ຫຼວງພະບາງ ສະຫຼຸບຜົນງານ 2020 ເຖິງພົບຄວາມຫຍຸ້ງຍາກ ແຕ່ເກັບລາຍຮັບໄດ້ເກີນແຜນ

367

ວັນທີ 26 ກຸມພາ 2021 ຫ້ອງການສ່ວຍສາອາກອນ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານສ່ວຍສາອາກອນປະຈຳປີ 2020 ແລະທິດທາງແຜນການປະຈຳປີ 2021 ທີ່ຫ້ອງປະຊຸມພະແນກການເງິນ , ໂດຍການເປັນປະທານຂອງ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຄິນຄຳ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງ, ມີຫົວໜ້າຫ້ອງການສ່ວຍສາອາກອນ 11 ເມືອງ 1 ນະຄອນ ບັນດາຂະແໜງການຕ່າງໆອ້ອມຂ້າງ ເຂົ້າຮ່ວມ.


ທ່ານ ຄໍາເພັດ ສີລາທອງນິດ ຮອງຫົວໜ້າຫ້ອງການສ່ວຍສາອາກອນ ປະຈໍາແຂວງຫຼວງພະບາງ ໄດ້ລາຍງານສະຫຼຸບວຽກງານສ່ວຍອາກອນປະຈຳປີ 2020 ແລະ ທິດທາງແຜ່ນການປະຈຳປີ 2021 ວ່າ: ໃນ 1 ປີ ຜ່ານມາ ໄດ້ຊັບຊ້ອນພະນັກງານລັດຖະກອນບັນດາ 5 ເມືອງ ມາສັງກັດຢູ່ສ່ວຍສາອາກອນແຂວງ, ໄດ້ມີການຈັດຝຶກອົບຮົມເຜີຍແຜ່ການນຳໃຊ້ລະບົບ TaxRis ໃຫ້ພະນັກງານສ່ວຍສາອາກອນ ເພື່ອຄຸ້ມຄອງເກັບລາຍຮັບເຂົ້າງົບປະມານສໍາເລັດ 3 ເມືອງ, ທົ່ວແຂວງມີທັງໝົດ 9.767 ຫົວໜ່ວຍ, ໃນນີ້ ບັດນ້ອຍ 1.984 ຫົວໜ່ວຍ, ຄ່າເຊົ່າ 1.134 ຫົວໜ່ວຍ, ມີໃບທະບຽນວິສາຫະກິດ ແລະ ອອກໃບຢັ້ງຢືນການຊໍາລະອາກອນ 6.649 ຫົວໜ່ວຍ, ໃນປີ 2020 ຂໍອອກໃບຢັ້ງຢືນຊໍາລະອາກອນ 2.877 ຫົວໜ່ວຍ, ອອກເລກປະຈຳຕົວ 319 ຫົວໜ່ວຍ, ອອກບັດນ້ອຍ 1.008 ຫົວໜ່ວຍ ລວມເປັນ 4.204 ຫົວໜ່ວຍ, ໃນນີ້: ຂັ້ນແຂວງ 319 ຫົວໜ່ວຍ, ຢູ່ນະຄອນຫລວງພະບາງ 1.280 ຫົວໜ່ວຍ ແລະບັນດາ 11 ເມືອງ 2.605 ຫົວໜ່ວຍ, ໃນນີ້: ບັດນ້ອຍ 1.008 ຫົວໜ່ວຍ.

ສໍາລັບການຄຸ້ມຄອງເກັບລາຍຮັບຕາມແຜນແມ່ນ 302,91 ຕື້ກີບ ປະຕິບັດໄດ້ 323,64 ຕື້ກີບ ເທົ່າກັບ 106,84% ຂອງແຜນການ, ໃນນີ້: ລາຍຮັບທ້ອງຖິ່ນ ແຜນການ 282,90 ຕື້ກີບ ປະຕິບັດໄດ້ 315,56 ຕື້ກີບ, ເທົ່າກັບ 111,55% ຂອງແຜນການປີ, ເກີນແຜນ11,55% ເປັນເງິນ 32,66 ຕື້ກີບ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫລຸດລົງ 11,31 ຕື້ກີບ, ເທົ່າກັບ 3,55%, ໃນນີ້: ຂະແໜງແຜນການ-ບໍລິການລາຍຮັບ ປະຕິບັດໄດ້ 253,25 ຕື້ກີບ ເທົ່າກັບ 111,08% ຂອງແຜນການ, ຂະແໜງກວດກາຫລັງການແຈ້ງລາຍຮັບ ປະຕິບັດໄດ້ 2,52 ຕື້ກີບ ເທົ່າກັບ 105,19% ຂອງແຜນການ, ນະຄອນຫລວງພະບາງ ປະຕິບັດໄດ້ 25,16 ຕື້ກີບ, ເທົ່າກັບ 119,28% ຂອງແຜນການປີ ແລະ ບັນດາ 11 ເມືອງ ປະຕິບັດໄດ້ 34,63 ຕື້ກີບ ເທົ່າກັບ 136,71% ຂອງແຜນການ ແລະ ລາຍຮັບສູນກາງວິຊ່າ ປະຕິບັດໄດ້ 8,07 ຕື້ກີບ, ເທົ່າກັບ 40,36% ຂອງແຜນການ, ຖ້າທຽບໃສ່ໄລຍະດຽວກັນຂອງ ປີຜ່ານມາຫລຸດລົງ 27,10 ຕື້ກີບ.

ສໍາລັບການນໍາໃຊ້ລະບົບ TaxRIS ເຂົ້າໃນການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ ໃນປີ 2020 ມີໃບທະບຽນວິສາຫະກິດ ແລະອອກໃບຢັ້ງຢືນການຊໍາລະອາກອນ 6.649 ຫົວໜ່ວຍ, ຄຸ້ມຄອງຫົວໜ່ວຍທຸລະກິດເຂົ້າໃນລະບົບ TaxRIS ມີ 5.619 ຫົວໜ່ວຍ( ໃນນີ້: ອົງການຈັດຕັ້ງລັດ 121 ຫົວໜ່ວຍ) ເທົ່າກັບ 84,50% ຂອງຫົວໜ່ວຍທຸລະກິດທີ່ມີໃບທະບຽນວິສາຫະກິດ ແລະ ຍັງບັນດາ 8 ເມືອງ, ທີ່ບໍ່ມີລະບົບ TaxRis ມີ 1.030 ຫົວໜ່ວຍ ແລະໃນປີ 2021 ຈະຜັນຂະຫຍາຍລະບົບ TaxRis ໄປ 4 ເມືອງ, ມີຫົວໜ່ວຍທຸລະກິດ 639 ຫົວໜ່ວຍຄື: ເມືອງປາກອູ, ເມືອງວຽງຄໍາ, ເມືອງຈອມເພັດ ແລະເມືອງງອຍຕື່ມອີກ. ຂໍ້ມູນຈາກ: ຂ່າວສານຫຼວງພະບາງ ພາບ: ເພັດສາຄອນ ສິມມະວົງ; ຂ່າວ: ນາງ ຈິດທິດາ.