ຊາວຫຼວງພະບາງ ລະວັງໄດ້ສິນຄ້າປອມ!!! ກວດພົບແລ້ວຫຼາຍລາຍການ

48

ຫຼວງພະບາງ ເປັນສະຖານທີ່ທີ່ຂຶ້ນຊື່ຂອງລາວເຮົາ ມີແຂກຕ່າງດ້າວທ້າວຕ່າງຖິ່ນມາຢ້ຽມຊົມຫຼວງຫຼາຍໃນແຕ່ລະປີ ແຕ່ຍັງມີພໍ່ຄ້າຫົວໃສນຳເອົາເຄື່ອງຂອງລອກຮຽນແບບໄປລັກຂາຍໃຫ້ປະຊາຊົນທີ່ຮູ້ເທົ້າບໍ່ເຖິງການ ເຊິ່ງນັ້ນຈະສ້າງຄວາມເສື່ອມເສຍຕໍ່ພາບລັກຊື່ສຽງທີ່ມີມາແຕ່ຊ້ານານ ແລະ ຍັງມີຄວາມສ່ຽງຕໍ່ສຸຂະພາບຂອງຜູ້ຊົມໃຊ້ອີກດ້ວຍຈິ່ງຝາກເຕືອນໃຫ້ທຸກຄົນມີສະຕິລະມັດລະວັງສິນຄ້າປອມແປງຂາຍລາຄາຖືກ ເພາະໄດ້ມີການກວດພົບແລ້ວຫຼາຍລາຍການ.

 

ເພື່ອເປັນການປົກປ້ອງຜົນປະໂຫຍດຂອງຜູ້ຊົມໃຊ້, ຜູ້ບໍລິໂພກ ບໍ່ໃຫ້ຖືກເອົາປຽບຈາກແມ່ຄ້າຊາວຂາຍ ເຈົ້າໜ້າທີ່ໆກ່ຽວຂ້ອງໄດ້ໃຈໃສ່ເຂັ້ມງວດ ຕິດຕາມກວດກາຄຸນນະພາບສິນຄ້າຕາມທ້ອງຕະຫຼາດເປັນປະຈຳ ທັງນີ້, ກໍ່ເພື່ອເຮັດໃຫ້ບັນຍາກາດການຊື້-ຂາຍຢູ່ໃນທ້ອງຕະຫຼາດ ແລະ ເຂົ້າສູ່ລະບົບຂຶ້ນເທື່ອລະກ້າວ ແລະ ສ້າງໃຫ້ມີຄວາມຍຸຕິທຳໃນສັງຄົມ ສຳລັບແຂວງຫຼວງພະບາງເມື່ອບໍ່ດົນມານີ້, ທາງເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມຕົວແທນຂອງບໍລິສັດສະຫວັນໄຊ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໄດ້ລົງຕິດຕາມກວດກາຢູ່ຕາມຮ້ານຄ້າຂາຍຍົກ-ຂາຍຍ່ອຍ ໃນເທດສະບານນະຄອນ-ຫຼວງພະບາງ ແລະ ຕາມທ້ອງຕະຫຼາດ.

 

 

ສະຖານທີ່ໆລົງໄປກວດປະກອບມີຕະຫຼາດໂພສີ, ຕະຫຼາດນາວຽງຄຳ, ບ້ານສັງຄະໂລກ, ບ້ານພູ ໝອກ, ບ້ານຜາສຸກ, ບ້ານໜອງຊາຍ ແລະ ຮ້ານຄ້າຂາຍຍົກ-ຂາຍຍ່ອຍຕາມເສັ້ນທາງ 13 ເໜືອ ພົບເຫັນສິນຄ້າລອກຮຽນແບບປະເພດ ແຟັບແອັກແທັກ ອີຊີ ຈໍານວນ 312 ຖົງ ມູນຄ່າ 2.735.000 ກີບ. ໃນນັ້ນຂະໜາດບັນຈຸ 3.000 ກຣາມ 19 ຖົງ ແລະ 450 ກຣາມ 293 ຖົງ.

 

 

ສ່ວນຕະຫຼາດຟອງສະຫວັນ ແລະ ຕະຫຼາດມະໂນລັກ ແມ່ນບໍ່ພົບເຫັນ. ເຊິ່ງສິນຄ້າດັ່ງກ່າວແມ່ນເກັບຮັກສາໄວ້ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ ເພື່ອກະກຽມທຳລາຍຖິ້ມ.

 

 

 

ຂໍ້ມູນ: ພະແນກອຸດສາຫະກຳ ແລະ ການຄ້າ ຫຼວງພະບາງ