ໄຟຟ້າ ລາວ ແຈ້ງ ກຽມປ່ຽນ ບິນເກັບເງິນແບບໃໝ່ ທີ່ສະດວກ ແລະ ປອດໄພກວ່າເກົ່າ

668

ໃນວັນທີ 2 ມີນາ 2021 ລັດວິສາຫະກິດໄຟຟ້າລາວ EDL ໄດ້ໂພສ ແຈ້ງມາຍັງລູກຄ້າ ຜູ້ຊົມໄຊ້ໄຟຟ້າ ໃນຂອບເຂດທົ່ວໄປເທດ ໃຫ້ຊາບວ່າ: ລັດວິສາຫະກິດໄຟຟ້າລາວ ຈະໄດ້ມີການປັບປຸງໃບບິນເກັບເງິນຄ່າໄຟຟ້າ ເປັນຮູບແບບໃໝ່ ເພື່ອພັດທະນາລະບົບຄວາມປອດໄພ, ທັນສະໄໝ ແລະ ໂປ່ງໃສໃຫ້ແກ່ລູກຄ້າໃນໄວໆນີ້.

ໂດຍຮູບແບບເກົ່າທີ່ເຮົາຄຸ້ນເຄີຍແມ່ນເປັນບິນສີຟ້າ ແຕ່ຮູບແບບບິນໃໝ່ຈະເປັນສີຂາວ ພ້ອມມີບາໂຄດ Barcode ເພື່ອໃຫ້ພະນັກງານທີ່ປ່ອງບໍລິການສາມາດສະແກນໄດ້ ເພື່ອຫຼຸດຜ່ອນການຕີເລກບັນຊີລູກຄ້າຜິດ; ມີຄິວອາ ໂຄດ QR Code ເພື່ອຢັ້ງຢືນວ່າ ແມ່ນບິນໃນຖານຂໍ້ມູນແທ້ຂອງໄຟຟ້າລາວ ທີ່ສຳຄັນແຕ່ລະບິນຈະມີລາຍນໍ້າບໍ່ຄືກັນ ເພື່ອປ້ອງກັນໃນການສ້າງບິນປອມ.

ສ່ວນວ່າຈະສຳເລັດ ແລະ ເປີດນຳໃຊ້ມື້ໃດນັ້ນ ຄວາມຄືບໜ້າແມ່ນຈະແຈ້ງພາຍຫຼັງໃຫ້ບັນດາທ່ານຊາບຕື່ມ ແຕ່ທາງໄຟຟ້າລາວ ບອກວ່າແມ່ນຈະຖືກນຳໃຊ້ໃນໄວໆນີ້.