ໂຮງຮຽນ 3 ແຫ່ງ ຢູ່ເມືອງຫົງສາ ໄດ້ຮັບອຸປະກອນການສຶກສາ ແລະ ກີລາ

61

ວັນທີ 28 ມິຖຸນາ 2019 ນີ້ ທ່ານ ພູວັງ ກອງຊັບ ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງ ແລະ ນຳໃຊ້ກອງທຶນພັດທະນາຊຸມຊົນ ໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ພ້ອມດ້ວຍທີມງານໄດ້ນຳເອົາອຸປະກອນຮັບໃຊ້ການຮຽນ – ການສອນ ແລະ ອຸປະກອນກີລາຈຳນວນໜຶ່ງມາມອບໃຫ້ໂຮງຮຽນ 3 ແຫ່ງ ຄື: ໂຮງຮຽນ ມສ ນາປຸ່ງ, ມ.ຕົ້ນ ປາກຫ້ວຍຍາງ ແລະ ມ.ຕົ້ນ ທ່າຊວ່າງ ເມືອງຫົງສາ ແຂວງໄຊຍະບູລີ.

ພິທີມອບແມ່ນໄດ້ຈັດຂຶ້ນຢູ່ທີ່ຫໍສະແດງຂອງເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງຫົງສາ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ – ສັງຄົມເມືອງ, ມີຫົວໜ້າຫ້ອງການສຶກສາ – ກີລາເມືອງ ພ້ອມດ້ວຍພະນັກງານວິຊາການ ແລະ ຜູ້ອຳນວຍການໂຮງຮຽນ 3 ແຫ່ງດັ່ງກ່າວເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ບານເຕະ ແລະ ບານສົ່ງພ້ອມດ້ວຍຕານ່າງ, ກະຕໍ້ ພ້ອມດ້ວຍຕານ່າງ, ປຶ້ມແບບຮຽນ, ຕູ້ເຄື່ອງສຽງ ແລະ ອື່ນໆ ລວມມູນຄ່າທັງໝົດ 16,4 ລ້ານກີບ. ຈຸດປະສົງການມອບເຄື່ອງໃນຄັ້ງນີ້ກໍເພື່ອເປັນການສົມທົບທຶນຊ່ວຍເຫຼືອ, ຊຸກຍູ້ສົ່ງເສີມເດັກໃຫ້ມີອຸປະກອນການຮຽນ – ການສອນ, ອຸປະກອນການຫຼິ້ນກີລາ ແລະ ເພື່ອພັດທະນາຮ່າງກາຍ, ມັນສະໝອງຂອງເດັກ, ເຮັດໃຫ້ເດັກໄດ້ຮຽນຮູ້ ແລະ ມີກິດຈະກຳເຄື່ອນໄຫວແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

( ຂ່າວ – ຮູບ: ກິດຕິສັກ ບົວໄລ )