ອຸຕຸແຈ້ງ! ວັນທີ 2-5 ກໍລະກົດ ທົ່ວທຸກຈະມີຝົນຕົກໜັກ, ລົມພັດແຮງ, ຟ້າຮ້ອງ, ຟ້າຜ່າ ແລະ ດິນເຈື່ອນ

92

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໄພຝົນຕົກໜັກໃນລະຫວ່າງວັນທີ 02 ຫາ 05 ກໍລະກົດ 2019 ສະບັບເລກທີ 0895/ກອຕທ ລົງວັນທີ 01 ກໍລະກົດ 2019 ວ່າດັ່ງນີ້:

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และสถานที่กลางแจ้ง

 

 

ໃນໄລຍະວັນທີ 02 ຫາ 05 ກໍລະກົດ 2019 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງ ຫາແຮງ ພັດປົກຄຸມຢູ່ຕອນໃຕ້ຂອງປະເທດ ສປ ຈີນ ແລະ ຈະມີກຳລັງແຮງເພີ່ມຂຶ້ນພັດຜ່ານເກາະໄຮໜານເຂົ້າສູ່ປະເທດ ສສ ຫວຽດນາມ ແລະ ຍັງຈະເພີ່ມກຳລັງແຮງຂຶ້ນຕື່ມປົກຄຸມຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງ, ຟ້າຜ່າ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນແຂວງພາກ  ເໜືອ ຫາ ພາກກາງ ແລະ ພາກໃຕ້.

 

 

 

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ນະຄອນຫຼວງວຽງຈັນ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ມີຕົ້ນໄມ້ຫັກ, ເສົາໄຟຟ້າລົ້ມ, ຫຼັງຄາເຮືອນເປ່ເພ ພ້ອມນີ້, ກໍ່ໃຫັ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ຢູ່ກາງເດີນທີ່ກວ້າງ ເພາະຈະມີຄວາມສ່ຽງໃຫ້ເກີດຟ້າຜ່າ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ້.