ເລີ່ມປະຕິບັດ! ຜູ້ເມົາແລ້ວຂັບຈະຖືກປັບໃໝ

95

ເລີ່ມແຕ່ 1 ກໍລະກົດ 2019 ເປັນຕົ້ນໄປ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນກຽມພ້ອມປະຕິບັດມາດຕະການປັບໃໝ 20 ເທົ່າຕໍ່ຜູ້ເມົາແລ້ວຂັບ. ທັງນີ້, ກໍເພື່ອຫຼຸດຜ່ອນການເກີດອຸບັດເຫດຕາມທ້ອງຖະໜົນ ເຊິ່ງສ້າງຄວາມເສຍຫາຍທາງຊັບສິນ ແລະ ຊີວິດຂອງຜູ້ໃຊ້ຖະໜົນ ແລະ ສັງຄົມ.

ທ່ານ ພັນໂທ ເພັງສະຫວັນ ທຳມາບູນ ຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວໃນວັນທີ 1 ກໍລະກົດ ວ່າ: 6 ເດືອນຕົ້ນປີ 2019 ທົ່ວນະຄອນຫຼວງໄດ້ເກີດມີອຸບັດເຫດທັງໝົດ 525 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 89 ຄົນ, ສາເຫດໜຶ່ງໃນນັ້ນແມ່ນຍ້ອນບໍ່ປະຕິບັດກົດລະບຽບຈະລາຈອນ ເມົາແລ້ວຂັບ ແລະ ບໍ່ມີໃບຂັບຂີ່ ແລະ ອື່ນໆ.

ສະນັ້ນ, ເພື່ອເຮັດໃຫ້ການໃຊ້ລົດໃຊ້ຖະໜົນໃນຂອບເຂດທົ່ວນະຄອນຫຼວງ ມີຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຂອງຊາວນະຄອນຫຼວງວຽງຈັນ. ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນຕ້ອງໄດ້ປະຕິບັດຂໍ້ຕົກລົງ ສະບັບເລກທີ 1323/ຈນວ ລົງວັນທີ 21 ທັນວາ 2018 ຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍມາດຕະການຫຼຸດຜ່ອນອຸບັດເຫດ ແລະ ການຮັກສາຄວາມປອດໄພຕາມຖະໜົນທົ່ວນະຄອນຫຼວງວຽງຈັນ ໃຫ້ທຸກຄົນທີ່ໃຊ້ລົດຕາມຖະໜົນຕ້ອງມີສະຕິໃນການຂັບຂີ່. ຫຼັງຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນກໍໄດ້ເຜີຍແຜ່ໂຄສະນາຜ່ານສື່ຕ່າງໆ ເພື່ອໃຫ້ປະຊາຊົນມີສະຕິໃນການໃຊ້ລົດໃຊ້ຖະໜົນ.

ຜ່ານການເຜີຍແຜ່ໂຄສະນາມາໄລຍະໜຶ່ງ ມາຮອດວັນທີ 1 ກໍລະກົດ 2019 ນີ້ ແມ່ນຈະເລີ່ມປະຕິບັດຢ່າງເປັນທາງການ ແລະ ເຂັ້ມງວດຕໍ່ຜູ້ຂັບຂີ່ຕາມຖະໜົນຕ່າງໆທົ່ວນະຄອນຫຼວງວຽງຈັນ ໂດຍຜູ້ກະທຳຜິດເມົາແລ້ວຂັບຈະຖືກປັບໃໝ 20 ເທົ່າ ຫາກໃນຮ່າງກາຍມີທາດເຫຼົ້າ ຫຼື ທາດເມົາ 0,24% ຂອງຄວາມທົນທານຕໍ່ຮ່າງກາຍ ( ແຕ່ລະຄົນມີຄວາມແຂງແຮງ ແລະ ທົນທານຕໍ່ທາດເມົາບໍ່ເທົ່າກັນ ບາງຄົນດື່ມ 2 – 3 ແກ້ວ ຍັງບໍ່ຮອດ 0,24% ແຕ່ບາງຄົນດື່ມ 1 – 2 ຈອກກໍເກີນ 0,24% ແລ້ວ ).

ໂດຍປະຕິບັດຕາມແຜນອອກກວດກາ ເລກທີ 426/ຫຕຫຼ ວ່າດ້ວຍການກວດກາບັງຄັບໃຊ້ກົດໝາຍ, ຜູ້ໃຊ້ລົດໃຊ້ຖະໜົນເສຍຄ່າທຳນຽມທາງ ປະຈຳເດືອນ 7 – 8 – 9 ປີ 2019 ນີ້, ເຈົ້າໜ້າທີ່ຕຳຫຼວດຈະຕັ້ງດ່ານ ກວດກາຕາມຈຸດຕ່າງໆໃນທົ່ວນະຄອນຫຼວງ ຕາມເວລາ ແລະ ຈຸດເໝາະສົມ.

ເຊິ່ງຜູ້ເມົາແລ້ວຂັບຈະຖືກປັບໃໝອີງຕາມພາຫະນະທີ່ໃຊ້ຕາມດຳລັດເລກທີ 188/ນຍ ລົງວັນທີ 3/7/2007 ວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍ ກ່ຽວກັບຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ເຊັ່ນ: ລົດຖີບ 10 ພັນກີບ, ລົດຈັກ, ລົດ 3 ລໍ້ຕິດເຄື່ອງຈັກ, ລົດໄຖນາ 50 ພັນກີບ; ລົດເກັ໋ງ, ກະບະ, ຈິບ, ຕູ້ 1 ແສນກີບ; ລົດໂດຍສານ 4 ລໍ້ 2,5 ແສນກີບ; ລົດບັນທຸກ 6 ລໍ້ຂຶ້ນໄປ 5 ແສນກີບ ແລະ ລົດໂດຍສານ ( ລົດບັສ ) 1 ລ້ານກີບ ເຊິ່ງແຕ່ລະປະເພດລົດທີ່ໃຊ້ຈະປັບໃໝ ເປັນ 20 ເທົ່າ.

[ ຂ່າວ: ກາວຊົ່ງ; ຮູບ: ທະນັນເສນ ]