ສະຫາຍ ຮິນທອງ ຂຶ້ນເປັນຮອງປະທານກວດກາພັກ, ຮອງພະແນກກວດກາລັດແຂວງຫົວພັນ

87

ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ–ລັດໃນໄລຍະ   ໃໝ່. ສະນັ້ນ, ການຊັບຊ້ອນໜ້າທີ່ຈິ່ງມີຄວາມສໍາຄັນເພາະຈະເປັນການເພີ່ມກຳລັງແຮງໃນການປະຕິບັດວຽກງານຂົງເຂດກວດກາພັກ–ລັດໃຫ້ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ. ເຊັ່ນດຽວກັບແຂວງຫົວພັນ ກໍ່ໄດ້ມີການປະກາດຊັບຊ້ອນພະນັກງານຕໍາແໜ່ງຮອງປະທານກວດກາພັກຄົນໃໝ່.

ໃນວັນທີ 1 ກໍລະກົດ ນີ້ທີ່ພະແນກກວດກາພັກ – ລັດແຂວງຫົວພັນ ໄດ້ຈັດພິທີມອບ–ຮັບໜ້າທີ່ລະຫວ່າງຮອງປະທານກວດກາພັກ, ຮອງພະແນກກວດກາລັດແຂວງຫົວພັນຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນທີ່ຫ້ອງວ່າການແຂວງຫົວພັນ, ໂດຍການເຂົ້າຮ່ວມຂອງສະຫາຍ ຄໍາສອນ ເທບວົງຊໍາ ກຳມະການປະຈໍາພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດແຂວງຫົວພັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ພະນັກງານວິຊາການເຂົ້າຮ່ວມ.

 

 

ໃນພິທີສະຫາຍ ວົງເພັດ ກຽນສິງຮັກ ຮອງຄະນະຈັດຕັ້ງແຂວງຫົວພັນໄດ້ຜ່ານ ມະຕິຕົກລົງເລກທີ 301 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະໜ່ວຍພັກຄະນະກວດກາພັກ–ລັດແຂວງຫົວພັນ ຕາມຂໍ້ຕົກລົງ ເລກທີ 665 ວ່າດ້ວຍການອະນຸມັດໃຫ້ພະນັກງານພັກຜ່ອນວຽກທາງລັດຖະການ ເພື່ອລໍຖ້າຮັບເບ້ຍບໍານານຕາມນະໂຍບາຍ, ຜ່ານຂໍ້ຕົກລົງເລກທີ 669 ວ່າດ້ວຍການແຕ່ງຕັ້ງຮອງປະທານກວດກາພັກລັດແຂວງຫົວພັນ, ເຊິ່ງໄດ້ແຕ່ງຕັ້ງສະຫາຍ ຮິນທອງ ດວງຈັນສຸກ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆຊໍາໃຕ້ເປັນຮອງປະທານກວດກາພັກ, ຮອງພະແນກກວດກາລັດແຂວງຫົວພັນຜູ້ໃໝ່ ແລະ ຕາມຂໍ້ຕົກລົງໃຫ້ສະຫາຍ ສີແພງ ດວງບຸດດີ ຮອງປະທານກວດກາພັກ, ຮອງພະແນກກວດກາລັດ ຜູ້ເກົ່າພັກຜ່ອນທາງລັດຖະການ ເພື່ອລໍຖ້າຮັບເບ້ຍບໍານານຕາມລະບຽບການ.

 

 

ໂອກາດນີ້ ສະຫາຍ ຄໍາສອນ ເທບວົງຊໍາ ກຳມະການປະຈຳພັກແຂວງປະທານກວດກາພັກ, ຫົວໜ້າພະແນກກວດກາລັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງສະຫາຍຮອງປະທານກວດກາພັກ, ຮອງພະແນກກວດກາລັດຜູ້ເກົ່າ ທີ່ສຸມທຸກກຳລັງແຮງເຂົ້າໃນວຽກງານ ຈົນຍາດໄດ້ຜົນສຳເລັດຫຼາຍດ້ານ.

ຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ–ລັດໃນໄລຍະໃໝ່. ສະນັ້ນ, ການຊັບຊ້ອນໜ້າຈິ່ງມີຄວາມສໍາຄັນເພາະຈະເປັນການເພີ່ມກຳລັງແຮງໃນການປະຕິບັດວຽກງານຂົງເຂດກວດກາພັກ–ລັດໃຫ້ເຂັ້ມແຂງ, ໜັກແໜ້ນກວ່າເກົ່າ.

ໂອກາດດຽວກັນນີ້ທ່ານຍັງໄດ້ເນັ້ນໜັກໃຫ້ທ່ານຮອງປະທານກວດກາຜູ້ໃໝ່ຈົ່ງເອົາໃຈໃສ່ສຶບຕໍ່ຈັດຕັ້ງປະຕິບັດວຽກງານໃໝ່ທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງໃຫ້ມີຜົນສໍາເລັດຫຼາຍຂຶ້ນກວ່າເກົ່າ ແລະ ໃນຕອນທ້າຍຂອງພິທີ ໄດ້ເຊັນບົດບັນທຶກມອບຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່.