ແຕ່ງແຈ່ວຈ້ຳໝາກສົ້ມສະບັບໃຜເຫັນກັ້ນນ້ຳລາຍບໍ່ຢູ່

277

ສະບາຍດີແຟນຂ່າວເສດຖະກິດ-ການຄ້າ ຊ່ວງນີ້ຜູ້ຂຽນເຫັນໝາກສົ້ມກຳລັງອອກໝາກຫຼາຍ ແລະ ຕາມທ້ອງຕະຫຼາດກໍມີໃຫ້ເລືອກຊື້ ບໍ່ວ່າຈະເປັນໝາກມ່ວງ, ໝາກຍົມ, ໝາກປາງ, ໝາກຫຼອດ ແລະ ໝາກໄມ້ອື່ນໆ ຂະໜາດເວົ້າກໍເຮັດໃຫ້ຫຼາຍຄົນນ້ຳລາຍໄຫຼກັນແລ້ວ ສະນັ້ນ ມື້ນີ້ຜູ້ຂຽນຈຶ່ງນຳເອົາວິທີການແຕ່ງແຈ່ວໝາກສົ້ມແຊບໆມາຝາກແຟນຂ່າວທຸກຄົນກັນ.


ແຈ່ວທີ່ກິນກັບໝາກສົ້ມກໍມີໃຫ້ເລືອກຫຼາກຫຼາຍແບບ ແຕ່ມື້ນີ້ຜູ້ຂຽນເອງຈະເອົາສູດທີ່ໃສ່ປາແດກມາໃຫ້ທ່ານໄດ້ເຮັດກິນນຳກັນ ຖ້າພ້ອມແລ້ວເຮົາໄປເບິ່ງສ່ວນປະກອບ ແລະ ວິທີແຕ່ງແຈ່ວກັນເລີຍ.
ສ່ວນປະກອບ
ໝາກໄມ້ສົ້ມ (ຕາມໃຈມັກຂອງທ່ານເລີຍກໍໄດ້)
– ໝາກມ່ວງດິບ 2 ໜ່ວຍ
– ໝາກຂາມອ່ອນ 20 ໜ່ວຍ
– ໝາກສີດາ 1 ໜ່ວຍ
– ໝາກຈຽງ (ໝາກຊົມພູ່) 20 ໜ່ວຍ
– ໝາກມ່ວງຫາວ ໝາກນາວໂຮ່ 20 ໜ່ວຍ


ເຄື່ອງແຕ່ງແຈ່ວ
– ໝາກເຜັດແຫ້ງ 1 ຖ້ວຍນ້ອຍ, ເຜັດຕາມໃຈ
– ກະທຽມ 10 ກີບ
– ນ້ຳຕານແດງ 1 ຖ້ວຍນ້ອຍ
– ເກືອ 1 ບ່ວງແກງ
– ແປ້ງນົວ 1 ບ່ວງແກງ
– ປາແດກ 1 ຖ້ວຍນ້ອຍ
– ນ້ຳ 1 ຖ້ວຍນ້ອຍ


ວິທີເຮັດ
1. ລ້າງໝາກໄມ້ໃຫ້ສະອາດແລ້ວປອກເປືອກ ແລະ ຊອຍໄວ້ໃສ່ຈານ.
2. ແຕ່ງແຈ່ວ:
– ຂົ້ວໝາກເຜັດແຫ້ງ (ບໍ່ໃສ່ນ້ຳມັນ) ໃຫ້ຈົນຫອມ ກອບ.
– ແລ້ວຖອກລົງຄົກ, ໃສ່ກະທຽມລົງໄປ ແລ້ວຕຳໃຫ້ມຸ່ນ.
– ຈາກນັ້ນ ເທໃສ່ໝໍ້ນ້ອຍ ໃສ່ນ້ຳຕານ, ເກືອ, ແປ້ງນົວ, ນ້ຳ, ແລະ ປາແດກ. ແລ້ວຕົ້ມປະໄວ້ ປະມານ 10 ນາທີ ຫຼື ຈົນກວ່ານ້ຳແຈ່ວເປັນຂຸ້ນໆ ຕາມໃຈມັກ ( ສາມາດຕື່ມນ້ຳຕານໃສ່ອີກໄດ້ ຖ້າມັກຂຸ້ນຕື່ມ)
– ປະໃຫ້ເຢັນ ແລ້ວຈຶ່ງຕັກໃສ່ຖ້ວຍນ້ອຍ. ກຽມເອົາໝາກສົ້ມມາຈ້ຳໄດ້ເລີຍ.