ແຂວງໄຊຍະບູລີ ອົບຮົມການປ້ອງກັນແລະ ກຳຈັດບົ້ງຝູງສາລີ

42

ຊຸດອົບຮົມການປ້ອງກັນ ແລະ ກຳຈັດບົ້ງຝູງສາລີໃຫ້ພະນັກງານຂະແໜງປູກຝັງທົ່ວແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 27 ມິຖຸນານີ້ ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ, ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ວິໄລສຸກ         ເຄນນະວົງ ຫົວໜ້າກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຳເກິງ ພັນລັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງປູກຝັງ ແລະ ໜ່ວຍງານປູກຝັງ 11 ເມືອງ, ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ໃຊ້ເວລາ 2 ວັນ, ສຳມະນາກອນຈະໄດ້ຄົ້ນຄວ້າ, ຮຽນຮູ້ກ່ຽວກັບຫຼັກການປ້ອງກັນພືດແບບປະສົມປະສານ, ການປ້ອງກັນ ແລະ ການກຳຈັດບົ້ງສາລີ, ການນຳໃຊ້ສານເຄມີເຂົ້າໃນການປ້ອງກັນ ແລະ ກຳຈັດບົ້ງຝູງສາລີ, ຫຼັກການປ້ອງການ ແລະ ກຳຈັດສັດຕູພືດ, ພື້ນຖານການຈັດການສັດຕູພືດ, ລະບົບນິເວດວິທະຍາ, ວິທີການຈັດການສັດຕູພືດ, ການຕິດຕັ້ງວົງຈອນຂອງພືດ, ການຄວບຄຸມວິທີແບບທຳມະຊາດ, ການຄວບຄຸມດ້ວຍຊີວະວິທະຍາ, ການອະນຸຮັກສັດຕູທຳມະຊາດ, ວິທີການຮັກສາສັດຕູທຳມະຊາດ, ການຄວບຄຸມວິທີເຂດຕະກຳ, ການຄວບຄຸມດ້ວຍວິທີກົນ, ການປ້ອງກັນດ້ວຍວິທີກາຍຍະພາບ ແລະ ການຄວບຄຸມດ້ວຍການນຳໃຊ້ສະໝຸນໄພຈາກພືດ.

ຈາກນັ້ນ, ກໍໄດ້ລົງສາທິດຕົວຈິງໃນພື້ນທີ່ລະບາດຂອງບົ້ງຝູງສາລີ ຢູ່ເມືອງໄຊຍະບູລີຕື່ມອີກ ເນື່ອງຈາກວ່າແຂວງໄຊຍະບູລີ ໄດ້ມີການລະບາດບົ້ງຝູງສາລີທົ່ວແຂວງ, ໃນລະຫວ່າງກາງເດືອນພຶດສະພາຜ່ານມາ ຈົນເຖິງປັດຈຸບັນຍັງບົ້ງຝູງສາລີແຜ່ລະບາດອອກໄປຈົນຄົບ 11 ເມືອງທົ່ວແຂວງ, ຍ້ອນແຂວງຂາດງົບປະມານ ແລະ ຂາດຢາຂ້າຝູງບົ້ງທາງກົມປູກຝັງສູນປ້ອງກັນພືດໄດ້ນຳເອົາອຸປະກອນ ແລະ ຢາປາບສັດຕູພືດມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ເພື່ອນຳໃຊ້ເຂົ້າໃນການປ້ອງກັນກຳຈັດບົ້ງຝູງສາລີ.

ເຄື່ອງທີ່ມອບໃນຄັ້ງນີ້ມີເຄື່ອງອຸຕະກະເສດ 1 ຊຸດ, ກັບດັກແມງໄມ້ 1 ຊຸດ ແລະ ຢາປາບສັດຕູພືດ 3 ແກັດ ລວມມູນຄ່າທັງໝົດ 10.300 ໂດລາ ແລະ 16,8 ລ້ານກີບ, ກ່າວມອບຂອງ ທ່ານ ວິໄລສັກ ເຄນນະວົງ ຫົວໜ້າກົມປູກຝັງ ແລະ ກ່າວຮັບຂອງ ທ່ານ ຄຳເກິງ ພັນລັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງ.

[ ຂ່າວ: ບຸນທີ ]