Monthly Archives: July, 2019

ໂຮງຮຽນ 3 ແຫ່ງ ຢູ່ເມືອງຫົງສາ ໄດ້ຮັບອຸປະກອນການສຶກສາ ແລະ ກີລາ

ວັນທີ 28 ມິຖຸນາ 2019 ນີ້ ທ່ານ ພູວັງ ກອງຊັບ ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງ ແລະ ນຳໃຊ້ກອງທຶນພັດທະນາຊຸມຊົນ ໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ພ້ອມດ້ວຍທີມງານໄດ້ນຳເອົາອຸປະກອນຮັບໃຊ້ການຮຽນ - ການສອນ ແລະ ອຸປະກອນກີລາຈຳນວນໜຶ່ງມາມອບໃຫ້ໂຮງຮຽນ 3 ແຫ່ງ ຄື: ໂຮງຮຽນ ມສ ນາປຸ່ງ, ມ.ຕົ້ນ...

ລາວ ແລະ ຫວຽດນາມ ປຶກສາຫາລືສົ່ງເສີມການຄ້າຊາຍແດນ

ກອງປະຊຸມສົ່ງເສີມການຮ່ວມມືການຄ້າຊາຍແດນ 4 ແຂວງພາກເໜືອຂອງລາວ ຄື: ແຂວງຊຽງຂວາງ, ຫົວພັນ, ຫຼວງພະບາງ ແລະ ແຂວງຜົ້ງສາລີ ກັບ 4 ແຂວງພາກເໜືອຂອງ ສສ ຫວຽດນາມ ຄື: ແຂວງເຫງະອານ, ເຊີນລາ, ແທ໋ງຮວາ ແລະ ແຂວງດຽນບຽນ ໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ 2019...

ກະຊວງການເງິນ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ

ກະຊວງການເງິນໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ 8 ສະໄໝທີ II ຂຶ້ນໃນວັນທີ 1 ກໍລະກົດ 2019 ເພື່ອເປັນການສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານພັກເປີດ ກວ້າງ ຄັ້ງທີ 7 ສະໄໝທີ II ທີ່ຜ່ານມາ; ຄຳແນະນໍາກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເລກທີ 291/ຄຈສພ ລົງວັນທີ 26/04/2018...

ເລີ່ມປະຕິບັດ! ຜູ້ເມົາແລ້ວຂັບຈະຖືກປັບໃໝ

ເລີ່ມແຕ່ 1 ກໍລະກົດ 2019 ເປັນຕົ້ນໄປ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນກຽມພ້ອມປະຕິບັດມາດຕະການປັບໃໝ 20 ເທົ່າຕໍ່ຜູ້ເມົາແລ້ວຂັບ. ທັງນີ້, ກໍເພື່ອຫຼຸດຜ່ອນການເກີດອຸບັດເຫດຕາມທ້ອງຖະໜົນ ເຊິ່ງສ້າງຄວາມເສຍຫາຍທາງຊັບສິນ ແລະ ຊີວິດຂອງຜູ້ໃຊ້ຖະໜົນ ແລະ ສັງຄົມ. ທ່ານ ພັນໂທ ເພັງສະຫວັນ ທຳມາບູນ ຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວໃນວັນທີ 1 ກໍລະກົດ ວ່າ:...

ອະຫິວາໝູອາຟຣິກກາ ລະບາດຢູ່ເມືອງຕຸ້ມລານ ໝູຕາຍແລ້ວຫຼາຍກວ່າ 1 ພັນໂຕ ເຈົ້າໜ້າທີ່ເລັ່ງສະກັດກັ້ນຢ່າງຮີບດ່ວນ

ພາຍຫຼັງທີ່ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການກໍລະນີີພົບເຊື້ອພະຍາດອະຫິວາໝູອາຟຣິກກາ ລະບາດຢູ່ 7 ບ້ານ ຂອງເມືອງຕຸ້ມລານ ແຂວງສາລະວັນ ຄື: ບ້ານສາມັກຄີໄຊ, ດິນດາກ, ໂພນງາມ, ແກ້ງຮັງ, ນາລະຈາງ, ຫ້ວຍຫວ້າ ແລະ ບ້ານນາຮ່ອງໃຫຍ່. ຕໍ່ກັບເຫດການດັ່ງກ່າວ, ອຳນາດການປົກຄອງແຂວງໄດ້ແຕ່ງຕັ້ງຄະນະຊີ້ນຳຕ້ານ ແລະ ສະກັດກັ້ນຂັ້ນແຂວງ,...

ລັດຖະບານ ເນັ້ນໃຫ້ກະຊວງທີ່ກ່ຽວຂ້ອງເລັ່ງແກ້ໄຂຂັ້ນຂອດອັດຕັນການທ່ອງທ່ຽວ ບັນຫາຄ່າຄອງຊີບແພງ

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໄດ້ເນັ້ນໃຫ້ກະຊວງທີ່ກ່ຽວຂ້ອງເລັ່ງແກ້ໄຂຂັ້ນຂອດອັດຕັນການທ່ອງທ່ຽວຢ່າງເປັນລະບົບ. ສ່ວນບັນຫາຄ່າຄອງຊີບແພງ ເຊິ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນພາກສ່ວນກ່ຽວຂ້ອງຕ້ອງຮີບຮ້ອນຄົ້ນຄວ້າ ແລະ ຊອກຫາວິທີແກ້ໄຂ. ທ່ານ ຈະເລີນ ເຢຍປາວເຮີ່ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ກ່ຽວກັບຜົນກອງປະຊຸມລັດຖະບານເປີດ ກວ້າງ ຄັ້ງທີ I ປີ 2019 ເມື່ອວັນທີ 28 ມິຖຸນາຜ່ານມາ...

ສະຫາຍ ຮິນທອງ ຂຶ້ນເປັນຮອງປະທານກວດກາພັກ, ຮອງພະແນກກວດກາລັດແຂວງຫົວພັນ

ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ–ລັດໃນໄລຍະ   ໃໝ່. ສະນັ້ນ, ການຊັບຊ້ອນໜ້າທີ່ຈິ່ງມີຄວາມສໍາຄັນເພາະຈະເປັນການເພີ່ມກຳລັງແຮງໃນການປະຕິບັດວຽກງານຂົງເຂດກວດກາພັກ–ລັດໃຫ້ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ. ເຊັ່ນດຽວກັບແຂວງຫົວພັນ ກໍ່ໄດ້ມີການປະກາດຊັບຊ້ອນພະນັກງານຕໍາແໜ່ງຮອງປະທານກວດກາພັກຄົນໃໝ່. ໃນວັນທີ 1 ກໍລະກົດ ນີ້ທີ່ພະແນກກວດກາພັກ – ລັດແຂວງຫົວພັນ ໄດ້ຈັດພິທີມອບ–ຮັບໜ້າທີ່ລະຫວ່າງຮອງປະທານກວດກາພັກ, ຮອງພະແນກກວດກາລັດແຂວງຫົວພັນຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນທີ່ຫ້ອງວ່າການແຂວງຫົວພັນ, ໂດຍການເຂົ້າຮ່ວມຂອງສະຫາຍ ຄໍາສອນ ເທບວົງຊໍາ ກຳມະການປະຈໍາພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດແຂວງຫົວພັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ...

ຂໍຄູ່ຄອງແນະນຳໃຫ້ໄປທ່ຽວໄຕ້ຫວັນ ທີ່ “ວັດເສີຍໄຫ່ເສິງຫວງ”

ມາທ່ອງທ່ຽວທາງປະເທດຈີນກັນແນ່ ປະເທດຈີນເປັນປະເທດໜຶ່ງທີ່ມີວັດທະນະທໍາຮີດຄອງປະເພນີທີ່ີໜ້າສົນໃຈ ແລະ ມີສະຖານທີ່ທ່ອງທ່ຽວຫຼາກຫຼາຍແຫ່ງທີ່ໃນຊີວິດໜຶ່ງເຮົາຄວນໄປສໍາຜັດໃຫ້ໄດ້ ແລະ ມື້ນີ້ແອັດມິນຂໍນໍາສະເໜີໜຶ່ງສະຖານທີ່ສັກສິດຫຼາຍຕາມຄວາມເຊື່ອຂອງຄົນໄຕ້ຫວັນ ແລະ ນັກທ່ອງທ່ຽວເລື່ອງຄວາມຮັກຄູ່ຄອງ ທີ່ວັດເສີຍໄຫ່ເສິງຫວງ. ວັດເສີຍໄຫ່ເສິງຫວງ ເປັນວັດໜຶ່ງທີ່ມີຊື່ສຽງຫຼາຍກ່ຽວກັບການມາຂໍພອນຫາຄູ່ຮັກແລ້ວສົມຫວັງ ແບບຂໍປຸ໊ບໄດ້ແທ້ ເປັນຄວາມເຊື່ອຂອງຄົນທ້ອງຖິ່ນໄຕ້ຫວັນ ແລະ ນັກທ່ອງທ່ຽວຕ່າງມີຄວາມເຊື່ອວ່າມາຂໍພອນໃຫ້ໄດ້ຄູ່ຄອງກໍຈະໄດ້ສົມຫວັງດັ່ງປາດຖະໜາ... ແບບນີ້ສາວໆ ໜຸ່ມໆຄົນໂສດທັງຫຼາຍກຽມຕົວໄປດ່ວນ... ເຊິ່ງວັດເສີຍໄຫ່ເສິງຫວງ ຕັ້ງຢູ່ໃຈກາງເມືອງ ເປັນວັດທີ່ມີເທບສັກສິດປະກິດສະຖານຢູ່ພາຍໃນຢ່າງຫຼວງຫຼາຍ ເຮັດຄົນໄຕ້ຫວັນ ແລະ ນັກທ່ອງທ່ຽວທຸກລຸ້ນອາຍຸນິຍົມກັນມາຂໍພອນເລື່ອງຄວາມຮັກ ໃຫ້ພົບຄົນຮັກ, ຊີວິດຮັກເປັນໄປໄດ້ດີ ແລະ...

ໃຜຈະໄດ້ເປັນ ມິສເຕີອິນເຕີເນຊັນແນວຍູນິເວີສ 2019 ຮ່ວມໃຫ້ກໍາລັງໃຈ ໜຸ່ມບີ້ ໄຊຍະສິດ ສຸລິຍະເຕັນ

ອີກໜຶ່ງເວທີປະກວດຊາຍໜຸ່ມຈາກຫຼາຍປະເທດມາລວມຕົວກັນ ເພື່ອໂຊບຸກຂະລິກກະພາບດີ ຄວາມສາມາດຫຼາກຫຼາຍ ລວມທັງການເຜີຍແຜ່ວັດທະນະທໍາຮີດຄອງປະເພນີອັນດີງາມຂອງປະເທດນັ້ນໆໃຫ້ໄດ້ຮູ້ກັນ ກັບເວທີ ມິສເຕີອິນເຕີເນຊັນແນວຍູນິເວີສ 2019 (Mister National Universe 2019) ລາວເຮົາເອງ ກໍໄດ້ ບີ້ ຫຼື ໄຊຍະສິດ ສຸລິຍະເຕັນ ອາຍຸ 31 ປີ, ຈາກບ້ານ ແສງສະຫວ່າງ, ເມືອງ ໄຊເຊດຖາ, ນະຄອນຫລວງວຽງຈັນ,...

ກ່ອນທົ່ງໄຫຫິນ ຈະເປັນມໍລະດົກໂລກຜ່ານຫຍັງມາແນ່

ຕອນນີ້ກຳລັງຢູ່ໃນລະຫວ່າງ ກອງປະຊຸມຂອງຄະນະກຳມະການມໍລະດົກໂລກຄັ້ງທີ 43 ທີ່ເມືອງບາກູ ປະເມດອາແຊັກບາບຊານ ໃນນັ້ນຄາດວ່າ ຈະມີການຮັບຮອງເອົາທົ່ງໄຫຫີນຂອງລາວເຂົ້າເປັນເມືອງມໍລະດົກໂລກຢ່າງເປັນທາງການ. ແນວໃດກໍ່ຕາມກອນຈະມາຮອດມື້ນີ້ທີ່ສາກົນຮັບຮູ້ ທົ່ງໄຫຫີນເປັນມໍລະດົກທາງປະຫວັດສາດຂອງລາວ ເຮົາມາຮູ້ປະຫວັດຄວາມເປັນມາຮູ້ຈັກນໍາກັນວ່າທາງຄະນະຮັບພິຊອບເພິ່ນໄດ້ມີຂະບວນການກກຽມມາຕັ້ງແຕ່ເມື່ອ ທີ່ຈິງໃຊ້ເວລາຍາວນານເຖິງ 21 ປີ ສໍາລັບການນໍາສະເໜີແຫຼ່ງມໍລະດົກໄຫຫິນເປັນມໍລະດົກໂລກ ດັ່ງນີ້: ລັດຖະບານ ສ ປປ ລາວ ແລະ ອົງການອຸຍແນັດສະໂກ ໄດ້ໃຫ້ຄວາມສໍາຄັນຕໍ່ແຫຼ່ງມໍລະດົກໂລກໄຫຫີນທາງວັດທະນະທໍາອັນລໍ້າຄ່າດັ່ງກ່າວໃຫ້ມີຄວາມຍືນຍົງ ແລະ ເກີດປະໂຫຍດສູງສຸດ ຜ່ານແຕ່ລະໄລຍະດັ່ງນີ້: ປີ...
- Advertisment -
Slide
Slide

Most Read

error: Content is protected !!