ວັນສັດປ່າໂລກຄົບຮອບ 8ປີ ຖືໂອກາດຮຽກຮ້ອງທຸກຄົນ ຢຸດລ່າ, ຢຸດຂ້າ, ຢຸດຂາຍສັດເຫຼົ່ານີ້ແບບຜິດກົດໝາຍ

400

ໃນໄລຍະຜ່ານມາຈົນເຖີງປັດຈຸບັນ, ມະນຸດເຮົາໄດ້ຊົມໃຊ້ຊັບພະຍາກອນທໍາມະຊາດ ຫຼາຍເກີນຂີດຄວາມສາມາດ ທີ່ທໍາມະຊາດຈະສະໜອງໃຫ້ໄດ້, ຊັບພະຍາກອນທໍາມະຊາດ ໂດຍສະເພາະ ສັດນໍ້າ ແລະ ສັດປ່າ ຫຼາຍໆຊະນິດທີ່ສຳຄັນ ແລະ ຫາຍາກ ໄດ້ຖືກໄພຂົ່ມຂູ່ ດ້ວຍຮູບການລ່າ ແລະ ການຄ້າແບບຜິດກົດໝາຍ ເຮັດໃຫ້ປະຊາກອນສັດປ່າຫລາຍໆຊະນິດຫລຸດລົງ ກະທົບໃສ່ລະບົບນິເວດ ເຮັດໃຫ້ດິນຟ້າອາກາດມີການປ່ຽນແປງ.

ເພື່ອແກ້ໄຂບັນຫາດັ່ງກ່າວ ປະຊາຄົມໂລກໄດ້ມີຄວາມພະຍາຍາມສູງ ໃນການປຶກສາຫາລື, ລະດົມຄວາມຄິດເຫັນ ແລະ ຮ່ວມມືກັນຢ່າງຈິງຈັງ ໃນການກຳນົດວິໄສທັດຮ່ວມກັນ ກ່ຽວກັບການປົກປັກຮັກສາ ຊັບພະຍາກອນທຳມະຊາດ, ສັດນໍ້າ ແລະ ສັດປ່າ ໂດຍສະເພາະ ໃນກອງປະຊຸມ ຂອງ ບັນດາປະເທດພາຄີ ຂອງສົນທິສັນຍາສາກົນ CITES ຄັ້ງທີ 16 (COP 16) ທີ່ຈັດຂຶ້ນຢູ່ທີ່ບາງກອກ, ຣາຊອານາຈັກໄທ ໃນເດືອນມີນາ 2013 ໄດ້ເປັນເອກະພາບກັນຮັບຮອງ ແລະ ກຳນົດເອົາວັນທີ 3 ມີນາ ຂອງທຸກໆປີ ເປັນວັນ ສັດປ່າໂລກ (World Wildlife Day).

ໃນປັດຈຸບັນ ຊະນິດພັນສັດປ່າທີ່ມີຢູ່ໃນ ສປປ ລາວ ໂດຍສະເພາະສັດປ່າປະເພດຫວງຫ້າມ ຫຼື ຂຶ້ນບັນຊີ I ແມ່ນເປັນສັດປ່າທີ່ຫາຍາກ ແລະ ສ່ຽງໃກ້ຈະສູນພັນ ຕາມບັນຊີແດງຂອງອົງການ IUCN ເຊັ່ນ: ຊ້າງ, ງົວບາ, ເສືອໂຄ່ງ, ໂອງ-ມັ່ງ, ທະນີ, ນົກຂຽນ, ເສົາຫຼາ, ຂະຍຸ ແລະ ອື່ນໆ. ສະນັ້ນ, ການປົກປັກຮັກສາຊະນິດພັນສັດປ່າ ໃຫ້ຢູ່ຄຽງຄູ່ກັບທຳມະຊາດ ແມ່ນມີຄວາມສຳຄັນເປັນຫຼາຍ ຕໍ່ກັບການຂະຫຍາຍພັນກໍ່ຄືການເພີ້ມຂື້ນ ທາງດ້ານຈຳນວນປະຊາກອນຂອງສັດປ່າ ໃນທຳມະຊາດໃຫ້ອຸດົມຮັ່ງມີຕະຫຼອດໄປ.

ໃນໄລຍະຜ່ານມາ, ລັດຖະບານໄດ້ມີແນວທາງນະໂຍບາຍທີ່ເໝາະສົມ ໃນການຄຸ້ມຄອງຊັບພະຍາກອນທຳມະ ຊາດ ແລະ ປົກປັກຮັກສາ ສັດນໍ້າ ແລະ ສັດປ່າ ໂດຍໄດ້ຜັນຂະຫຍາຍອອກເປັນກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ພ້ອມທັງໄດ້ເຂົ້າເປັນສະມາຊີກຂອງສົນທິສັນຍາສາກົນ CITES ແລະ ໄດ້ອອກຄຳສັ່ງ ເລກທີ 05/ນຍ ຂອງ ນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ກວດກາສັດປ່າ ແລະ ພືດປ່າ ປະເພດຫວງຫ້າມກ

ເຊິ່ງປັດຈຸບັນ ແມ່ນກໍາລັງຂຸ້ນຂຽວ ສ້າງດຳລັດ ວ່າດ້ວຍການຄ້າຂາຍຊະນິດພັນສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ CITES ຂອງ ສປປ ລາວ ຈະໃຫ້ສຳເລັດໃນທ້າຍປີ 2021 ແນໃສເພື່ອເປັນເຄື່ອງມືໃນການຄຸ້ມຄອງ ອະນຸລັກ, ປົກປັກຮັກສາ, ຕ້ານ ແລະ ສະກັດກັ້ນ ການລ່າ ແລະ ການຄ້າຂາຍສັດປ່າລະຫວ່າງປະເທດ.

ໃນຂະນະດຽວກັນກໍໄດ້ມີການສົ່ງເສີມ ໃຫ້ມີຂະຫຍາຍພັນສັດນໍ້າ ແລະ ສັດປ່າ ປະເພດຄຸ້ມຄອງ ແລະ ທົ່ວໄປ ເພື່ອເພີ່ມຈຳນວນສັດນ້ຳ ແລະ ສັດປ່າໃຫ້ຫຼາຍຂຶ້້ນ ພ້ອມທັງໄດ້ດຳເນີນການສຶກສາຄົ້ນຄ້ວາ ທາງດ້ານວິທະຍາສາດ, ສົ່ງເສີມໃຫ້ຫຼຸດຜ່ອນການນໍາໃຊ້ຊັບ ພະຍາກອນທໍາມະຊາດແບບບໍ່ຍືນຍົງ, ຟູມເຟືອຍ ແລະ ກໍ່ໃຫ້ເກີດຜົນກະທົບທາງກົງ ແລະ ທາງອ້ອມ, ພ້ອມທັງ ໄດ້ວາງຄາດໝາຍສູ້ຊົນ ໃນການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ຊຶ່ງເປັນທີ່ຢູ່ອາໃສ ແລະ ແຫຼ່ງອາຫານຂອງສັດປ່າ ໃຫ້ໄດ້ 70%.

ເນື່ອງໃນໂອກາດວັນສັດປ່າໂລກປີຄົບຮອບ 8 ປີ (3 ມີນາ 2013 ຫາ 3 ມີນາ 2021 ) ໄດ້ໝູນວຽນມາອີກວາລະໜຶ່ງ ແຕ່ອີງໃສ່ສະພາບການແຜ່ລະບາດ ຂອງພະຍາດອັກເສບປອດໂຄວິດ-19 ຈຶ່ງເຮັດໃຫ້ບໍ່ສາມາດຈັດງານສະເຫຼີມສະຫຼອງວັນດັ່ງກ່າວໄດ້.

ແຕ່ເພື່ອເປັນການສະແດງເຖິງຄວາມເອົາໃຈໃສ່ ຕໍ່ວຽກງານອະນຸລັກສັດປ່າ ລັດຖະບານ ກໍ່ຄືກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນສັດປ່າໂລກ ວັນທີ 03 ມີນາ 2021 ດ້ວຍຮູບການ ອອກແຈ້ງການ ເຖິງບັນດາພະແນກ ກະສິກຳ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ ເພື່ອເຜີຍແຜ່ ເຊື່ອມຊຶມ ບັນດາບົດໝາຍ, ລະບຽບການ ກ່ຽວກັບ ວຽກງານອະນຸລັກສັດນ້ຳ ແລະ ສັດປ່າ ໃຫ້ເຫັນໄດ້ຄວາມສຳຄັນຂອງສັດປ່າ.

ພ້ອມດຽວກັນນີ້ ກໍ່ຂໍຮຽກຮ້ອງມາຍັງທຸກພາກສ່ວນ ໃນຂອບເຂດທົ່ວປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຈົ່ງໃຫ້ຄວາມຮ່ວມມື ໃນການຕ້ານ ແລະ ສະກັດກັ້ນການທຳລາຍປ່າໄມ້, ຊັບພະຍາກອນປ່າໄມ້, ສັດນ້ຳ ແລະ ສັດປ່າ ທີ່ຫາຍາກ ແລະ ໃກ້ຈະສູນພັນ, ເພື່ອຮັບປະກັນໃຫ້ຊັບພະຍາກອນທຳມະຊາດອັນມີຄຸນຄ່າ ແລະ ເປັນມໍລະດົກທາງທໍາມະຊາດ ໃຫ້ຢູ່ຄູ່ກັບປະເທດເຮົາກໍ່ຄືໃນໂລກ, ໂດຍເລີ່ມຈາກຕົວເຮົາເອງ, ຄອບຄົວ ແລະ ການຈັດຕັ້ງ ຈົ່ງພ້ອມກັນປະກອບສ່ວນຮ່ວມແຮງຮ່ວມໃຈກັນ ປົກປັກຮັກສາສັດປ່າຂອງພວກເຮົາ ໃຫ້ອຸດົມສົມບູນຕະຫຼອດໄປ.

ຂອບໃຈຮູບພາບ ແລະ ຂໍ້ມູນຈາກ: ກະຊວງກະສິກໍາ ແລະ ປ່າໄມ້