ອະຫິວາໝູອາຟຣິກກາ ລະບາດຢູ່ເມືອງຕຸ້ມລານ ໝູຕາຍແລ້ວຫຼາຍກວ່າ1 ພັນໂຕ

97

ພາຍຫຼັງທີ່ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການກໍລະນີີພົບເຊື້ອພະຍາດອະຫິວາໝູອາຟຣິກກາລະບາດຢູ່ 7 ບ້ານຂອງຕຸ້ມລານ ແຂວງສາລະວັນ ຄື: ບ້ານສາມັກຄີໄຊ, ດິນດາກ, ໂພນງາມ, ແກ້ງຮັງ, ນາລະຈາງ, ຫວ້ຍຫວ້າ ແລະ ບ້ານນາຮ່ອງໃຫຍ່.

 

 

ຕໍ່ກັບເຫດການດັ່ງກ່າວ, ອຳນາດການປົກຄອງແຂວງ ໄດ້ແຕ່ງຕັ້ງຄະນະຊີ້ນຳຕ້ານ ແລະ ສະກັດກັ້ນຂັ້ນແຂວງ, ເມືອງ, ຂະແໜງທີ່ກ່ຽວຂ້ອງ ໂດຍສະເພາະພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງສົມທົບ, ຕິດຕາມ, ເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ, ພ້ອມທັງຕອບໂຕ້ຢ່າງຮີບດ່ວນ ເພື່ອບໍ່ໃຫ້ພະຍາດແຜ່ລາມໄປເປັນບໍລິເວນກວ້າງ, ໄວວາຈາກບ້ານຕໍ່ບ້ານ, ພ້ອມທັງໄດ້ຕັ້ງດ່ານສະກັດກັ້ນ, ກວດກາປ້ອງກັນບໍ່ໃຫ້ມີການລັກລອບຊື້-ຂາຍໝູ ດ້ວຍຮູບແບບຕ່າງ ເຊັ່ນ: ການແຍກສິ້ນສ່ວນ, ແປຮູບເປັນອາຫານ ແລະ ອື່ນໆ ຢູ່ 6 ຈຸດ, ໃນນັ້ນມີຈຸດພົ່ນຢາຂ້າເຊື້ອ 2 ຈຸດ.

 

 

ທ່ານ ອານຸສັກ ຈຳປາຄຳ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ໄດ້ເປີດເຜີຍຕໍ່ກອງປະຊຸມປຶກສາຫາລືໃຫ້ຮູ້ວ່າ: ພາຍຫຼັງໄດ້ມີແຈ້ງການພົບເຊື້ອພະຍາດອະຫິວາໝູອາຟຣິກກາຢູ່ ເມືອງຕຸ້ມລານ ກໍ່ໄດ້ເຄື່ອນໄຫວຕິດຕາມສະພາບການດັ່ງກ່າວ ແລະ ໄດ້ອອກແຈ້ງການເຖິງອຳນາດການປົກຄອງບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນ ຜູ້ທີ່ເປັນເຈົ້າຂອງໝູເຝົ້າລະວັງຕິດຕາມຢ່າງໃກ້ຊິດ ແລະ ບໍ່ໃຫ້ມີການເຄື່ອນຍ້າຍ, ລັກຊື້ຂາຍ, ບໍລິໂພກ ຢ່າງເດັດຂາດ ແລະ ຖ້າພົບໝູທີ່ຕາຍຕ້ອງທຳລາຍຖິ້ມດ້ວຍການຈູດ ຫຼື ຝັງດິນ ຕາມຫຼັກວິຊາການ. ພ້ອມດຽວກັນນັ້ນຕ້ອງເກັບກຳຂໍ້ມູນຢ່າງລະອຽດ  ແລະ ລາຍງານສະພາບການຢ່າງຕໍ່ເນື່ອງ.

 

 

ພາຍຫຼັງທີ່ເຄື່ອນໄຫວຕິດຕາມສະພາບການດັ່ງກ່າວ, ທັງພາກສະໜາມ ແລະ ການລາຍງານຂໍ້ມູນຈາກພະນັກງານທີ່ລົງເຄື່ອນໄຫວເຮັດວຽກໃນແຕ່ລະບ້ານ ໂດຍສະເພາະບ້ານທີ່ກວດພົບເຊື້ອພະຍາດ ແລະ ບ້ານທີ່ມີຄວາມສ່ຽງໃນການຕິດຕໍ່ ແນໃສ່ສະກັດກັ້ນຢ່າງເດັດຂາດ. ຈາກການປະເມີນ ແລະ ກວດກາພົບວ່າ: ການແຜ່ລະບາດຂອງພະຍາດດັ່ງກ່າວຍັງຢູ່ໃນຂອບເຂດ 7 ບ້ານ, ແຕ່ພົບຈຳນວນໝູທີ່ຕາຍເພີ່ມຂຶ້ນ ລວມທັງໝົດ 1.183 ໂຕ ເຊິ່ງໄດ້ທຳລາຍຖິ້ມແລ້ວ 100% ດ້ວຍການຈູດ ແລະ ຝັງດິນ.

ສຳລັບໝູທີ່ຍັງບໍ່ທັນຕາຍຈຳນວນ 1.132 ໂຕ ໃນ 7 ບ້ານ ແມ່ນຈະໄດ້ຮີບໂຮມ ສືບຕໍ່ທຳລາຍຖິ້ມໂດຍໄວ. ພ້ອມດຽວກັນນັ້ນກໍ່ໄດ້ນຳໃຊ້ຢາທີ່ສະກັດຈາກສະໝູນໄພຂອງ ທ່ານ  ສາຍຝົນ ພູນສະຫວັນ ເຂົ້າໃສ່ໃນການປິ່ນປົວ, ຊີດໃສ່ໜ້າໝູ ທີ່ຕິດເຊື້ອ. ຜ່ານການຕິດຕາມໄລຍະ 2 ວັນ ເຫັນວ່າ: ຈຳນວນການຕາຍຂອງໝູຫຼຸດລົງ ແລະ ມີອາການດີຂຶ້ນເລື້ອຍໆ.

 

 

ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ກ່າວຕື່ມວ່າ: ທາງເຈົ້າໜ້າທີ່ໆໄດ້ຮັບການມອບໝາຍແມ່ນໄດ້ເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວໃຫ້ພໍ່ແມ່ປະຊາຊົນຮັບຮູ້, ເຂົ້າໃຈຕໍ່ກັບສະພາບການ ແລະ ປຸກລະດົມປະຊາຊົນ ເຂົ້າຮ່ວມເປັນເຈົ້າການໃນການສະກັດກັ້ນພະຍາດອະຫິວາໝູອາຟຣິກກາ ຢ່າງແຂງແຮງ, ແນະນຳປະຊາຊົນ ເຝົ້າຕິດຕາມອາການຂອງໝູ ພ້ອມທັງໃຫ້ຂັງໄວ້ໃນຄອກ ຫຼື ຜູກໄວ້ ເນື່ອງຈາກການລ້ຽງໝູ ແມ່ນລ້ຽງແບບຄອບຄົວ ແລະຢູ່ກະແຈກກະຈາຍກັນ.

ຄຽງຄູ່ກັນນັ້ນໄດ້ສຶກອົບຮົມປະຊາຊົນ, ປຸກລະດົມ ເຂົ້າຮ່ວມຂະບວນການຕ້ານ ແລະ ສະກັດກັ້ນພະຍາດອະຫິວາໝູອາຟຣິກກາ ດ້ວຍຄວາມຮັບຜິດຊອບ ແລະ ຖ້າພົບເຫັນໝູ ມີອາຫານເຫງົາ ແມ່ນໄດ້ຮີບໂຮມທຳລາຍຖິ້ມ ໂດຍໄວ ແລະ ແນະນຳປະຊາຊົນບໍ່ໃຫ້ຕົກໃຈຕໍ່ກັບການລະບາດຂອງພະຍາດ ເພາະບໍ່ສາມາດຕິດໃສ່ຄົນ ຫຼື ສັດປະເພດອື່ນໆໄດ້.