ຄຳມ່ວນເລີ່ມແລ້ວ ເປີດປີທ່ອງທ່ຽວລາວ 2024 ຕິດພັນກັບ 3 ຍອດຍິ່ງຂອງແຂວງ

305

ຄຳມ່ວນກຽມພ້ອມແລ້ວທີ່ຈະຕ້ອງຮັບແຂກຕ່າງດ້າວທ້າວຕ່າງເມືອງເຂົ້າມາພັກຜ່ອນທ່ຽວຊົມສຳຜັດກັບຄວາມຫຼາກຫຼາຍຂອງສະຖານທີ່ທ່ອງທ່ຽວບໍ່ວ່າຈະເປັນວັດທະນະທຳ, ປະຫວັດສາດ ແລະທຳມະຊາດຢູ່ພາຍໃນແຂວງ.

อาจเป็นรูปภาพของ สะพานสตารีมอสต์, ทะเลสาบ และ ภูเขา

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ຄຳມ່ວນ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ ໃນນາມປະທານຄະນະກຳມະການຈັດງານປີທ່ອງທ່ຽວລາວ 2024 ແຂວງຄໍາມ່ວນໃຫ້ຮູ້ວ່າ: ກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການເປີດປີທ່ອງທ່ຽວລາວ 2024 ໂດຍພາຍໃຕ້ຄໍາຂວັນທີ່ວ່າ: “ ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ “. ແຂວງຄໍາມ່ວນ ກໍ່ໄດ້ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຫັນດີເປັນເອກະພາບກຳນົດແຜນຈັດປີທ່ອງທ່ຽວລາວ 2024 ໂດຍພື້ນຖານແມ່ນໄດ້ກະກຽມຈັດກິດຈະກໍາທີ່ຕິດພັນກັບ 3 ຍອດຍິ່ງທີ່ເປັນທ່າແຮງທາງດ້ານການທ່ອງທ່ຽວຂອງແຂວງ ເຊິ່ງປະ ກອບມີທັງໝົດຈຳນວນ 27 ກິດຈະກຳໃນນັ້ນປະກອບມີ 1 ກິດຈະກຳລະດັບຊາດທີ່ເປັນຍອດຍິ່ງທາງດ້ານວັດທະນະທຳຄື: ບຸນນະມັດສະການພຣະທາດສີໂຄດຕະບອງ, ມີ 2 ກິດຈະກຳລະດັບແຂວງຄື: ບຸນລະນຶກເຫດການ 21 ມີນາ 1946 ທີ່ເປັນຍອດຍິ່ງທາງດ້ານປະຫວັດສາດ; ວົງຈອນທ່ອງທ່ຽວເດີລຸບ (The Loop) ທີ່ເປັນຍອດຍິ່ງທາງດ້ານທຳມະຊາດ ແລະ ກິດຈະກຳລະດັບເມືອງຢູ່ຂັ້ນທ້ອງຖິ່ນຮາກຖານຈຳນວນ 24 ກິດຈະກຳ ແລະ ໃນວັນທີ 3 ກຸມພາ 2024 ທີ່ຈະມາເຖິງນີ້ແຂວງຄຳມ່ວນຈະໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2024 ໄປພ້ອມໆກັບການເປີດງານຕະຫຼາດນັດວາງສະແດງຈຳໜ່າຍສິນຄ້າ ແລະ ຈັດເທດສະການອາຫານ; ການແຂ່ງຂັນກິລາ ແລະ ສະແດງສິນລະປະວັນນະຄະດີຂອງມວນຊົນຢູ່ທີ່ເທສະບານທ່າແຂກຢູ່ຕໍ່ໜ້າໂຮງຮຽນມັດທະຍົມຕອນປາຍທ່າແຂກ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ນອກນັ້ນກໍ່ຍັງມີງານບຸນນະມັດສະການພຣະທາດຕຸ້ມພາວັງເມືອງໜອງບົກ, ການຈັດງານເທສະການເຫຼົ້າໄຫຫວານຕຳນານເຜົ່າແສກຢູ່ທີ່ແຫຼ່ງທ່ອງທ່ຽວທ່າຝຣັ່ງວັງສີຄາມ, ງານບຸນກອງເຂົ້າໃຫຍ່ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງເມືອງໄຊບົວທອງຄົບ ຮອບ 30 ປີ, ງານບຸນນະມັດສະການພຣະທາດເກດແກ້ວ ເມືອງມະຫາໄຊ, ງານບຸນຖໍ້າພຣະໜອງປາຝາ ບ້ານນາຂ້າງຊ້າງ ເມືອງທ່າແຂກ, ງານບຸນຫຼິ້ນຫຸ່ນ ບ້ານກອງລໍ ເມືອງຄູນຄໍາ ເຊິ່ງເປັນສະຖານທີ່ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມໃນລະດັບພາກພື້ນ ແລະ ສາກົນ, ງານບຸນຊ່ວງເຮືອອອກພັນສາພະວໍລະນາໃນທ້າຍປີ ແລະ ງານບຸນປະເພນີອື່ນໆ .

May be an image of 3 people and temple

ພື້ນຖານແມ່ນເພື່ອເປັນການສົ່ງເສີມ, ໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ສ້າງແຮງກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ ກໍ່ຄືແຂວງໃຫ້ມີຄວາມຄຶກຄື້ນ ລວມທັງການສົ່ງເສີມ ຜະລິດຕະພັນການທ່ອງທ່ຽວ ໃຫ້ມີຄວາມເຂັ້ມແຂງ, ສ້າງລາຍຮັບໃຫ້ແກ່ທົ່ວສັງຄົມໄປພ້ອມກັບການຊ່ວຍຊຸກຍູ້ການພັດທະນາທາງດ້ານເສດຖະກິດ-ສັງຄົມຂອງແຂວງໃຫ້ມີການຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ.

อาจเป็นรูปภาพของ วัด
ປະຈຸບັນທົ່ວແຂວງຄໍາມ່ວນພວກເຮົາມີແຫຼ່ງທ່ອງທ່ຽວທີ່ໄດ້ສຳຫຼວດແລ້ວ 210 ແຫ່ງ, ໃນນັ້ນ ແຫຼ່ງທ່ອງທ່ຽວທຳມະຊາດ 145 ແຫ່ງ, ວັດທະນະທໍາ 33 ແຫ່ງ ແລະ ປະຫວັດສາດ 32 ແຫ່ງ. ມີສະຖານທີ່ທ່ອງທ່ຽວທີ່ໄດ້ເປີດບໍລິການໃຫ້ແຂກເຂົ້າໄປທ່ຽວຊົມແລ້ວຈຳນວນ 87 ແຫ່ງ, ແຫຼ່ງທ່ອງທ່ຽວທີ່ໄດ້ຮັບການພັດທະນາແລ້ວ 23 ແຫ່ງ ແລະ ໃນປີນີ້ຈະມີການເປີດແຫຼ່ງທ່ອງທ່ຽວໃໝ່ຕື່ມອີກ 2 ແຫ່ງຄື: ເປີດສະຖານທີ່ແຫຼ່ງທ່ອງທ່ຽວຂຸນກອງແລງ ເມືອງຫີນບູນ ແລະ ເປີດສະຖານທີ່ແຫຼ່ງທ່ອງທ່ຽວຕາດສຽງລື ເມືອງບົວລະພາ, ພ້ອມດຽວກັນນີ້ ກໍ່ຍັງໄດ້ເອົາໃຈໃສ່ພັດທະນາ ແລະ ສ້າງເງື່ອນໄຂ ສິ່ງອຳນວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການສະຖານທີ່ເຮືອນພັກ-ຣີສອດ, ໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ຮ້ານກິນດື່ມຕ່າງໆ ດ້ວຍການຮ່ວມກັບບັນດາຜູ້ປະ ກອບການທຸລະກິດການທ່ອງທ່ຽວ ແລະ ສະມາຄົມຕ່າງໆ ທີ່ກ່ຽວຂ້ອງ ຈັດເປັນກິດຈະກຳ-ລາຍການທ່ອງທ່ຽວທີ່ຕິດພັນກັບປີທ່ອງທ່ຽວນີ້.

อาจเป็นรูปภาพของ 8 คน และ การจัดแสง