ລັດຖະບານ ເນັ້ນໃຫ້ກະຊວງທີ່ກ່ຽວຂ້ອງເລັ່ງແກ້ໄຂຂັ້ນຂອດອັດຕັນການທ່ອງທ່ຽວ ບັນຫາຄ່າຄອງຊີບແພງ

124

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໄດ້ເນັ້ນໃຫ້ກະຊວງທີ່ກ່ຽວຂ້ອງເລັ່ງແກ້ໄຂຂັ້ນຂອດອັດຕັນການທ່ອງທ່ຽວຢ່າງເປັນລະບົບ. ສ່ວນບັນຫາຄ່າຄອງຊີບແພງ ເຊິ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນພາກສ່ວນກ່ຽວຂ້ອງຕ້ອງຮີບຮ້ອນຄົ້ນຄວ້າ ແລະ ຊອກຫາວິທີແກ້ໄຂ.

ທ່ານ ຈະເລີນ ເຢຍປາວເຮີ່ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ກ່ຽວກັບຜົນກອງປະຊຸມລັດຖະບານເປີດ ກວ້າງ ຄັ້ງທີ I ປີ 2019 ເມື່ອວັນທີ 28 ມິຖຸນາຜ່ານມາ ວ່າ: ສຳລັບບັນຫາພົ້ນເດັ່ນຈຳນວນໜຶ່ງກອງປະຊຸມໄດ້ເຫັນດີເປັນເອກະພາບ ດັ່ງນີ້:

ການຄຸ້ມຄອງລາຄາສິນຄ້າ ແລະ ການນໍາເຂົ້າສິນຄ້າ: ປັດຈຸບັນລາຄາສິນຄ້າ ແລະ ຄ່າຄອງຊີບແມ່ນສູງສົມຄວນທຽບກັບຫຼາຍປະເທດໃນອາຊຽນ ເຊິ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ລວມທັງການສົ່ງເສີມການທ່ອງທ່ຽວ. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບສາເຫດຕົ້ນຕໍທີ່ພາໃຫ້ສິນຄ້າ ແລະ ຄ່າຄອງຊີບແພງ ແລະ ໄດ້ຊີ້ນຳໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນກ່ຽວຂ້ອງຮີບຮ້ອນຄົ້ນຄວ້າ ແລະ ຊອກຫາວິທີແກ້ໄຂ ເປັນຕົ້ນຕ້ອງສົ່ງເສີມການຜະລິດສິນຄ້າພາຍໃນໃຫ້ແຂງແຮງ, ຫຼຸດຕົ້ນທຶນການຜະລິດໃຫ້ເໝາະສົມ ແລະ ຄຸ້ມຄອງການນຳເຂົ້າສິນຄ້າຕ່າງໆ ໂດຍສະເພາະສິນຄ້າຍຸດທະສາດ ເຊັ່ນ: ນ້ຳມັນ, ໄຟຟ້າເປັນຕົ້ນ.

ການຄຸ້ມຄອງ ແລະ ສົ່ງເສີມການທ່ອງທ່ຽວ: ເອົາໃຈໃສ່ພັດທະນາ ແລະ ຄຸ້ມຄອງແຫຼ່ງທ່ອງທ່ຽວ ເພື່ອຮັກສາໄວ້ຄວາມເປັນທຳມະຊາດ ແລະ ເອກະລັກຂອງຊາດ, ແກ້ໄຂຂັ້ນຂອດທີ່ຕິດພັນກັບການບໍລິການຂອງພາກລັດຢ່າງເປັນລະບົບ, ແກ້ໄຂບັນຫາການເກັບຄ່າຕ່າງໆຢູ່ສະຖານທີ່ທ່ອງທ່ຽວໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ, ຊຸກຍູ້ໃຫ້ຜູ້ປະກອບການທ່ອງທ່ຽວປັບປຸງການບໍລິການຂອງຕົນໃຫ້ມີຄຸນນະພາບ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ, ຫຼີກລຽງການເອົາປຽບນັກທ່ອງທ່ຽວ; ການແກ້ໄຂບັນຫາທີ່ດິນ: ໂດຍສະເພາະບັນຫາການເຊົ່າ ແລະ ສຳປະທານທີ່ດິນລັດທີ່ໄດ້ອະນຸມັດໄປແລ້ວ, ບາງໂຄງການບໍ່ປະຕິບັດຕາມສັນຍາ, ບໍ່ເສຍພັນທະ ຫຼື ເສຍບໍ່ຄົບ ແມ່ນໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພາກສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂ ແລະ ປະຕິບັດມາດຕະການຢ່າງເຂັ້ມງວດຕໍ່ຜູ້ກະທຳຜິດ. ພ້ອມກັນນັ້ນ, ຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດຕໍ່ມະຕິເລກທີ 04/ສພຊ ລົງວັນທີ 10 ມິຖຸນາ 2019 ຂອງສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງການອອກໃບຕາດິນ, ການແກ້ໄຂການອອກໃບຕາດິນຊ້ຳຊ້ອນ.

ການປັບປຸງໂຄງສ້າງລາຄາໄຟຟ້າ: ໄດ້ຮັບຮອງດ້ານຫຼັກການຕໍ່ການປັບປຸງໂຄງສ້າງລາຄາໄຟຟ້າໃຫ້ສອດຄ່ອງ. ໃນນີ້, ສໍາລັບລາຄາໄຟຟ້າຮັບໃຊ້ທີ່ຢູ່ອາໄສ ແມ່ນໃຫ້ປະຕິບັດຕາມລາຄາດຽວ ໂດຍມີນະໂຍບາຍອຸດໜູນຕໍ່ເປົ້າໝາຍທີ່ຊົມໃຊ້ໄຟຟ້າ ຕໍ່າກວ່າ 50 ກິໂລວັດໂມງ. ພ້ອມກັນນັ້ນ, ກໍໃຫ້ປັບປຸງລາຄາໄຟຟ້າຮັບໃຊ້ການຜະລິດກະສິກຳ, ອຸດສາຫະກຳ, ການບໍລິການຕ່າງໆໃຫ້ສົມເຫດສົມຜົນ ເພື່ອຮັບປະກັນຊຸກຍູ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງຕື່ມ ກ່ອນຈະປະກາດໃຊ້.

ພ້ອມກັນນີ້, ກໍໃຫ້ຄົ້ນຄວ້າປັບຫຼຸດຕົ້ນທຶນຂອງການສ້າງເຂື່ອນ ຫຼື ໂຮງງານໄຟຟ້າ, ຕົ້ນທຶນຂອງການກໍ່ສ້າງສາຍສົ່ງ, ຕົ້ນທຶນຊື້ໄຟຟ້າຈາກໂຮງງານ, ຕົ້ນທຶນການກູ້ຢືມ ແລະ ອື່ນໆ ລວມທັງຄົ້ນຄວ້າອອກມາດຕະການຫຼຸດຜ່ອນຕົ້ນທຶນຄ່າບໍລິຫານ ແລະ ຄ່າສິ້ນເປືອງຕ່າງໆຂອງ ບໍລິສັດ ໄຟຟ້າລາວ ຢ່າງສົມເຫດສົມຜົນ; ການກວດກາ ແລະ ຄຸ້ມຄອງການປູກກ້ວຍ: ປະຊາຊົນລາວປູກກ້ວຍມາແຕ່ດົນນານ ລັດຖະບານບໍ່ໄດ້ຫ້າມການປູກກ້ວຍ ແຕ່ຕ້ອງສົ່ງເສີມການປູກກ້ວຍປອດສານພິດ ແລະ ເປັນມິດກັບທຳມະຊາດ ເພື່ອເປັນສິນຄ້າສົ່ງອອກຕ່າງປະເທດ ມອບໃຫ້ທ້ອງຖິ່ນຕ່າງໆເປັນເຈົ້າການສືບຕໍ່ເອົາໃຈໃສ່ກວດກາ ແລະ ຄຸ້ມຄອງໂຄງການປູກກ້ວຍທີ່ໄດ້ຮັບການອະນຸຍາດແລ້ວ ຫັນມາປູກແບບປອດສານພິດ, ໃຫ້ນຳໃຊ້ຝຸ່ນ ຫຼື ປຸ໋ຍຊີວະພາບ, ບໍ່ໃຫ້ໃຊ້ສານເຄມີທີ່ເປັນອັນຕະລາຍ. ໃນກໍລະນີກວດເຫັນການກະທຳຜິດກໍໃຫ້ຢຸດຕິ ແລະ ແກ້ໄຂບັນຫາຢ່າງທັນການ. ສຳລັບໂຄງການທີ່ຈະລົງທຶນໃໝ່ໃຫ້ປະກອບບົດວິພາກເສດຖະກິດ – ເຕັກນິກ ຕາມລະບຽບການລົງທຶນ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ. ຄຽງຄູ່ກັນນີ້, ກໍໃຫ້ເອົາໃຈໃສ່ສົ່ງເສີມການຜະລິດພືດກະສິກຳອື່ນທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອເປັນການດຸນດ່ຽງຕາມຄວາມຕ້ອງການຂອງຕະຫຼາດ ແລະ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນ.

ການແກ້ໄຂບັນຫາພະຍາດອະຫິວາໝູອາຟຣິກກາ: ກອງປະຊຸມໄດ້ຊີ້ນຳໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບແຂວງສາລະວັນ ຮີບຮ້ອນແກ້ໄຂບັນຫາດັ່ງກ່າວໃຫ້ທັນການ, ພ້ອມທັງຄົ້ນຄວ້າທິດທາງ ແລະ ກໍານົດມາດຕະການທີ່ຮັດກຸມກວ່າເກົ່າໃນການຄວບຄຸມ ແລະ ສະກັດກັ້ນ ເພື່ອບໍ່ໃຫ້ແຜ່ລາມໄປສູ່ເຂດອື່ນອີກຕາມຫຼັກວິທະຍາສາດໃຫ້ທັນການ.

ການພັດທະນາຊັບພະຍາກອນມະນຸດ: ກອງປະຊຸມໄດ້ເຫັນດີເປັນເອກະພາບ ມອບໃຫ້ກະຊວງສຶກສາທິການ ແລະ ກີລາ ສົມທົບກັບຂະແໜງການກ່ຽວຂ້ອງ ຄົ້ນຄວ້າສ້າງແຜນພັດທະນາຊັບພະຍາກອນມະນຸດ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ ກໍຄືຕະຫຼາດແຮງງານ, ໂຄງປະກອບເສດຖະກິດ ແລະ ຍຸດທະສາດການພັດທະນາເສດຖະກິດ – ສັງຄົມແຫ່ງຊາດໃນໄລຍະຍາວ; ເພີ່ມທະວີການໂຄສະນາ, ສ້າງຈິດສໍານຶກ ແລະ ສ້າງຄ່ານິຍົມຂອງສັງຄົມຕໍ່ການພັດທະນາວິຊາຊີບສີມືແຮງງານ, ປັບປຸງຍົກລະດັບສະຖາບັນ ຫຼື ສູນຝຶກອົບຮົມພະນັກງານໃນແຕ່ລະຂົງເຂດວິຊາສະເພາະໃຫ້ມີຄຸນນະພາບ ເພື່ອເປັນສະຖານທີ່ບຳລຸງສ້າງ ແລະ ພັດທະນາພະນັກງານລັດຖະກອນໃຫ້ມີຄວາມຮູ້ – ຄວາມສາມາດ ແລະ ຕອບສະໜອງໄດ້ການປະຕິບັດໜ້າທີ່ວຽກງານຕົວຈິງ.

ສໍາລັບບົດລາຍງານຄວາມຄືບໜ້າກ່ຽວກັບການແກ້ໄຂໄພພິບັດ ໃນຂອບເຂດທົ່ວປະເທດ ແລະ ການກະກຽມ ຄວາມພ້ອມ ເພື່ອຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນ 6 ເດືອນທ້າຍປີ, ກອງປະຊຸມໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ຊ່ວຍເຫຼືອຂອງປະເທດຕ່າງໆ ແລະ ອົງການສາກົນກໍຄືປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆພາຍໃນປະເທດ ຕໍ່ການແກ້ໄຂໄພພິບັດຜ່ານມາ.