ເກີດເຫດຍົນໂດຍສານລໍານ້ອຍຕົກໃນລັດເທັກຊັສ ເສຍຊີວິດໝົດລໍາ 10 ຄົນ

36

ເກີດເຫດຍົນໂດຍສານລໍານ້ອຍ ຂະໜາດ 2 ເຄື່ອງຈັກ ຕົກໃສ່ໂຮງຈອດຍົນ ຫຼັງບິນຂຶ້ນໄດ້ບໍ່ດົນ ຈາກສະໜາມບິນໃນລັດເທັກຊັສ ທາງພາກໃຕ້ຂອງສະຫະລັດ ສົ່ງຜົນໃຫ້ຜູ້ໂດຍສານຢູ່ເທິງຍົນ 10 ຄົນ ເສຍຊີວິດທັງໝົດ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງດັລລັສ ລັດເທັກຊັສ ປະເທດສະຫະລັດ ອາເມຣິກາ ເມື່ອວັນອາທິດ ທີ 30 ມິຖຸນາ ວ່າ ຍົນໂດຍສານບີຊຄຣາຟ ລຸ້ນ “ບີອີ – 350 ຄິງແອຣ໌” ຂະໜາດ 2 ເຄື່ອງຈັກ ປະສົບເຫດຕົກໃສ່ໂຮງຈອດຍົນ ຫຼັງອອກບິນໄດ້ພຽງບໍ່ເທົ່າໃດນາທີ ຈາກສະໜາມບິນແອດດິສັນ ເຊິ່ງຢູ່ຫ່າງຈາກໃຈກາງເມືອງດັລລັສ ໄປທາງທິດເໜືອ ປະມານ 17 ກິໂລແມັດ ເມື່ອໄລຍະເຊົ້າຂອງວັນອາທິດ ຕາມເວລາທ້ອງຖິ່ນ ໂດຍຕາມກໍານົດການຍົນລໍາດັ່ງກ່າວມີຈຸດໝາຍຄືເມືອງເຊັນປີເຕີສ໌ເບີກ ໃນລັດຟຼໍລິດາ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ທັງນີ້ ການຕົກລົງກະທົບຢ່າງຮຸນແຮງຂອງຍົນສົ່ງຜົນໃຫ້ເກີດສຽງດັງ ແລະ ໄຟລຸກຖ້ວມບໍລິເວນທີ່ເກີດເຫດ ແຕ່ທາງເຈົ້າໜ້າທີ່ດັບເພີງສາມາດຄວບຄຸມສະຖານະການໄດ້ທັນເວລາ. ຢ່າງໃດກໍ່ຕາມ, ຜູ້ໂດຍສານທີ່ຢູ່ເທິງຍົນ 10 ຄົນ ແບ່ງເປັນຜູ້ໂດຍສານ 8 ຄົນ ແລະ ນັກບິນ 2 ຄົນ “ບໍ່ມີໃຜລອດຊີວິດ”  ຂະນະທີ່ ສາເຫດຂອງໂສກນາດຕະກໍາຄັ້ງນີ້ ຢູ່ລະຫວ່າງການສືບສວນສອບສວນຂອງໜ່ວຍງານທີ່ກ່ຽວຂ້ອງ ເຊິ່ງລວມເຖິງຄະນະກໍາມະການຄວາມປອດໄພການຂົນສົ່ງແຫ່ງຊາດອາເມຣິກາ (NTSB) ແຕ່ສື່ທ້ອງຖິ່ນລາຍງານໂດຍອ້າງພິຍານໃນທີ່ເກີດເຫດ ວ່າ ນັກບິນໄດ້ສູນເສຍການຄວບຄຸມ.

ในภาพอาจจะมี ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ