ຢູ່ມະຫາວິທະຍາໄລແຫ່ງຊາດ ສາມາດລົງທະບຽນສອບເສັງແບບອອນລາຍ (Online) ໄດ້ແລ້ວນັບແຕ່ມື້ນີ້ ຈົນເຖິງ 30 ກໍລະກົດ ແລະ ຈະສອບເສັງຕົວຈິງໃນວັນທີ 3 ສິງຫານີ້.     ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ) ໄດ້ເປີດໃຫ້ລົງທະບຽນ​ແບບ​ອອນ​ລາຍ (Online) ​ເພື່ອ​ສະໝັກ​ສອບ​ເສັງ​ຄັດ​ເລືອກ​ເອົາ​ນັກ​ສຶກສາ​ເຂົ້າ​ຮຽນ​ຢູ່​ມະຫາວິທະຍາ​ໄລດັ່ງກ່າວໃນສົກປີ 2019-2020, ວິທີການແມ່ນໃຫ້ລົງກົດເຂົ້າລີ້ງນີ້https://entrance.nuol.edu.la/?fbclid=IwAR01xpLIQLaYyvGPzRjclqXUxeazAwIXkmn3WXQAHYK5VUBUtss6FOmzt9I ແລ້ວຈະມີຂັ້ນຕອນຂອງມັນເປັນພາສາລາວໃຫ້ນ້ອງໆໄດ້ຕື່ມຂໍ້ມູນຕາມທີ່ລະບຸໄວ້ໃນນັ້ນແຕ່ລະຂັ້ນຕອນ.     ສໍາລັບການລົງທະບຽນ​ແບບອອນ​ລາ​ຍຈະ​ເລີ່​ມ​ແຕ່​ວັນ​ທີ 1-30 ກໍ​ລະ​ກົດນີ້ ​ແລະ ນໍາ​ເອກະສານ​ມາສະ​ເໜີ,...
- Advertisment -
Slide
Slide

Most Read

error: Content is protected !!