ສົ່ງເສີມຜູ້ປະກອບການນໍາໃຊ້ເວັບໄຊສູນບໍລິການ ວນກ ອາຊຽນ

40

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ກສວ ), ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ຮ່ວມກັບ ສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ປະເທດໄທ ເປີດກອງປະຊຸມສົ່ງເສີມໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ( ວນກ ) ນໍາໃຊ້ເວັບໄຊສູນບໍລິການ ວນກ ອາຊຽນ ( www.aseansme.org ) ທີ່ແຂວງຈໍາປາສັກ ເນັ້ນໃຫ້ຜູ້ປະກອບການນໍາໃຊ້ເປັນຖານຂໍ້ມູນ ເພື່ອຕໍ່ຍອດທຸລະກິດໃນຍຸກດິຈິຕອລ.

ກອງປະຊຸມດັ່ງກ່າວຈັດຂຶ້ນເມື່ອບໍ່ດົນມານີ້ ພາຍໃຕ້ການເປັນປະທ່ານຮ່ວມ ຂອງ ທ່ານ ສົມບັດ ແສນພັນຊ່ອງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຈໍາປາສັກ, ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ອັດຕະນິສາ ແຈ້ງໃຈທໍາ ຮອງຜູ້ອໍານວຍການຝ່າຍຄວາມຮ່ວມມືລະຫວ່າງປະເທດ, ສໍານັກງານສົ່ງ​ເສີມ​ວິ​ສາ​ຫະກິດ​       ຂະໜາດນ້ອຍ ​ແລະ ກາງ (ສສວ) ປະເທດ ໄທ  ໂດຍມີຜູ້ເຂົ້າຮ່ວມທີ່ຕາງຫນ້າສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ, ຜູ້ສະໜອງບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດ (BDS), ສະມາຄົມທຸລະກິດ, ມະຫາວິທະຍາໄລ ແລະ ບັນດາ ວນກ ພາຍໃນແຂວງ ຈໍາປາສັກ, ນອກນັ້ນ ຍັງມີຜູ້ເຂົ້າຮ່ວມຈາກ ບັນດາພະແນກການທີ່ກ່ຽວຂ້ອງ,  ພະແນກອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ 4 ແຂວງພາກໄຕ້ ຄື: ແຂວງ ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ ທັງໝົດຈໍານວນ 50 ທ່ານ.

ຈຸດປະສົງຂອງກອງປະຊຸມເພື່ອກະຈາຍຄວາມຮູ້ ແລະ ຂໍ້ມູນ – ຂ່າວສານໃໝ່ໃຫ້ແກ່ ວນກ ໃນທ້ອງຖິ່ນ ເນື່ອງຈາກເຫັນວ່າແຂວງຈໍາປາສັກ ເປັນແຂວງໜຶ່ງທີ່ມີທ່າແຮງ ແລະ ມີຈໍານວນ ວນກ ຫຼາຍສົມຄວນ ແລະ ຍັງເປັນແຂວງເປົ້າໝາຍທີ່ຈະສ້າງຕັ້ງສູນບໍລິການ ວນກ ເພື່ອດໍາເນີນວຽກງານສະໜອງບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດໃຫ້ ວນກ ເຊິ່ງເປັນໜຶ່ງໃນ 07 ຂົງເຂດນະໂຍບາຍ ທີ່ໄດ້ລະບຸໃນແຜນພັດທະນາ ວນກ 2016 – 2020.

ໃນທີ່ປະຊຸມຜູ້ຊ່ຽວຊານຈາກສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ນໍາສະເໜີກ່ຽວກັບ ເວັບໄຊສູນບໍລິການ ວນກ ອາຊຽນ ( www.aseansme.org ) ເວັບໄຊດັ່ງກ່າວແມ່ນແຫຼ່ງສັງລວມຄວາມຮູ້ກ່ຽວກັບການບໍລິການໃຫ້ຄໍາປຶກສາ ເພື່ອພັດທະນາທຸລະກິດຂອງ ວນກ ໃນດ້ານຕ່າງໆ ເຊິ່ງໄດ້ເລີ່ມເປີດນໍາໃຊ້ນັບແຕ່ເດືອນພະຈິກປີ 2015 ເປັນຕົ້ນມາ. ເວັບໄຊສູນບໍລິການ ວນກ ອາຊຽນ ນີ້ແນໃສ່ເຜີຍແຜ່ຂໍ້ມູນກ່ຽວກັບການສະໜອງບໍລິການໃຫ້ຄໍາປຶກສາແກ່ ວນກ ໃນຫຼາກຫຼາຍຮູບແບບ ເຊັ່ນ: ກອງປະຊຸມປຶກສາຫາລືລະ ຫວ່າງທຸລະກິດ, ການບໍລິການໃຫ້ຄໍາປຶກສາ, ລະບົບການຈັດສົ່ງຜູ້ຊ່ຽວຊານ, ການເຮັດການຕະຫຼາດອອນລາຍ, ໂອກາດໃນການຈັບຄູ່ທຸລະກິດ, ການຈັດກິດຈະກໍາຕ່າງໆ ລວມທັງການຮວມກຸ່ມກັນໃນການສະໜອງການບໍລິການໃຫ້ຄໍາປຶກສາແກ່ ວນກ ໃນພາກພື້ນອາຊຽນ. ຜ່ານມາເຄີຍຈັດກອງປະຊຸມເຜີຍແຜ່ໃນຫົວຂໍ້ດັ່ງກ່າວມາແລ້ວ 02 ຄັ້ງ ໃຫ້ທັງພາກລັດ ແລະ ວນກ ທີ່ນະຄອນຫຼວງວຽງຈັນ.

[ ຂ່າວ: ພຸດຕີ້; ຂໍ້ມູນ ກະຊວງ ອຄ ]