ກະຊວງການເງິນ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ

122

ກະຊວງການເງິນໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ 8 ສະໄໝທີ II ຂຶ້ນໃນວັນທີ 1 ກໍລະກົດ 2019 ເພື່ອເປັນການສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານພັກເປີດ ກວ້າງ ຄັ້ງທີ 7 ສະໄໝທີ II ທີ່ຜ່ານມາ; ຄຳແນະນໍາກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເລກທີ 291/ຄຈສພ ລົງວັນທີ 26/04/2018 ແລະ ຄໍາແນະນຳກ່ຽວກັບວຽກງານໂຄສະນາ ແລະ ຂະບວນການຂອງອະນຸກຳມະການໂຄສະນາ ແລະ ຂະບວນການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.

ກອງປະຊຸມຄັ້ງນີ້ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມດີ ດວງດີ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກ ລັດຖະມົນຕີກະຊວງການເງິນ; ມີສະຫາຍ ບຸນໂຈມ ອຸບົນປະເສີດ ຮອງເລຂາຄະນະບໍລິຫານງານພັກກະຊວງ ປະທານກວດກາພັກ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກເຂົ້າຮ່ວມ.

ສະຫາຍ ສົມດີ ດວງດີ ໄດ້ມີຄໍາເຫັນວ່າ: ການດໍາເນີນກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສຸມໃສ່ບັນດາວຽກງານສໍາຄັນອັນຮີບດ່ວນຂອງຄະນະພັກ, ຄະນະນໍາແຕ່ລະຂັ້ນຂອງກະຊວງການເງິນ ເປັນຕົ້ນການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 7 ສະໄໝທີ II ໄດ້ມອບໝາຍໜ້າວຽກສໍາຄັນຂອງພັກໃຫ້ບັນດາຮາກຖານພັກອ້ອມຂ້າງຄະນະບໍລິຫານງານພັກກະຊວງການເງິນ ຊີ້ນໍາ ແລະ ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດໃນ 6 ເດືອນຕົ້ນປີ 2019.

ສະເໜີເຜີຍແຜ່ເອກະສານທີ່ຕິດພັນກັບການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອເປັນການກະກຽມຮ່າງລາຍງານການເມືອງຂອງກອງປະຊຸມໃຫຍ່ອົງຄະນະພັກກະຊວງ – ອົງການ, ແຂວງ – ນະຄອນຫຼວງ ແລະ ອົງຄະນະພັກເມືອງ – ນະຄອນ ( ໄລຍະ 2019 – 2020 ) ສະບັບລົງວັນທີ 31 ພຶດສະພາ 2019 ແລະ ຄໍາແນະນໍາກ່ຽວກັບວຽກງານໂຄສະນາ ແລະ ສ້າງຂະບວນການ ເລກທີ 05/ອຄຂ ລົງວັນທີ 20 ມິຖຸນາ 2019 ກ່ຽວກັບການໂຄສະນາເຜີຍແຜ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກຕິດພັນກັບກອງປະຊຸມໃຫຍ່ສາມຂັ້ນຂອງອົງຄະນະພັກກະຊວງການເງິນ.

ໃນກອງປະຊຸມໄດ້ປະກອບຄໍາຄິດເຫັນໃສ່ບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 7 ສະໄໝທີ II ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ເລິກເຊິ່ງ, ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນແຕ່ລະຂົງເຂດຂອງຂະແໜງການເງິນ ເພື່ອເປັນການສະຫຼຸບຕີລາຄາຄືນໃນການນໍາພາ, ຊີ້ນໍາຈັດຕັ້ງປະຕິບັດຂອງຄະນະພັກ, ຄະນະນໍາແຕ່ລະຂັ້ນ ແລະ ສະມາຊິກພັກແຕ່ລະສະຫາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃນ 6 ເດືອນຕົ້ນປີ 2019 ຜ່ານມາ.

ກອງປະຊຸມໄດ້ສືບຕໍ່ຄົ້ນຄວ້າປະກອບຄໍາຄິດເຫັນຈາກບັນດາສະຫາຍເລຂາຄະນະພັກກ່ຽວຂ້ອງ ແລະ ໄດ້ພ້ອມກັນສະຫຼຸບຕີລາຄາຜົນຂອງການດໍາເນີນກອງປະຊຸມຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 8 ສະໄໝທີ II ເພື່ອສັງລວມລາຍງານໃຫ້ຄະນະພັກຂັ້ນເທິງຮັບຊາບ ແລະ ມີທິດຊີ້ນໍາໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

[ ຂ່າວ – ຮູບ: ກະຊວງການເງິນ ]