ກ່ອນທົ່ງໄຫຫິນ ຈະເປັນມໍລະດົກໂລກຜ່ານຫຍັງມາແນ່

101

ຕອນນີ້ກຳລັງຢູ່ໃນລະຫວ່າງ ກອງປະຊຸມຂອງຄະນະກຳມະການມໍລະດົກໂລກຄັ້ງທີ 43 ທີ່ເມືອງບາກູ ປະເມດອາແຊັກບາບຊານ ໃນນັ້ນຄາດວ່າ ຈະມີການຮັບຮອງເອົາທົ່ງໄຫຫີນຂອງລາວເຂົ້າເປັນເມືອງມໍລະດົກໂລກຢ່າງເປັນທາງການ.

ແນວໃດກໍ່ຕາມກອນຈະມາຮອດມື້ນີ້ທີ່ສາກົນຮັບຮູ້ ທົ່ງໄຫຫີນເປັນມໍລະດົກທາງປະຫວັດສາດຂອງລາວ ເຮົາມາຮູ້ປະຫວັດຄວາມເປັນມາຮູ້ຈັກນໍາກັນວ່າທາງຄະນະຮັບພິຊອບເພິ່ນໄດ້ມີຂະບວນການກກຽມມາຕັ້ງແຕ່ເມື່ອ ທີ່ຈິງໃຊ້ເວລາຍາວນານເຖິງ 21 ປີ ສໍາລັບການນໍາສະເໜີແຫຼ່ງມໍລະດົກໄຫຫິນເປັນມໍລະດົກໂລກ ດັ່ງນີ້:

ລັດຖະບານ ສ ປປ ລາວ ແລະ ອົງການອຸຍແນັດສະໂກ ໄດ້ໃຫ້ຄວາມສໍາຄັນຕໍ່ແຫຼ່ງມໍລະດົກໂລກໄຫຫີນທາງວັດທະນະທໍາອັນລໍ້າຄ່າດັ່ງກ່າວໃຫ້ມີຄວາມຍືນຍົງ ແລະ ເກີດປະໂຫຍດສູງສຸດ ຜ່ານແຕ່ລະໄລຍະດັ່ງນີ້:
ປີ 1998-2000 ໄດ້ຮັບທຶນຊ່ວຍເຫຼືອຈາກ ອົງການອຸຍແນັດສະໂກຈໍານວນ 25.000 ໂດລາ ເພື່ອສໍາຫຼວດ, ເກັບກໍາຂໍ້ມູນ ພູມສັນຖານຂອງແຫຼ່ງມໍລະດົກໄຫຫີນຕ່າງໆ.
ປີ 2000-2002 ໄດ້ຮັບທຶນຊ່ວຍເຫຼືອຈາກອົງການອຸຍເນດໂກອີກ 30.000 ໂດລາ ເພື່ອລົງເລິກວຽກງານສໍາຫຼວດພາກສະໜາມໃນການເກັບກໍາ ແລະ ສັງລວມເອົາຂໍ້ມູນລະອຽດຂອງແຫຼ່ງມໍລະດົກໄຫຫີນແຕ່ລະແຫ່ງ.

ໂດຍອ້າງອີງເອກະສານທີ່ຈໍາເປັນຕ່າງໆ ດ້ວຍການຈັດສໍາມະນາໄປຄຽງຄູ່ກັບການຝຶກອົບຮົມຕົວຈິງຢູ່ກັບພາກສະໜາມ.
ປີ 2002-2005 ໄດ້ຮັບເງິນ 78.000 ໂດລາ, 60.000 ກອງທຶນມໍລະດົກ, 18.00 ຈາກປະເທດນິວຊີແລນ ເລັ່ງໃສ່ຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆໃນການປົກປັກຮັກສາແຫ່ງມໍລະດົກໄຫຫີນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ຕິດພັນກັບແຫຼ່ງມໍລະດົກໄຫຫີນ.
ປີ 2006-2010 ລວມເງິນຊ່ວຍເຫຼືອໄດ້ 1.309.610 ໂດລາ ເທົ່າກັບ 137.758 ນິວຊີແລນໃຫ້ຜ່ານອຸຍແນດໂກ 74.177 ອຸຍແນດໂກ, 38.000 ລັດຖະບານລາວ. ໂດຍແມ່ນອົງການທ່ອງທ່ຽວແຫ່ງຊາດເປັນເຈົ້າການໃນການຈັດຕັ້ງປະຕິບັດ ບັນດາໂຄ່ງລ່າງພື້ນຖານທີ່ອໍານວຍຄວາມສະດວກໃຫ້ການທ່ອງທ່ຽວໄດ້ຮັບການສ້າງຕັ້ງຂຶ້ນ ມີຈຸດບໍລິການຂາຍປີ້ເຂົ້າຊົມ, ຫໍວາງສະແດງ, ຫ້ອງນໍ້າ ແລະ ອື່ນໆ.

ໃນປີ 2009 ໂຄງການກໍ່ໄດ້ສໍາເລັດແຜນແມ່ບົດໃນການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງບໍລະດົກໄຫຫີນສະບັບທໍາອິດ, ແຕ່ຍັງບໍ່ທັນຖືກຮອງຮັບຢ່າງເປັນທາງການ ລັດຖະບານຈຶ່ງໄດ້ສືບຕໍ່ຮ່ວມມືກັບອົງການ ອຸຍແນັດສະໂກ ຕໍ່ ເລີ່ມຈັດຕັ້ງປະຕິບັດແຕ່ຕົ້ນປີ 2015 ເປັນຕົ້ນມາ (ໄດ້ຮັບທຶນ 30.000 ໂດລາ, ອຸຍແນັດສະໂກ, ລັດຖະບານລາວ 200 ລ້ານກີບ ໃນປີ 2017) .
ທາງໂຄງການໄດ້ມີການກໍານົດ ແລະ ວາງແຜນວຽກລະອຽດສໍາລັບປີ 2017-2018
ນັບແຕ່ເດືອນ ກັນຍາ-ທັນວາ ປີ 2017 ຄະນະຊ່ຽວຊານ ແລະ ວິຊາການໂຄງການ ໄດ້ສືບຕໍ່ດໍາເນີນປັບປຸງ, ດັດແກ້ຮ່າງຄໍາຮ້ອງ, ຜ່ານຄໍາຮ້ອງຕ່າງໆ.

ວັນທີ 17 ມັງກອນ 2018 ສໍາເລັດ ແລະ ຮັບຮອງຮ່າງຄໍາຮ້ອງ ແລະ ແຜນແມ່ບົດຂອງແຫຼ່ງໄຫຫີນສະບັບສົມບູນ ແລະ ນໍາສົ່ງຄໍາຮ້ອງ ແຜນແມ່ບົດເຖິງຄະນະກໍາມະການມໍລະດົກໂລກ ໃນເດືອນ ກຸມພາ ປີ 2018.
ເລີ່ມແຕ່ວັນທີ 24 ມິຖຸນາ-27 ກໍລະກົດ 2018 ທາງໂຄງການໄດ້ສຸມໃສ່ວຽກງານຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ວິຊາການທ້ອງຖິ່ນຂັ້ນແຂວງຮອດຂັ້ນເມືອງ ເຜີຍແຜ່ໃກ້ປະຊາຊົນຮ່ວມປົກປັກຮັກສາທົ່ງໄຫຫິນ.
ວັນທີ 27-28 ສິງຫາ 2018 ສໍາເລັດກອງປະຊຸມລາຍງານການກະກຽມວຽກດ້ານຕ່າງໆ ໃຫ້ຊ່ຽວຊານ ອຸຍແນັດສະໂກ ປະຈໍາພາກພື້ນອາຊີ (ປະເທດໄທ) ທີ່ມາປະເມີນເບື້ອງຕົ້ນ ແລະ ໄດ້ລົງກວດກາຕົວຈິງຢູ່ແຫຼ່ງໄຫຫີນ.

ວັນທີ 22-29 ຕຸລາ 2018 ກອງປະຊຸມລາຍງານແຫຼ່ງມໍລະດົກໃຫ້ຊຽວຊານ ມໍລະດົກໂລກ ທ່ານ ຄຣິກສະຕົບແຊນ ແລະ ລົງພາກສະໜາມແຫຼ່ງໄຫຫີນ 11 ແຫຼ່ງມໍລະດົກໄຫຫິນ.
ສຳລັບໄຫຫີນຊຽງຂວາງທີ່ສະເຫນີເຂົ້າເປັນມໍລະດົກໂລກຄັ້ງນີ້ ຈະມີ 999 ຫນ່ວຍໃນ 11 ແຫ່ງ, ກວມເອົາ 4 ເມືອງ ຄື: ເມືອງ ແປກ, ພູກູດ, ຜາໄຊ ແລະ ເມືອງ ຄໍາ.