ອະຫິວາໝູອາຟຣິກກາ ລະບາດຢູ່ເມືອງຕຸ້ມລານ ໝູຕາຍແລ້ວຫຼາຍກວ່າ 1 ພັນໂຕ ເຈົ້າໜ້າທີ່ເລັ່ງສະກັດກັ້ນຢ່າງຮີບດ່ວນ

53

ພາຍຫຼັງທີ່ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການກໍລະນີີພົບເຊື້ອພະຍາດອະຫິວາໝູອາຟຣິກກາ ລະບາດຢູ່ 7 ບ້ານ ຂອງເມືອງຕຸ້ມລານ ແຂວງສາລະວັນ ຄື: ບ້ານສາມັກຄີໄຊ, ດິນດາກ, ໂພນງາມ, ແກ້ງຮັງ, ນາລະຈາງ, ຫ້ວຍຫວ້າ ແລະ ບ້ານນາຮ່ອງໃຫຍ່.

ຕໍ່ກັບເຫດການດັ່ງກ່າວ, ອຳນາດການປົກຄອງແຂວງໄດ້ແຕ່ງຕັ້ງຄະນະຊີ້ນຳຕ້ານ ແລະ ສະກັດກັ້ນຂັ້ນແຂວງ, ເມືອງ, ຂະແໜງທີ່ກ່ຽວຂ້ອງ ໂດຍສະເພາະພະແນກກະສິກຳ ແລະ ປ່າໄມ້ແຂວງລົງສົມທົບ, ຕິດຕາມ, ເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ, ພ້ອມທັງຕອບໂຕ້ຢ່າງຮີບດ່ວນ ເພື່ອບໍ່ໃຫ້ພະຍາດແຜ່ລາມໄປຢ່າງກວ້າງຂວາງ, ໄວວາຈາກບ້ານຕໍ່ບ້ານ, ພ້ອມທັງໄດ້ຕັ້ງດ່ານສະກັດກັ້ນ, ກວດກາປ້ອງກັນບໍ່ໃຫ້ມີການລັກລອບຊື້ – ຂາຍໝູດ້ວຍຮູບແບບຕ່າງ ເຊັ່ນ: ການແຍກຊິ້ນສ່ວນ, ແປຮູບເປັນອາຫານ ແລະ ອື່ນໆ ຢູ່ 6 ຈຸດ. ໃນນັ້ນ, ມີຈຸດພົ່ນຢາຂ້າເຊື້ອ 2 ຈຸດ.

ທ່ານ ອານຸສັກ ຈຳປາຄຳ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ ໄດ້ເປີດເຜີຍຕໍ່ກອງປະຊຸມປຶກສາຫາລື ໃຫ້ຮູ້ວ່າ: ພາຍຫຼັງໄດ້ມີແຈ້ງການພົບເຊື້ອພະຍາດອະຫິວາໝູອາຟຣິກກາ ຢູ່ເມືອງຕຸ້ມລານ ກໍໄດ້ເຄື່ອນໄຫວຕິດຕາມສະພາບການດັ່ງກ່າວ ແລະ ໄດ້ອອກແຈ້ງການເຖິງອຳນາດການປົກຄອງບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ທີ່ເປັນເຈົ້າຂອງໝູເຝົ້າລະວັງຕິດຕາມຢ່າງໃກ້ຊິດ ແລະ ບໍ່ໃຫ້ມີການເຄື່ອນຍ້າຍ, ລັກລອບຊື້ – ຂາຍ, ບໍລິໂພກຢ່າງເດັດຂາດ ແລະ ຖ້າພົບໝູທີ່ຕາຍຕ້ອງທຳລາຍຖິ້ມດ້ວຍການຈູດ ຫຼື ຝັງດິນຕາມຫຼັກວິຊາການ. ພ້ອມດຽວກັນນັ້ນ, ຕ້ອງເກັບກຳຂໍ້ມູນຢ່າງລະອຽດ ແລະ ລາຍງານສະພາບການຢ່າງຕໍ່ເນື່ອງ.

ພາຍຫຼັງທີ່ເຄື່ອນໄຫວຕິດຕາມສະພາບການດັ່ງກ່າວ, ທັງພາກສະໜາມ ແລະ ການລາຍງານຂໍ້ມູນຈາກພະນັກງານທີ່ລົງເຄື່ອນໄຫວເຮັດວຽກໃນແຕ່ລະບ້ານ ໂດຍສະເພາະບ້ານທີ່ກວດພົບເຊື້ອພະຍາດ ແລະ ບ້ານທີ່ມີຄວາມສ່ຽງໃນການຕິດຕໍ່ ແນໃສ່ສະກັດກັ້ນຢ່າງເດັດຂາດ. ຈາກການປະເມີນ ແລະ ກວດກາ ພົບວ່າ: ການແຜ່ລະບາດຂອງພະຍາດດັ່ງກ່າວຍັງຢູ່ໃນຂອບເຂດ 7 ບ້ານ ແຕ່ພົບຈຳນວນໝູທີ່ຕາຍເພີ່ມຂຶ້ນ ລວມທັງໝົດ 1.183 ໂຕ ເຊິ່ງໄດ້ທຳລາຍຖິ້ມແລ້ວ 100% ດ້ວຍການຈູດ ແລະ ຝັງດິນ.

ສຳລັບໝູທີ່ຍັງບໍ່ທັນຕາຍ ຈຳນວນ 1.132 ໂຕ ໃນ 7 ບ້ານ ແມ່ນຈະໄດ້ຮີບໂຮມສືບຕໍ່ທຳລາຍຖິ້ມໂດຍໄວ. ພ້ອມດຽວກັນນັ້ນ, ກໍໄດ້ນຳໃຊ້ຢາທີ່ສະກັດຈາກສະໝຸນໄພຂອງ ທ່ານ ສຈ.ດຣ.  ສາຍຝົນ ພູນສະຫວັນ ເຂົ້າໃສ່ໃນການປິ່ນປົວ, ສີດໃສ່ໜ້າໝູທີ່ຕິດເຊື້ອ. ຜ່ານການຕິດຕາມໄລຍະ 2 ວັນ ເຫັນວ່າ: ຈຳນວນການຕາຍຂອງໝູຫຼຸດລົງ ແລະ ມີອາການດີຂຶ້ນເລື້ອຍໆ.

ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ ກ່າວຕື່ມວ່າ: ພ້ອມນັ້ນໄດ້ເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວໃຫ້ພໍ່ແມ່ປະຊາຊົນຮັບຮູ້, ເຂົ້າໃຈຕໍ່ກັບສະພາບການ ແລະ ປຸກລະດົມປະຊາຊົນເຂົ້າຮ່ວມເປັນເຈົ້າການໃນການສະກັດກັ້ນພະຍາດອະຫິວາໝູອາຟຣິກກາຢ່າງແຂງແຮງ, ແນະນຳປະຊາຊົນເຝົ້າຕິດຕາມອາການຂອງໝູ ພ້ອມທັງໃຫ້ຂັງໄວ້ໃນຄອກ ຫຼື ຜູກໄວ້ ເນື່ອງຈາກການລ້ຽງໝູແມ່ນລ້ຽງແບບຄອບຄົວ ແລະຢູ່ກະແຈກກະຈາຍກັນ. ຄຽງຄູ່ກັນນັ້ນ, ໄດ້ສຶກອົບຮົມປະຊາຊົນ, ປຸກລະດົມເຂົ້າຮ່ວມຂະບວນການຕ້ານ ແລະ ສະກັດກັ້ນພະຍາດອະຫິວາໝູອາຟຣິກກາ ດ້ວຍຄວາມຮັບຜິດຊອບ ແລະ ຖ້າພົບເຫັນໝູມີອາການເຫງົາແມ່ນໄດ້ຮີບໂຮມທຳລາຍຖິ້ມໂດຍໄວ ແລະ ແນະນຳປະຊາຊົນບໍ່ໃຫ້ຕົກໃຈຕໍ່ກັບການລະບາດຂອງພະຍາດ ເພາະບໍ່ສາມາດຕິດໃສ່ຄົນ ຫຼື ສັດປະເພດອື່ນໆໄດ້.

[ ຂ່າວ – ຮູບ: ວິໄລວອນ ສິດທິໄຊ ]