Monthly Archives: March, 2021

ຮູ້ຈັກຄົນເກີດທາດລົມ ຜູ້ບໍ່ຢຸດນິ້ງຢູ່ບ່ອນເກົ່າ ເວົ້າເກັ່ງ ມີຄວາມເປັນຜູ້ນໍາສູງ

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ອາທິດຜ່ານມາ ຜູ້ຂຽນໄດ້ພາທຸກທ່ານໄປຮູ້ຈັກກັບຄົນທາດນໍ້າມາແລ້ວ, ຄໍລໍາທໍານາຍດວງຊະຕາໃນມື້ນີ້ ຂໍພາມາຮູ້ຈັກກັບຄົນເກີດທາດລົມ ຜູ້ເວົ້າເກັ່ງ, ມີມະນຸດສໍາພັນດີ, ບໍ່ມັກຢຸດນິ້ງຢູ່ບ່ອນເກົ່າ ເປັນນັກຄິດ ນັກໃຫ້ຄໍາປຶກສາທີ່ດີ. ໂດຍຄົນທາດລົມ ແມ່ນຄົນລາສີກຸມ (ຜູ້ທີ່ເກີດລະຫວ່າງວັນທີ 16 ກຸມພາ ຫາ 15 ມີນາ), ລາສີເມຖຸນ (ຜູ້ທີ່ເກີດລະຫວ່າງວັນທີ 16 ມິຖຸນາ ຫາ 15 ກໍລະກົດ)...

ຖັງເຊົ່າສີທອງອົບແຫ້ງ ສະໝຸນໄພເພື່ອສຸຂະພາບມີຂາຍຢູ່ບ້ານເຮົາແລ້ວ

ປັດຈຸບັນຫຼາຍຄົນເລີ່ມຫັນມາດຸແລສຸຂະພາບຂອງຕົນເອງຫຼາຍຂຶ້ນໂດຍສະເພາະໄວກາງຄົນ ຫາຜູ້ອາຍຸສູງ ໂດຍສະເພາະແມ່ນຈະເລືອກໃຊ້ຜະລິດພັນຕະພັນທີ່ເປັນສະໜຸນໄພແທນຢາເຄມີ ເພື່ອຊ່ວຍໃນການຮັກສາຂະພາບ. ດັ່ງນັ້ນ,ຄໍລຳຊື້ໄດ້ຂາຍໝານມື້ນີ້ ຈະນຳສະເໜີຜະລິດຕະພັນຖັງເຊົ່າສີຄຳ ເປັນໜຶ່ງໃນຜະລິດຕະພັນສະໝຸນໄພເພື່ອສຸຂະພາບ ທີ່ກຳລັງຂາຍດີໃນປັດຈຸບັນ. ທ່ານ ນາງ ປ່ຽນ ໄພວັນ ເຈົ້າຂອງຮ້ານຖັງເຊົ່າເພື່ອສຸຂະພາບ ໃຫ້ສຳພາດວ່າ: ຜະລິດຕະພັນຖັງເຊົ່າສີທອງອົບແຫ້ງນີ້ ເປັນຜະລິດຕະພັນນຳເຂົ້າຈາກປະເທດໄທ, ເປັນຜະລິດຕະພັນສະໜຸນໄພປອດສານພິດ 100% ເຊິ່ງໄດ້ຮັບໃບຢັ້ງຢືນຜົນການວິໄຈສານຕົກຄ້າງ ຈາກສູນປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກໍາແລະ ປ່າໄມ້ ໃນວັນທີ 22...

ບໍ່ແກ້ວປະກາດຕຳແໜ່ງບັນຊານາຍທະຫານ ແລະເລືອນຊັ້ນ, ທຽບຊັ້ນໃຫ້ທະຫານທົ່ວແຂວງ

ດ້ວຍຜົນງານ ແລະຄຸນງາມຄວາມດີຂອງບັນດານາຍ ແລະພົນທະຫານໃນທົ່ວແຂວງບໍ່ແກ້ວທີ່ໄດ້ອຸທິດຕົນຮັບໃຊ້ບ້ານເມືອງໃນໜຶ່ງປີຜ່ານມາ ເພື່ອສ້າງຂັວນກຳລັງໃຈໃຫ້ແກ່ເຫຼົ່າທັບ ທາງແຂວງບໍ່ແກ້ວຈິ່ງໄດ້ຈັດພິທີປະກາດຕຳແໜ່ງບັນຊານາຍທະຫານ ແລະ ເລື່ອນຊັ້ນ, ທຽບຊັ້ນໃຫ້ທະຫານທົ່ວແຂວງ ພ້ອມທຽບຊັ້ນຮ້ອຍໂທ 8, ຮ້ອຍຕີອີກ 2 ສະຫາຍ. ວັນທີ 1 ມີນາ 2021 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີປະກາດການແຕ່ງຕັ້ງຕຳແໜ່ງບັນຊານາຍທະຫານ ແລະ ປະກາດການເລືອນຊັ້ນທຽບຊັ້ນໃຫ້ທະຫານທົ່ວແຂວງບໍ່ແກ້ວ, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນມີ...

ລັດຖະບານຊີ້ນຳໃຫ້ຕິດຕາມໃກ້ຊິດ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ

ດັ່ງທີ່ເຫັນນຳກັນໃນປະຈຸບັນ ລາຄາສິນຄ້າຕາມທ້ອງຕະຫຼາດ ຫຼາຍຢ່າງແມ່ນຖີບຕົວຂຶ້ນສູງຫຼາຍ ໂດຍສະເພາະນັບແຕ່ມີການລະບາດຂອງພະຍາດໂຄວິດ-19, ບາງສິນຄ້າທີ່ບໍ່ມີຢູ່ບ້ານເຮົາລາຄາຂຶ້ນຈາກເມື່ອກ່ອນຢ່າງເຫັນໄດ້ຊັດເຈນ ໃນເວລາດຽວກັນສິນຄ້າຈຳນວນໜຶ່ງທີ່ສາມາດຜະລິດໄດ້ຢູ່ປະເທດເຮົາກໍ່ອັບລາຄາຂຶ້ນໄປຕາມໆກັນ ບັນດາຜູ້ປະກອບການຕ່າງກໍ່ອ້າງວ່າຂຶ້ນກັບອັດຕາແລກປ່ຽນທີ່ປ່ຽນແປງໃນແຕ່ລະວັນ. ແນວໃດກໍ່ຕາມໃນກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ທີ່ຈັດຂຶ້ນໃນວັນທີ 25 ກຸມພາ 2021 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີພ້ອມ ສະມາຊິກລັດຖະບານ ຄະນະລັດຖະບານໄດ້ມີຄຳເຫັນຊີ້ນຳດັ່ງນີ້: ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ໃຫ້ຜູ້ປະກອບການ,...

ຊ້າງນ້ອຍ ເອັຟຊີ ເປີດຕົວຜູ້ສະໜັບສະໜູນ ແລະ ສະໂມສອນ ລຸຍລາວລີກ 2021

ຊ້າງນ້ອຍ ເອັຟຊີ ເຊັນສັນຍາກັບຜູ້ສະໜັບສະໜູນຫຼັກຢ່າງ ບໍລິສັດ ທີພລັສ ( T PLUS ) ເຄື່ອຂ່າຍເບີຫຼັກ 7 ຢ່າງເປັນທາງການເມື່ອວັນທີ 1 ມີນາ 2021 ທີ່ໂຮງແຮມດອກຈໍາປາ ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ຜູ້ສະໜັບສະໜູນອື່ນ ພ້ອມທັງເປີດຕົວສະໂມສອນ ລຸຍລາວລີກ 1...

ກອງປະຊຸມລັດຖະບານ ເນັ້ນໜັກໃຫ້ຮີບຮ້ອນແກ້ໄຂ ອຸປະສັກການຂົນສົ່ງສິນຄ້າ ສິ່ງກີດຂວາງການລົງທຶນ

ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 4 ເອກະສານສໍາຄັນ; ສ່ວນວຽກຈຸດສຸມປະຈໍາເດືອນມີນາ 2021 ແມ່ນຈະສືບຕໍ່ປຸກລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ປັບປຸງແກ້ໄຂສິ່ງກີດຂວາງຕ່າງໆ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ, ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ. ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ໄດ້ຈັດຂຶ້ນໃນວັນທີ...

ດ່ວນ! ກົມການເມືອງສູນກາງພັກ ອອກມະຕິຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ກົມການເມືອງສູນກາງພັກ ອອກມະຕິຕົກລົງ ສະບັບເລກທີ 06/ກມສພ; ລົງວັນທີ 25 ກຸມພາ 2021 ວ່າດ້ວຍການຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍສັບຊ້ອນບັນດາວຽກງານ,  ພະນັກງານ-ລັດຖະກອນ ໄປຂຶ້ນກັບ 5ກະຊວງ, ສັບຊ້ອນໄປຢູ່ອົງການອື່ນ ຫຼື ຫັນລົງທ້ອງຖິ່ນຕາມຄວາມເໝາະສົມ. ກົມການເມືອງສູນກາງພັກ ຕົກລົງໃຫ້ ມາດຕາ 1 ຍຸບເລີກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ...

ເລີ່ມປັບປຸງເສັ້ນທາງ 4 ແຍກໄຟອຳນາດດົງນາໂຊກ ຫາ ໄຟອຳນາດ 4 ແຍກດົງປ່າສັກ ເປັນທາງເບຕົງ ທັງກວ້າງຂຶ້ນກວ່າເກົ່າ

ເລີ່ມລົງມືປັບປຸງເສັ້ນທາງເຊື່ອມຕໍ່ລະຫວ່າງຖະໜົນສີທອງ ແລະ ຖະໜົນອາຊຽນ ແຕ່ສີ່ແຍກໄຟອຳນາດດົງນາໂຊກ ຫາ ໄຟອຳນາດສີ່ແຍກດົງປ່າສັກ ນະຄອນຫຼວງວຽງຈັນ ທີ່ເປ່ເພມາດົນ ມາເປັນທາງເບຕົງທີ່ມີຄວາມໜາ 23 ຊັງຕີແມັດ ແລະ ຂະຫຍາຍໜ້າທາງອອກຕື່ມ ເປັນ 9 ແມັດ. ທ່ານ ອຳຄາ ວົງພະຈັນ ຮອງຫົວໜ້າຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ...
- Advertisment -
Slide
Slide

Most Read

error: Content is protected !!