ຂໍຄູ່ຄອງແນະນຳໃຫ້ໄປທ່ຽວໄຕ້ຫວັນ ທີ່ “ວັດເສີຍໄຫ່ເສິງຫວງ”

81

ມາທ່ອງທ່ຽວທາງປະເທດຈີນກັນແນ່ ປະເທດຈີນເປັນປະເທດໜຶ່ງທີ່ມີວັດທະນະທໍາຮີດຄອງປະເພນີທີ່ີໜ້າສົນໃຈ ແລະ ມີສະຖານທີ່ທ່ອງທ່ຽວຫຼາກຫຼາຍແຫ່ງທີ່ໃນຊີວິດໜຶ່ງເຮົາຄວນໄປສໍາຜັດໃຫ້ໄດ້ ແລະ ມື້ນີ້ແອັດມິນຂໍນໍາສະເໜີໜຶ່ງສະຖານທີ່ສັກສິດຫຼາຍຕາມຄວາມເຊື່ອຂອງຄົນໄຕ້ຫວັນ ແລະ ນັກທ່ອງທ່ຽວເລື່ອງຄວາມຮັກຄູ່ຄອງ ທີ່ວັດເສີຍໄຫ່ເສິງຫວງ.

ວັດເສີຍໄຫ່ເສິງຫວງ ເປັນວັດໜຶ່ງທີ່ມີຊື່ສຽງຫຼາຍກ່ຽວກັບການມາຂໍພອນຫາຄູ່ຮັກແລ້ວສົມຫວັງ ແບບຂໍປຸ໊ບໄດ້ແທ້ ເປັນຄວາມເຊື່ອຂອງຄົນທ້ອງຖິ່ນໄຕ້ຫວັນ ແລະ ນັກທ່ອງທ່ຽວຕ່າງມີຄວາມເຊື່ອວ່າມາຂໍພອນໃຫ້ໄດ້ຄູ່ຄອງກໍຈະໄດ້ສົມຫວັງດັ່ງປາດຖະໜາ… ແບບນີ້ສາວໆ ໜຸ່ມໆຄົນໂສດທັງຫຼາຍກຽມຕົວໄປດ່ວນ…

ເຊິ່ງວັດເສີຍໄຫ່ເສິງຫວງ ຕັ້ງຢູ່ໃຈກາງເມືອງ ເປັນວັດທີ່ມີເທບສັກສິດປະກິດສະຖານຢູ່ພາຍໃນຢ່າງຫຼວງຫຼາຍ ເຮັດຄົນໄຕ້ຫວັນ ແລະ ນັກທ່ອງທ່ຽວທຸກລຸ້ນອາຍຸນິຍົມກັນມາຂໍພອນເລື່ອງຄວາມຮັກ ໃຫ້ພົບຄົນຮັກ, ຊີວິດຮັກເປັນໄປໄດ້ດີ ແລະ ປະສົບຜົນສໍາເລັດ.

ເຊິ່ງຕົ້ນກໍາເນີດຂອງຄວາມເຊື່ອນີ້ແມ່ນມາຈາກ ເຄີຍມີນັກທ່ອງທ່ຽວ ຍິງຢີ່ປຸ່ນ ສູນເສຍຄູ່ຮັກໄປ ແລ້ວລາວຈຶ່ງຢາກຫາຄູ່ຄອງໃໝ່ ແລະ ມາຂໍພອນຢູ່ທີ່ນີ້ ແລ້ວກໍກັບໄປຢີ່ປຸ່ນ ແລ້ວໄດ້ພົບຮັກໃໝ່ ໄດ້ແຕ່ງດອງມີຄວາມສຸກໃນເວລາບໍ່ພໍເທົ່າໃດຫຼັງຈາກຂໍພອນໄປ ໂດຍທີ່ຜູ້ຍິງຄົນນັ້ນໄດ້ເຜີຍແຜ່ເລື່ອງລາວຂອງຕົນເອງອອກອາກາດທາງໂທລະພາບຢີ່ປຸ່ນຈົນກາຍເປັນທີ່ສົນໃຈຂອງຍິງສາວຫຼາຍໆຄົນໃຫ້ໄປຂໍພອນທີ່ນັ້ນເຊັ່ນດຽວກັນ.

ຈາກນີ້ຍັງມີຄວາມເຊື່ອທີ່ວ່າຊີວິດຄູ່ຈະປະຄອງຮັກກັນດ້ວຍດີ ເຊື່ອກັນວ່າຫາກຊື້ເກີບແລ້ວນໍາມາອ້ອມທີ່ຖັງຮູບ 3 ຮອບ ຫຼັງຈາກນັ້ນນໍາກັບໄປໄວ້ທີ່ຕູ້ເສື້ອຜ້າໃນຫ້ອງນອນ ພ້ອມຈັດວາງໃຫ້ຫົວເກີບຫັນເຂົ້າຫາຄູ່ຈະເຮັດໃຫ້ຄູ່ຄອງຂອງຕົນບໍ່ໜີໄປໃສ ຮັກແຕ່ເຮົາຄົນດຽວ.

ແນວໃດກໍຕາມເປັນພຽງຄວາມເຊື່ອສ່ວນບຸກຄົນເດີ້ ຫາກໃຜມີແຜນໄປທ່ຽວປະເທດຈີນ ຫຼື ໄຕ້ຫວັນຫາກຍັງບໍ່ທັນມີຄູ່ແລ້ວໄປຂໍພອນໄດ້ສົມຫວັງກໍມາບອກແອັດມິນແນ່ ຜູ້ທີ່ມີຄູ່ຄອງແລ້ວຢາກໄປຂໍພອນໃຫ້ຮັກຍືນຍາວໝັ້ນກໍ່ບໍ່ມີຫຍັງເສຍຫາຍແຖມໄດ້ຄວາມສຸກຄວາມອີ່ມເອັມໃຈກັບຄືນມາອີກດ້ວຍ.