ເລີ່ມແລ້ວມື້ນີ້! ລົງທະບຽນເສັງ ມຊ ແບບອອນ​ລາຍ (Online)

752

ແຈ້ງຂ່າວ! ສຳລັບນ້ອງໆຜູ້ໃດທີ່ຈົບສາຍສາມັນມໍ7 ທີ່ມີຄວາມໄຝ່ຝັນຢາກສຶກສາຕໍ່ຢູ່ມະຫາວິທະຍາໄລແຫ່ງຊາດ ສາມາດລົງທະບຽນສອບເສັງແບບອອນລາຍ (Online) ໄດ້ແລ້ວນັບແຕ່ມື້ນີ້ ຈົນເຖິງ 30 ກໍລະກົດ ແລະ ຈະສອບເສັງຕົວຈິງໃນວັນທີ 3 ສິງຫານີ້.

 

 

ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ) ໄດ້ເປີດໃຫ້ລົງທະບຽນ​ແບບ​ອອນ​ລາຍ (Online) ​ເພື່ອ​ສະໝັກ​ສອບ​ເສັງ​ຄັດ​ເລືອກ​ເອົາ​ນັກ​ສຶກສາ​ເຂົ້າ​ຮຽນ​ຢູ່​ມະຫາວິທະຍາ​ໄລດັ່ງກ່າວໃນສົກປີ 2019-2020, ວິທີການແມ່ນໃຫ້ລົງກົດເຂົ້າລີ້ງນີ້https://entrance.nuol.edu.la/?fbclid=IwAR01xpLIQLaYyvGPzRjclqXUxeazAwIXkmn3WXQAHYK5VUBUtss6FOmzt9I ແລ້ວຈະມີຂັ້ນຕອນຂອງມັນເປັນພາສາລາວໃຫ້ນ້ອງໆໄດ້ຕື່ມຂໍ້ມູນຕາມທີ່ລະບຸໄວ້ໃນນັ້ນແຕ່ລະຂັ້ນຕອນ.

 

 

ສໍາລັບການລົງທະບຽນ​ແບບອອນ​ລາ​ຍຈະ​ເລີ່​ມ​ແຕ່​ວັນ​ທີ 1-30 ກໍ​ລະ​ກົດນີ້ ​ແລະ ນໍາ​ເອກະສານ​ມາສະ​ເໜີ, ຮັບ​ບັດ​ອະນຸ​ຍາ​ດ​ເຂົ້າຫ້​ອງສອບ​ເສັງ​ຈາກ​ກາ​ນລົງ​ອອນ​ລາຍ ​ເລີ່ມ​ວັນ​ທີ 8-30 ກໍ​ລະ​ກົດ ຢູ່ທີ່ສະ​ໂມ​ສອນ​​ໃຫຍ່ມະຫາ​ວິ​ທະຍາ​ໄລ​ແຫ່ງ​ຊາດ. ໃນກໍ​ລະ​ນີຜູ້​ທີ່​ບໍ່​ສາມາ​ດລົງທະບຽນ​ເອງ​ໄດ້ ​ແລະ ບໍ່​ເຂົ້າ​ໃຈ ​ແມ່ນ​ສາມາ​ດມາ​ລົງທະບຽນ​ທາງ​ອອນ​ລາຍ​ກັບ​ທີ່ ຢູ່​ມະຫາ​ວິ​ທະຍາ​ໄລ​ແຫ່ງ​ຊາດ ​ເລີ່​ມ​ແຕ່​ວັນ​ທີ 8-30 ກໍລະກົດນີ້ເຊັ່ນກັນ.

 

 

ສ່ວນເອກະສານ​ທີ່​ນັກ​ຮຽນຕ້ອງ​ປະກອບ​ຄັດ​ຕິດ​ໃສ່​ເອກະ​ສານ​ສະໝັກ​ສອບ​ເສັງ​ປະກອບ​ມີ: ສໍາ​ເນົາ​ບັດ​ເຂົ້າ​ຫ້ອງ​ເສັງຈົບ ມ.7 ທີ່​ຈົບ​ໃນ​ສົກຮຽນ 2018-2019 (1 ສະບັບ); ສໍາ​ເນົາ​ປະກາສະ​ນີຍະ​ບັດ​ຈົບ ມ.7 ກ່ອນ​ສົກຮຽນ 2018-2019 (1 ສະບັບ); ສໍາ​ເນົາ​ບັດປະ​ຈໍາ​ຕົວ ຫຼືສໍາ​ເນົາ​ປຶ້ມ​ສໍາມະ​​ໂນ​ຄົວ ​ທີ່​ມີ​ຮູບ​ຜູ້​ສະໝັກ​ຕິດ​ຢູ່ (1 ສະບັບ); ຮູບ​ຖ່າຍ​ຂະໜາດ 3×4 ຖ່າຍ​ບໍ່​ເກີນ 3 ​ເດືອນ ຈໍານວນ 2 ​ໃບ (ສໍາລັບ​ນັກຮຽນ​ຈົບ ມ.7 ສົກຮຽນ 2018-2019 ​ໃຫ້​ເອົາ​ຮູບ​ດຽວ​ກັນ​ກັບ​ຮູບ​​ໃນ​ບັດ​ເຂົ້າ​ຫ້ອງ​ສອບ​ເສັງ​ຈົບ ມ.7 ​ແລະ ​ເອກະສານ​ທຸກ​ຊະນິດ​ຕ້ອງ​ມີ​ຕົ້ນ​ສະບັບ​ມາ​ຢັ້ງຢືນ​ເພື່ອ​ກວດ​ສອບ​ຄວາມ​ຖືກຕ້ອງ), ເຊິ່ງນັກ​ສຶກສາ​ສາ​ມາດ​ຕິດຕາມ​ລາຍ​ຊື່ ​ແລະ ສະຖານ​ທີ່​ສອບ​ເສັງ​ໃນ​ວັນ​ທີ 2 ສິງຫາ 2019 ແລະ ລາຍ​ລະອຽດ​ໃນ​ການ​ສອບ​​ເສັງ​ໃນ​ການ​ສະໝັກ​ສາມາດ​ເຂົ້າ​ເບິ່ງ​ໄດ້​ທີ່  https://entrance.nuol.edu.la/

 

 

​​ເວລາ​ການ​ສອບ​ເສັງ ​ໃນ​ວັນ​ທີ 3 ສິງຫານີ້, ກຸ່ມສອບ​ເສັງ A ຕອນ​ເຊົ້າ​​ ເວລາ 9:00-11:00 ​ສອບ​ເສັງ​ວິຊາ ​ຄະນິດສາດ A+ພາສາ​ລາວ-​ວັນນະຄະດີ; ຕອນ​ບ່າຍ ​ ເວລາ​ 14:00-16:00 ​ ​ສອບ​ເສັງ​ວິຊາ ​ຟີ​ຊິກ​ສາດ+​ເຄມີ​ສາດ+​ຊີວະ​ສາ​ດ.

 

 

ກຸ່ມ​ສອບ​ເສັງ B ຕອນ​ເຊົ້າ​ ເວລາ 9:00-11:00 ​ສອບ​ເສັງ​ວິຊາ ​ຄະ​ນິດ​ສາດ B+ພາສາ​ລາວ-​ວັນນະຄະດີ; ຕອນ​ບ່າຍ ເວລາ​ 14:00-15:30 ​​ສອບ​ເສັງ​ວິຊາ​ ພູມ​ສາດ+​ປະຫວັດສາດ. ສ່ວນກຸ່ມ​ສອບ​ເສັງ C ຕອນ​ເຊົ້າ​​ ເວລາ 9:00-11:00 ​ສອບ​ເສັງ​ວິຊາ​ຄະນິດສາດ C+​ເຄມີ​ສາດ+​ຊີວະ​ສາດ, ຕອນ​ບ່າຍ ເວລາ​ 14:00-15:30 ​​ສອບ​ເສັງ​ວິຊາ ​ພູມສາດ+​ປະຫວັດສາດ+​ພາສາ​ລາວ-​ວັນນະຄະດີ.