ລັດຖະບານຊີ້ນຳໃຫ້ຕິດຕາມໃກ້ຊິດ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ

210

ດັ່ງທີ່ເຫັນນຳກັນໃນປະຈຸບັນ ລາຄາສິນຄ້າຕາມທ້ອງຕະຫຼາດ ຫຼາຍຢ່າງແມ່ນຖີບຕົວຂຶ້ນສູງຫຼາຍ ໂດຍສະເພາະນັບແຕ່ມີການລະບາດຂອງພະຍາດໂຄວິດ-19, ບາງສິນຄ້າທີ່ບໍ່ມີຢູ່ບ້ານເຮົາລາຄາຂຶ້ນຈາກເມື່ອກ່ອນຢ່າງເຫັນໄດ້ຊັດເຈນ ໃນເວລາດຽວກັນສິນຄ້າຈຳນວນໜຶ່ງທີ່ສາມາດຜະລິດໄດ້ຢູ່ປະເທດເຮົາກໍ່ອັບລາຄາຂຶ້ນໄປຕາມໆກັນ ບັນດາຜູ້ປະກອບການຕ່າງກໍ່ອ້າງວ່າຂຶ້ນກັບອັດຕາແລກປ່ຽນທີ່ປ່ຽນແປງໃນແຕ່ລະວັນ.

ແນວໃດກໍ່ຕາມໃນກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ທີ່ຈັດຂຶ້ນໃນວັນທີ 25 ກຸມພາ 2021 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີພ້ອມ ສະມາຊິກລັດຖະບານ ຄະນະລັດຖະບານໄດ້ມີຄຳເຫັນຊີ້ນຳດັ່ງນີ້:
ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍ ສວຍໂອກາດຂຶ້ນລາຄາສິນຄ້າ, ພ້ອມທັງເອົາໃຈໃສ່ຕິດຕາມຊຸກຍູ້ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs); ຊຸກຍູ້ບັນດາໂຮງງານປຸງແຕ່ງຕ່າງໆໃຫ້ເຄື່ອນໄຫວປົກກະຕິ, ຖືກກົດໝາຍ, ມີປະສິດທິຜົນ ແລະ ການສົ່ງອອກຜະລິດຕະພັນໃຫ້ຫຼາຍຂຶ້ນ ເພື່ອທົດແທນການນໍາເຂົ້າສິນຄ້າ ແລະ ເປັນການສ້າງຖານການຜະລິດພາຍໃນໃຫ້ເຂັ້ມແຂງ.


ພ້ອມດຽວກັນນີ້ໃຫ້ຮີບຮ້ອນແກ້ໄຂບັນດາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າ ຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຕ່າງໆ ໂດຍຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນ ຕາມສະພາບຕົວຈິງ ຂອງແຕ່ລະບ່ອນ ເພື່ອຮັບປະກັນ ບໍ່ໃຫ້ສິນຄ້າອັ່ງອໍ ແລະ ເສຍຄຸນນະພາບ ຍ້ອນອຸປະສັກໃນການຂົນສົ່ງ. ຄຽງຄູ່ກັນນັ້ນ ກໍຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ຢ່າງເດັດຂາດ.


ທັງໝົດນີ້ ກໍ່ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ສິນຄ້າໃນລາຄາປົກກະຕິ ບໍ່ຖືກເອົາລັດເອົາປຽບຈາກຜູ້ປະກອບການ, ຜູ້ຄ້າຂາຍເອງກໍ່ຕ້ອງດຳເນີນທູລະກິດພາຍໃຕ້ລະບຽບກົດໝາຍຂອງບ້ານເມືອງ ບໍ່ສວຍໂອກາດຂື້ນລາຄາຕາມລຳພັງໃຈ ອັນຈະສົ່ງຜະກະທົບຕໍ່ສະພາບເສດຖະກິດໂດຍລວມຂອງປະເທດເຮົາ.