ຍີ່ປຸ່ນເພິ່ມຄວາມເຂັ້ມງວດ ສົ່ງອອກສິນຄ້າທັນສະໄໝໃຫ້ເກົາຫຼີໃຕ້

45

ລັດຖະບານຍີ່ປຸ່ນເພິ່ມຄວາມເຂັ້ມງວດໃນການສົ່ງອອກວັດຖຸດິບທັນສະໄໝໃຫ້ແກ່ເກົາຫຼີໃຕ້ທີ່ລວມເຖິງສານເຄມີສໍາລັບຜະລິດຊິບ ຕອບໂຕ້ຄໍາຕັດສິນຂອງສານສູງສຸດເກົາຫຼີໃຕ້ ເມື່ອປີຜ່ານມາ ເລື່ອງແຮງງານທາດ ສະໄໝສົງຄາມໂລກ ຄັ້ງທີສອງ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນຈັນ ທີ 1 ກໍລະກົດ ວ່າ ກະຊວງເສດຖະກິດການຄ້າ ແລະ ອຸດສາຫະກໍາຂອງຍີ່ປຸ່ນ ອອກຖະແຫຼງການ ເມື່ອວັນຈັນ ກ່ຽວກັບການຍົກລະດັບມາດຕະການເຂັ້ມງວດໃນການສົ່ງອອກເຄມີພັນຫຼາຍຊະນິດ ແລະ ວັດຖຸດິບທັນສະໄໝ ສໍາລັບໃຊ້ໃນການຜະລິດຊິບ ແລະ ໜ້າຈໍສະມາດໂຟນໄປເກົາຫຼີໃຕ້ ໂດຍມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 4 ກໍລະກົດ ນີ້ເປັນຕົ້ນໄປ ເຊິ່ງແນ່ນອນວ່າ ຈະກໍ່ໃຫ້ເກີດຜົນກະທົບຕໍ່ສາຍວຽກການຜະລິດຂອງບໍລິສັດດ້ານເທັກໂນໂລຢີຍັກໃຫຍ່ຂອງເກົາຫຼີໃຕ້ ບໍ່ວ່າຈະເປັນຊໍາຊຸງ, ແອລຈີ, ເອັສເຄ ແລະ ໄຮນິກຊ໌ ເນື່ອງຈາກຜູ້ປະກອບການຂອງຍີ່ປຸ່ນຕ້ອງເຮັດເລື່ອງຂໍໃບອະນຸຍາດຈາກໜ່ວຍງານຂອງລັດທີ່ອາດໃຊ້ເວລາພິຈາລະນາດົນເຖິງ 90 ວັນ ເພື່ອໃຫ້ສົ່ງອອກສິນຄ້າເຫຼົ່ານີ້ໃຫ້ແກ່ລູກຄ້າໃນເກົາຫຼີໃຕ້.

ในภาพอาจจะมี 1 คน, กำลังยืน

ທັງນີ້ ຄວາມເຄື່ອນໄຫວດັ່ງກ່າວຂອງຍີ່ປຸ່ນ ເກີດຂຶ້ນລະຫວ່າງຂໍ້ພິພາດທີ່ຍືດເຍື້ອມາຕັ້ງແຕ່ສະໄໝສົງຄາມໂລກ ຄັ້ງທີສອງ ກັບເກົາຫຼີໃຕ້ ເມື່ອສານສູງສຸດໃນນະຄອນຫຼວງໂຊ ມີຄໍາພິພາກສາເມື່ອທ້າຍເດືອນຕຸລາ ປີຜ່ານມາ ໃຫ້ບໍລິສັດນິບປອນ ສະຕີລ ຂອງຍີ່ປຸ່ນຈ່າຍຄ່າຊົດເຊີຍໃຫ້ແກ່ແຮງງານທາດ ເຊິ່ງລັດຖະບານໂຕກຽວຍັງປະທ້ວງຢ່າງຕໍ່ເນື່ອງຈົນເຖິງຕອນນີ້ ວ່າ ເປັນຄໍາພິພາກສາທີ່ທໍາລາຍຄວາມເຊື່ອໝັ້ນໃນລະດັບທະວີພາຄີ. ໃນຂະນະທີ່ ຈົນເຖິງປັດຈຸບັນ ເກົາຫຼີໃຕ້ຍັງບໍ່ເຄີຍມີມາດຕະການແກ້ໄຂບັນຫາແຮງງານທາດໃຫ້ຊັດເຈນ ໃນລະດັບສາກົນ ພ້ອມທັງຢໍ້າວ່າ ຍີ່ປຸ່ນ ແລະ ເກົາຫຼີໃຕ້ລົງນາມຍຸຕິກໍລະນີພິພາດເລື່ອງນິບປອນ ສະຕີລ ຕັ້ງແຕ່ປີ 1965 ແລ້ວ ເຊິ່ງເປັນປີດຽວກັບທີ່ທັງສອງປະເທດລົງນາມຂໍ້ຕົກລົງຟື້ນຟູຄວາມສໍາພັນທາງການທູດລະຫວ່າງກັນດ້ວຍ.

ในภาพอาจจะมี 2 คน, ข้อความ

ດ້ານລັດຖະບານໂຊ ຍັງບໍ່ອອກມາສະແດງທ່າທີຫຼາຍ ໂດຍກະຊວງການຄ້າຂອງເກົາຫຼີໃຕ້ອອກຖະແຫຼງການພຽງວ່າ ການດໍາເນີນການຂອງຍີ່ປຸ່ນ ໃນຄັ້ງນີ້ ລະເມີດກົດລະບຽບຂອງອົງການການຄ້າໂລກ (WTO) ຢ່າງຊັດເຈນ ແລະ ຈະມີມາດຕະການຕອບໂຕ້ຢ່າງແນ່ນອນ.