Monthly Archives: March, 2021

u-money ບໍລິການໂອນເງິນທີ່ດີທີ່ສຸດ

ຢູມັນນີ ໄດ້ກາຍເປັນຊ່ອງທາງ ທີ່ດີທີ່ສຸດແກ່ທຸກໆຄົນໃນຍຸກດີຈີຕອນ ຫຼາຍໆຄົນໄດ້ເລືອກຊ່ອງທາງຢູມັນນີ ບໍລິການກະເປົາເງິນເທິງມືຖື ທີ່ສ້າງຄວາມສະດວກສະບາຍແກ່ທຸກຄົນ ໂດຍສະເພາະແມ່ນ ປະຊາຊົນທີ່ຢູ່ເຂດຕ່າງແຂວງຫ່າງໄກຈາກຈຸດໃຫ້ບໍລິການດ້ານການໂອນເງິນ ແມ່ນຍິ່ງຂ້ອນຂ້າງຈະຍາກຫຼາຍສໍາລັບພວກເຂົາເຫຼົ່ານັ້ນ ໃນການໂອນເງິນ- ຮັບເງິນຈາກລູກຫຼານທີ່ສົ່ງໃຫ້ ເຊິ່ງແຕ່ລະຄັ້ງຕ້ອງໃຊ້ເວລາໃນການເດີນທາງຈາກບ້ານໄປຫາຈຸດບໍລິການ ໂອນເງິນ ແລະ ອາດບໍ່ປອດໄພ ສະນັ້ນຈິ່ງເວົ້າໄດ້ວ່າ ຢູມັນນີ (u-money) ໄດ້ກາຍເປັນທາງເລືອກທີ່ດີທີ່ສຸດແກ່ທຸກຄົນ ພຽງມີມືຖື ກໍສາມາດໂອນໄດ້ ໂດຍບໍ່ໄດ້ຈໍາແນກເຄືອຂ່າຍ ສາມາດເຮັດການໂອນເງິນໄດ້ແບບບໍ່ຈໍາກັດເວລາ ໄດ້ທຸກໆຂົງເຂດທີ່ມີສັນຍານມືຖື...

ໄຟຟ້າ ລາວ ແຈ້ງ ກຽມປ່ຽນ ບິນເກັບເງິນແບບໃໝ່ ທີ່ສະດວກ ແລະ ປອດໄພກວ່າເກົ່າ

ໃນວັນທີ 2 ມີນາ 2021 ລັດວິສາຫະກິດໄຟຟ້າລາວ EDL ໄດ້ໂພສ ແຈ້ງມາຍັງລູກຄ້າ ຜູ້ຊົມໄຊ້ໄຟຟ້າ ໃນຂອບເຂດທົ່ວໄປເທດ ໃຫ້ຊາບວ່າ: ລັດວິສາຫະກິດໄຟຟ້າລາວ ຈະໄດ້ມີການປັບປຸງໃບບິນເກັບເງິນຄ່າໄຟຟ້າ ເປັນຮູບແບບໃໝ່ ເພື່ອພັດທະນາລະບົບຄວາມປອດໄພ, ທັນສະໄໝ ແລະ ໂປ່ງໃສໃຫ້ແກ່ລູກຄ້າໃນໄວໆນີ້. ໂດຍຮູບແບບເກົ່າທີ່ເຮົາຄຸ້ນເຄີຍແມ່ນເປັນບິນສີຟ້າ ແຕ່ຮູບແບບບິນໃໝ່ຈະເປັນສີຂາວ ພ້ອມມີບາໂຄດ Barcode ເພື່ອໃຫ້ພະນັກງານທີ່ປ່ອງບໍລິການສາມາດສະແກນໄດ້ ເພື່ອຫຼຸດຜ່ອນການຕີເລກບັນຊີລູກຄ້າຜິດ; ມີຄິວອາ...

ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ຂັ້ນສູນກາງລົງເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງເງິນ

ວັນທີ 01 ມີນາ 2021 ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ສູນກາງ, ທ່ານ ຮອງ ສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ...

ຫຼວງພະບາງ ສະຫຼຸບຜົນງານ 2020 ເຖິງພົບຄວາມຫຍຸ້ງຍາກ ແຕ່ເກັບລາຍຮັບໄດ້ເກີນແຜນ

ວັນທີ 26 ກຸມພາ 2021 ຫ້ອງການສ່ວຍສາອາກອນ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານສ່ວຍສາອາກອນປະຈຳປີ 2020 ແລະທິດທາງແຜນການປະຈຳປີ 2021 ທີ່ຫ້ອງປະຊຸມພະແນກການເງິນ , ໂດຍການເປັນປະທານຂອງ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຄິນຄຳ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງ, ມີຫົວໜ້າຫ້ອງການສ່ວຍສາອາກອນ...

ວັນສັດປ່າໂລກຄົບຮອບ 8ປີ ຖືໂອກາດຮຽກຮ້ອງທຸກຄົນ ຢຸດລ່າ, ຢຸດຂ້າ, ຢຸດຂາຍສັດເຫຼົ່ານີ້ແບບຜິດກົດໝາຍ

ໃນໄລຍະຜ່ານມາຈົນເຖີງປັດຈຸບັນ, ມະນຸດເຮົາໄດ້ຊົມໃຊ້ຊັບພະຍາກອນທໍາມະຊາດ ຫຼາຍເກີນຂີດຄວາມສາມາດ ທີ່ທໍາມະຊາດຈະສະໜອງໃຫ້ໄດ້, ຊັບພະຍາກອນທໍາມະຊາດ ໂດຍສະເພາະ ສັດນໍ້າ ແລະ ສັດປ່າ ຫຼາຍໆຊະນິດທີ່ສຳຄັນ ແລະ ຫາຍາກ ໄດ້ຖືກໄພຂົ່ມຂູ່ ດ້ວຍຮູບການລ່າ ແລະ ການຄ້າແບບຜິດກົດໝາຍ ເຮັດໃຫ້ປະຊາກອນສັດປ່າຫລາຍໆຊະນິດຫລຸດລົງ ກະທົບໃສ່ລະບົບນິເວດ ເຮັດໃຫ້ດິນຟ້າອາກາດມີການປ່ຽນແປງ. ເພື່ອແກ້ໄຂບັນຫາດັ່ງກ່າວ ປະຊາຄົມໂລກໄດ້ມີຄວາມພະຍາຍາມສູງ ໃນການປຶກສາຫາລື, ລະດົມຄວາມຄິດເຫັນ ແລະ ຮ່ວມມືກັນຢ່າງຈິງຈັງ...

ຮອງນາຍົກ ຢ້ຽມຢາມໂຮງງານໄຟຟ້າຫົງສາ ເບິ່ງມາດຕະການປ້ອງກັນໂຄວິດ – 19

ວັນທີ 1 ມີນາ 2021 ບໍລິສັດ ໄຟຟ້າຫົງສາ ຈໍາກັດ ນໍາໂດຍ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ໃຫ້ການຕ້ອນຮັບ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ - 19...

ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງຊຽງຂວາງຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫ່ວາງ ຫົວໜ້າຫ້ອງວ່າການແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່ ມີຂຶ້ນໃນວັນທີ1ມີນາ2021 ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ຫົວໜ້າ ຮອງຫົວໜ້າພະແນກການ ອົງການແຂວງ ແລະ ເມືອງເຂົ້າຮ່ວມ. ໃນພິທີທ່ານນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບເລກທີ292/ຄລສພ ລົງວັນທີ18ທັນວາ2020...

ແຕ່ງແຈ່ວຈ້ຳໝາກສົ້ມສະບັບໃຜເຫັນກັ້ນນ້ຳລາຍບໍ່ຢູ່

ສະບາຍດີແຟນຂ່າວເສດຖະກິດ-ການຄ້າ ຊ່ວງນີ້ຜູ້ຂຽນເຫັນໝາກສົ້ມກຳລັງອອກໝາກຫຼາຍ ແລະ ຕາມທ້ອງຕະຫຼາດກໍມີໃຫ້ເລືອກຊື້ ບໍ່ວ່າຈະເປັນໝາກມ່ວງ, ໝາກຍົມ, ໝາກປາງ, ໝາກຫຼອດ ແລະ ໝາກໄມ້ອື່ນໆ ຂະໜາດເວົ້າກໍເຮັດໃຫ້ຫຼາຍຄົນນ້ຳລາຍໄຫຼກັນແລ້ວ ສະນັ້ນ ມື້ນີ້ຜູ້ຂຽນຈຶ່ງນຳເອົາວິທີການແຕ່ງແຈ່ວໝາກສົ້ມແຊບໆມາຝາກແຟນຂ່າວທຸກຄົນກັນ. ແຈ່ວທີ່ກິນກັບໝາກສົ້ມກໍມີໃຫ້ເລືອກຫຼາກຫຼາຍແບບ ແຕ່ມື້ນີ້ຜູ້ຂຽນເອງຈະເອົາສູດທີ່ໃສ່ປາແດກມາໃຫ້ທ່ານໄດ້ເຮັດກິນນຳກັນ ຖ້າພ້ອມແລ້ວເຮົາໄປເບິ່ງສ່ວນປະກອບ ແລະ ວິທີແຕ່ງແຈ່ວກັນເລີຍ. ສ່ວນປະກອບ ໝາກໄມ້ສົ້ມ (ຕາມໃຈມັກຂອງທ່ານເລີຍກໍໄດ້) - ໝາກມ່ວງດິບ 2 ໜ່ວຍ - ໝາກຂາມອ່ອນ 20 ໜ່ວຍ -...

ພຽງໃຊ້ນ້ຳໝາກນາວ 3 ບັນຫາສຸຂະພາບນີ້ຫາຍໄດ້ແນ່ນອນ

ໝາກນາວເປັນອາຫານທີ່ຫຼາຍບ້ານຕ້ອງມີຕິດໄວ້ໃນຕູ້ເຢັນ ຫຼື ສວນຄົວຢ່າງແນ່ນອນ ເຊິ່ງໝາກນາວມີປະໂຫຍດຫຼາກຫຼາຍບໍ່ວ່າຈະນຳເອົາມາປຸງແຕ່ງອາຫານ ຫຼື ນຳເອົາມາໃຊ້ກ່ຽວກັບຄວາມງາມກໍໄດ້ ແລະ ຍັງສາມາດກິນເພື່ອຊ່ວຍບັນເທົາອາການຕ່າງໆໄດ້ ບໍ່ວ່າທ່າຈະເຈັບຄໍ ຫຼື ເປັນຫວັດ ໝາກນາວນີ້ແລະຈະຊ່ວຍທ່ານໃຫ້ຫາຍດີ. ພ້ອມແລ້ວເຮົາໄປເບິ່ງ 3 ປະໂຫຍດຈາກໝາກນາວກັນເລີຍ. 1. ນໍ້າໝາກນາວປະສົມນໍ້າເຜິ້ງ ຊ່ວຍຫຼຸດອາການເຈັບຄໍ ນໍ້າເຜິ້ງແທ້ທີ່ສະອາດ ແລະ ປອດໄພ ບໍ່ມີເຊື້ອໂລກ ຈະມີລິດໃນການຕ້ານເຊື້ອໂລກໄດ້ ດັ່ງນັ້ນການປະສົມດື່ມຮ່ວມກັນກບນໍ້າໝາກນາວທີ່ມີສານແອນຕີ້ອອກຊິເດັນ (ສານຕ້າາອະນຸມູນອິດສະຫຼະ) ຊ່ວຍຫຼຸດອາການອັກເສບໄດ້ ດັ່ງນັ້ນຈຶ່ງສາມາດດື່ມນໍ້າໝາກນາວປະສົມນໍ້າເຜິ້ງເພື່ອຫຼຸດອາການເຈັບຄໍ,...
- Advertisment -
Slide
Slide

Most Read

error: Content is protected !!