ການກໍ່ສ້າງໂຮງຮຽນປະຖົມຫຼັງໃໝ່ ບ້ານນາໄຊໃຫຍ່ ຄືບໜ້າ 30%

67

ຊາວບ້ານນາໄຊໃຫຍ່ ເມືອງ ແລະ ແຂວງ ສາລະວັນ ສາມັກຄີກັນປະກອບສ່ວນແຮງງານເຂົ້າໃສ່ການກໍ່ສ້າງໂຮງຮຽນປະຖົມ ຫຼັງໃໝ່ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ນາງ     ເມດຕາ ໂພຊະນະລັກ ເຈົ້ົາຂອງທຸລະກິດໂຮງແຮມປາກເຊ ທີ່ໄດ້ສະຫຼະທຶນສ່ວນຕົວ ແລະ ລະດົົມນຳໝູ່ຄູ່ມາຊ່ວຍເຫຼືອສ້າງໂຮງຮຽນປະຖົມບ້ານນາໄຊໃຫຍ່ ໃນມູນຄ່າ 236 ລ້ານກວ່າກີບ, ດ້ານການກໍ່ສ້າງຮອດປັດຈຸບັນຄືບໜ້າແລ້ວ 30% ຄາດຈະໃຫ້ສຳເລັດທັນເປີດສົກຮຽນໃໝ່ແນ່ນອນ.

ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ແຂວງສາລະວັນ ເຊິ່ງເປັນຜູ້ຂົນຂວາຍຊອກຫາແຫຼ່ງທຶນ ໃຫ້ສຳພາດວ່າ: ໂຮງຮຽນບ້ານນາໄຊໃຫຍ່ ຫຼັງເກົ່າ ທີ່ໄດ້ສ້າງມາແຕ່ປີ 1984 ມີອາຍຸການນຳໃຊ້ດົນນານ, ຊຸດໂຊມຫຼາຍ ແລະ ມາໃນຕົ້ນເດືອນເມສາ ກໍໄດ້ຮັບຜົນກະທົບຈາກລົມພາຍຸເສຍຫາຍຢ່າງໜັກ ຈົນບໍ່ສາມາດເປີດການຮຽນ – ການສອນໄດ້.

ອຳນາດການປົກຄອງບ້ານ ຈຶ່ງໄດ້ສະເໜີຂໍການຊ່ວຍເຫຼືອນຳຫ້ອງການສຶກສາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຊ່ວຍເຫຼືອ. ພາຍຫຼັງໄດ້ນຳສະເໜີກໍໄດ້ຮັບການຊ່ວຍເຫຼືອຈາກເຈົ້າຂອງທຸລະກິດ ໂຮງແຮມປາກເຊ ໃຫ້ທຶນສ້າງໂຮງຮຽນຫຼັງໃໝ່ ເຊິ່ງມີຂະໜາດລວງຍາວ 36 ແມັດ, ກວ້າງ 8 ແມັດ ເປັນອາຄານຖາວອນ ເບຕົງເສີມເຫຼັກ, ມີທັງໝົດ 6 ຫ້ອງ, 5 ຫ້ອງຮຽນ ແລະ ຫ້ອງການຄູ 1 ຫ້ອງ ມູນຄ່າທັງໝົດ 240 ລ້ານ ກວ່າກີບ. ໃນນັ້ນ, ປະຊາຊົນໄດ້ປະກອບສ່ວນໃນດ້ານແຮງງານ 8 ລ້ານກີບ.

ໂຮງຮຽນດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 20 ພຶດສະພາ 2019 ມາຮອດປັດຈຸບັນສຳເລັດແລ້ວ 30% ແລະ ສືບຕໍ່ຂຸ້ນຂ້ຽວໃຫ້ສຳເລັດຖ່ວງທັນສົກຮຽນໃໝ່ນີ້.

[ ຂ່າວ – ຮູບ: ວິໄລວອນ ສິດທິໄຊ ]