ທາງເລືອກທີ່ດີກວ່າ ພຽງ 3 ຊົ່ວໂມງ ເດີນທາງນ່ານ-ຫຼວງພະບາງ “ຖະໜົນສາຍໃໝ່”

76

ສຳນັກຂ່າວທ້ອງຖິ່ນໄທລາຍງານວ່າ: ເປີດນໍາໃຊ້ຖະໜົນເສັ້ນໃໝ່ເມືອງຫົງສາ – ບ້ານຊຽງແມນ ລວມໄລຍະທາງ 114 ກິໂລແມັດ  ລົງທຶນ 1.977 ລ້ານບາດ ເຊື່ອມເມືອງມໍລະດົກໂລກ ຄາດຈະກະຕຸ້ນການທ່ອງທ່ຽວຄຶກຄັກ 20% ດຶງນັກທ່ອງທ່ຽວຈີນ – ຢູໂລບ. ຂະນະທີ່ ສປປ ລາວ ຢື່ນຂໍ້ສະເໜີຮ່ວມລົງທຶນສ້າງຂົວຂ້າມນ້ຳຂອງແຫ່ງໃໝ່.

 

 

ຜູ້ອໍານວຍການສໍານັກງານການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ສພພ) ຫຼື NEDA ເປີດເຜີຍວ່າ: ໄດ້ເປີດນໍາໃຊ້ເສັ້ນທາງຖະໜົນສາຍໃໝ່ຈາກເມືອງຫົງສາ – ບ້ານຊຽງແມນ (ເມືອງຈອມເພັດ ແຂວງຫຼວງພະບາງ) ສປປ ລາວ ລວມໄລຍະທາງ 114 ກິໂລແມັດ ໃນວົງເງິນກໍ່ສ້າງ 1.977 ລ້ານບາດ ເພື່ອເຊື່ອມໂຍງເສັ້ນທາງຄົມມະນາຄົມລະຫວ່າງປະເທດ (ຣາຊະອານາຈັກໄທ ແລະ ສປປ ລາວ) ເຊິ່ງເສັ້ນທາງສາຍໃໝ່ນີ້ ມີຈຸດເລີ່ມຕົ້ນທີ່ຫ້ວຍໂກ໋ນ, ອຳເພີສະເຫຼີມພະກຽດ ຈັງຫວັດນ່ານ (ປະເທດໄທ) ແລະ ມີຈຸດສິ້ນສຸດທີ່ເມືອງຫຼວງພະບາງ (ສປປ ລາວ) ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກ ແລະ ເປັນການສົ່ງເສີມຍຸດທະສາດການເປັນເມືອງຄູ່ແຝດລະຫວ່າງຈັງຫວັດນ່ານ ແລະ ແຂວງຫຼວງພະບາງ

 

 

ນອກນີ້, ຍັງເປັນການເພີ່ມສັກຍະພາບການເຊື່ອມໂຍງເຄື່ອຂ່າຍຖະໜົນໃນ ສປປ ລາວ ໃນການເດີນທາງຈາກປະເທດໄທ ໄປຍັງນະຄອນຫຼວງຮ່າໂນ້ຍ ຂອງຫວຽດນາມ ໂດຍຜ່ານຖະໜົນໝາຍເລກ 4 ແລະ 6 ດັ່ງນັ້ນ, ຈຶ່ງຄາດວ່າເສັ້ນທາງແຫ່ງນີ້ຈະສາມາດກະຕຸ້ນຍອດນັກທ່ອງທ່ຽວຂອງປະເທດໄທ ແລະ ສປປ ລາວປະມານ 10-20% ອີກທັງຍັງດຶງດູດນັກທ່ອງທ່ຽວກຸ່ມໃໝ່ເຊັ່ນ: ຊາວຈີນ, ຊາວຫວຽດນາມ ແລະ ຊາວຢູໂລບໄດ້ຫຼາຍຂຶ້ນ.

ສໍາລັບການກໍ່ສ້າງເສັ້ນທາງດັງກ່າວ ແມ່ນສຳເລັດໃນໄລຍະທ້າຍເດືອນເມສາທີ່ຜ່ານມາ ແລະ ໄດ້ເປີດນຳໃຊ້ໄປແດ່ແລ້ວ ໂດຍຈະຊ່ວຍປະຢັດເວລາເດີນທາງໄດ້ 50% ຈາກຈັງຫວັດນ່ານ – ເມືອງຫຼວງພະບາງ ເຊິ່ງກ່ອນໜ້ານີ້ໃຊ້ເວລາ 9 ໂມງ ປັດຈຸບັນເຫຼືອພຽງ 5 ຊົ່ວໂມງ ຫຼື ໃຊ້ເວລາຈາກດ່ານຊາຍແດນຫ້ວຍໂກ໊ນຈັງຫວັດນ່ານໄປຍັງເມືອງຫຼວງພະບາງພຽງ 3 ຊົ່ວໂມງ.

ຖະໜົນເສັ້ນນີ້ ເປັນເສັ້ນທາງປູຢາງ 2 ເລນ ພ້ອມມີລະບົບປ້ອງກັນຄວາມປອດໄພເຊັ່ນ: ໄມ້ກັ້ນຕາມແນວທາງໂຄ້ງ ລວມເຖິງທາງໂຄ້ງຊັນທີ່ໄດ້ມາດຕະຖານຄວາມປອດໄພ.

 

 

ເຈົ້າໜ້າທີ່ຍັງກ່າວອີກວ່າ: ການລົງທຶນນັ້ນທາງ NEDA ໃຫ້ວົງເງິນຊ່ວຍເຫຼືອ 1.977 ລ້ານບາດເຊິ່ງແບ່ງເປັນເງິນກູ້ 1.581.60 ລ້ານບາດ ຫຼື 80% ຂອງວົງເງິນທັງໝົດໂດຍປົດໜີ້ 10 ປີ ດອກເບ້ຍ 15% ຕໍ່ປີ ສ່ວນອີກ 395,40 ລ້ານບາດ ເປັນເງິນຊ່ວຍເຫຼືອລ້າ ເຊິ່ງການໃຫ້ຄວາມຊ່ວຍເຫຼືອໃນຄັ້ງນີ້ແມ່ນຢູ່ພາຍໃຕ້ເງື່ອນໄຂທີ່ວ່າຕ້ອງໃຊ້ສິນຄ້າ ແລະບໍລິການ ຈາກປະເທດໄທຢ່າງນ້ອຍກວ່າ 50% ຂອງມູນຄ່າ ສັນຍາ.

ນອກຈາກນີ້, ໃນການປະຊຸມສຸດຍອດຜູ້ນໍາອາຊຽນທີ່ຜ່ານມາໃນປະເທດໄທເປັນເຈົ້າພາບນັ້ນ ລັດຖະບານ ສປປ ລາວ ໄດ້ຍື່ນຂໍ້ສະເໜີໃຫ້ພົນເອກປະຍຸດ ຈັນໂອຊາ ນາຍົກລັດມົນຕີຂອງໄທ ຮ່ວມກັນພັດທະນາໂຄງການຂົວຂ້າມແມ່ນໍ້າຂອງຊ່ວງບ້ານຊຽງແມນ – ຫຼວງພະບາງ ລວມໄລຍະທາງ 600 ແມັດ ໃນວົງເງິນລົງທຶນບໍ່ຕໍ່າກວ່າ 1.000 ລ້ານບາດ. ຂະນະນີ້ຍັງຢູ່ລະຫວ່າງອອກແບບໂຄງການຄາດວ່າຈະໃຊ້ເວລາປະມານ 12 ເດືອນ ກ່ອນເລີ່ມກໍ່ສ້າງໂຄງການພາຍໃນ 2 ປີນັບຈາກນີ້, ເມື່ອດໍາເນີນການສໍາເລັດແລ້ວ ຈະເພີ່ມຄວາມສະດວກສະບາຍໃນການສັນຈອນລະຫວ່າງ  ຈັງຫວັດນ່ານ ແລະ  ລວງພະບາງໄດ້ສະດວກຫຼາຍຂຶ້ນ.