ລາວ ແລະ ຫວຽດນາມ ປຶກສາຫາລືສົ່ງເສີມການຄ້າຊາຍແດນ

51

ກອງປະຊຸມສົ່ງເສີມການຮ່ວມມືການຄ້າຊາຍແດນ 4 ແຂວງພາກເໜືອຂອງລາວ ຄື: ແຂວງຊຽງຂວາງ, ຫົວພັນ, ຫຼວງພະບາງ ແລະ ແຂວງຜົ້ງສາລີ ກັບ 4 ແຂວງພາກເໜືອຂອງ ສສ ຫວຽດນາມ ຄື: ແຂວງເຫງະອານ, ເຊີນລາ, ແທ໋ງຮວາ ແລະ ແຂວງດຽນບຽນ ໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ 2019 ຢູ່ທີ່ແຂວງຊຽງຂວາງ ໂດຍການເປັນປະທານຂອງ ທ່ານ ບົວສອນ     ສີນວນທອງ ຮອງເຈົ້າແຂວງຊຽງຂວາງ, ທ່ານ ຫວູ ດັ໋ງແມັງ ຫົວໜ້າກົງສຸນໃຫຍ່ປະຈຳພາກເໜືອຂອງລາວ ທີ່ນະຄອນຫຼວງພະບາງ, ທ່ານ ນາງ ແພງ ກັນຍາພິມ ຮອງເຈົ້າແຂວງຫົວພັນ, ທ່ານ ຄຳຜອຍ ວັນນະສານ ຮອງເຈົ້າແຂວງຜົ້ງສາລີ, ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານການຄ້າ ຈຳນວນ 8 ແຂວງ ໂດຍສະເພາະແມ່ນການຄ້າຕາມຊາຍແດນ, ສິນຄ້າຜ່ານແຕ່ລະດ່ານ. ລາວ ແລະ ຫວຽດນາມ ມີຊາຍແດນຕິດຈອດກັນຍາວ 2.337 ກວ່າກິໂລແມັດ, ມີທັງໝົດ 33 ດ່ານ. ໃນນີ້, ເຂດພາກເໜືອລາວ ມີຊາຍແດນຕິດຈອດກັບ 4 ແຂວງຂອງຫວຽດນາມ ມີ 3 ດ່ານສາກົນ, 4 ດ່ານທ້ອງຖິ່ນ, 5 ດ່ານປະເພນີ ແລະ ເສັ້ນທາງອອກຫຼາຍເສັ້ນ ນີ້ແມ່ນບໍລິເວນມີຄວາມບົ່ມຊ້ອນການພັດທະນາເປັນປະຕູໄປ – ມາຄ້າຂາຍແລກປ່ຽນສິນຄ້ານຳກັນລະ ຫວ່າງ ຫວຽດນາມ ແລະ ລາວ.

ການແລກປ່ຽນສິນຄ້າສອງປະເທດ ບັນລຸໄດ້ 892,9 ລ້ານໂດລາສະຫະລັດ ໃນປີ 2017 ເພີ່ມຂຶ້ນ 8,4% ຖ້າທຽບໃສ່ປີ 2016, ໃນປີ 2018 ບັນລຸໄດ້ 1 ຕື້ກວ່າໂດລາສະຫະລັດ ເພີ່ມຂຶ້ນ 13% ທຽບໃສ່ປີ 2017, ປີ 2019 ລັດຖະບານສອງປະເທດໄດ້ວາງຄາດໝາຍສູ້ຊົນການແລກປ່ຽນສິນຄ້າລະຫວ່າງສອງປະເທດເພີ່ມ 10% ຂຶ້ນໄປ.

ກອງປະຊຸມຄັ້ງນີ້ຄະນະຜູ້ແທນທັງສອງຝ່າຍໄດ້ປຶກສາຫາລືຊອກຫາທາງອອກ, ປັບນະໂຍບາຍສະເໝີຕົ້ນສະເໝີປາຍ, ຍົກລະດັບວຽກງານຊາຍແດນ ແລະ ແກ້ໄຂຂອດທີ່ເຮັດໃຫ້ການຄ້າມີຄວາມຫຍຸ້ງຍາກ, ຍົກລະດັບເສັ້ນທາງດ່ານໃຫ້ມີຄຸນນະພາບ, ຕ້ອງຮັບປະກັນຜົນປະໂຫຍດຂອງລັດ, ນັກທຸລະກິດ ແລະ ຜູ້ອອກແຮງງານ, ດ່ານສາກົນຕ້ອງເປີດເຕັມໂມງເວລາ, ການຄ້າຊາຍແດນເປັນທາງອອກໜຶ່ງໃນການແກ້ໄຂຄວາມທຸກຍາກ, ການຜະລິດສິນຄ້າບໍ່ຈຳກັດໃນການສົ່ງອອກ, ຈັດເກັບອາກອນຕ່າງໆຢູ່ຈຸດດຽວ, ສອງແຂວງຊາຍແດນຕ້ອງຮ່ວມມືໃນການສົ່ງເສີມຜະລິດເປັນສິນຄ້າຜ່ານຊາຍແດນ, ຊອກຫາຕະຫຼາດໃຫ້ປະຊາຊົນຜູ້ຜະລິດ, ເກັບກຳຂໍ້ມູນສິນຄ້າຜ່ານດ່ານປະເພນີ, ດ່ານທ້ອງຖິ່ນເພື່ອຍົກລະດັບໃຫ້ເປັນດ່ານສາກົນ.

( ຂ່າວ: ບຸນມີ ແສງທຸມມີ )