ຖັງເຊົ່າສີທອງອົບແຫ້ງ ສະໝຸນໄພເພື່ອສຸຂະພາບມີຂາຍຢູ່ບ້ານເຮົາແລ້ວ

82

ປັດຈຸບັນຫຼາຍຄົນເລີ່ມຫັນມາດຸແລສຸຂະພາບຂອງຕົນເອງຫຼາຍຂຶ້ນໂດຍສະເພາະໄວກາງຄົນ ຫາຜູ້ອາຍຸສູງ ໂດຍສະເພາະແມ່ນຈະເລືອກໃຊ້ຜະລິດພັນຕະພັນທີ່ເປັນສະໜຸນໄພແທນຢາເຄມີ ເພື່ອຊ່ວຍໃນການຮັກສາຂະພາບ. ດັ່ງນັ້ນ,ຄໍລຳຊື້ໄດ້ຂາຍໝານມື້ນີ້ ຈະນຳສະເໜີຜະລິດຕະພັນຖັງເຊົ່າສີຄຳ ເປັນໜຶ່ງໃນຜະລິດຕະພັນສະໝຸນໄພເພື່ອສຸຂະພາບ ທີ່ກຳລັງຂາຍດີໃນປັດຈຸບັນ.


ທ່ານ ນາງ ປ່ຽນ ໄພວັນ ເຈົ້າຂອງຮ້ານຖັງເຊົ່າເພື່ອສຸຂະພາບ ໃຫ້ສຳພາດວ່າ: ຜະລິດຕະພັນຖັງເຊົ່າສີທອງອົບແຫ້ງນີ້ ເປັນຜະລິດຕະພັນນຳເຂົ້າຈາກປະເທດໄທ, ເປັນຜະລິດຕະພັນສະໜຸນໄພປອດສານພິດ 100% ເຊິ່ງໄດ້ຮັບໃບຢັ້ງຢືນຜົນການວິໄຈສານຕົກຄ້າງ ຈາກສູນປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກໍາແລະ ປ່າໄມ້ ໃນວັນທີ 22 ກຸມພາ 2021 ຜ່ານມາ ຜະລິດຕະພັນດັ່ງກ່າວນີ້ ໄດ້ນຳເຂົ້າມາຈຳໜ່າຍໃນຕະຫຼາດ ສປປ ລາວ ໃນເດືອນທັນວາ 2020 ແລະ ມາຮອດປັດຈຸບັນ ກໍ່ເຫັນວ່າມີກະແສຕອບຮັບທີ່ດີຫຼາຍ, ແຕ່ພາຍຫຼັງທີ່ພະຍາດໂຄວິດ-19 ລະບາດ ໄດ້ປິດຮ້ານ ແລະ ຂາຍພຽງແຕ່ຜ່ານອອນລາຍເທົ່ານັ້ນແຕ່ກໍ່ຍັງມີລູກຄ້າເຂົ້າມາຖາມໄຖ່ໃນທຸກໆວັນ ບັນດາລູກຄ້າທີ່ມາຊື້ນຳສ່ວນໃຫຍ່ກໍ່ຈະເປັນໄວກາງຄົນ ຫາຜູ້ອາຍຸສູງ ເນື່ອງຈາກເປັນຜະລິດຕະພັນເພື່ອສຸຂະພາບ.


ທັງນີ້, ຖັງເຊົ່າແມ່ນເປັນເຫັດຊະນິດໜຶ່ງທີ່ເກີດຂຶ້ນໃນລະດູໜາວ ແລະ ເປັນປໍສິດທີ່ອາໄສຢູ່ໃນຕົວອ່ອນຂອງໜອນຊະນິດໜຶ່ງ ເມື່ອໜອນຕາຍໃນລະດູຮ້ອນ ເຫັດລາກໍ່ຈະງອກອອກມາຈາກຕົວໜອນ ໃນສ່ວນຂອງຫົວໜອນນັ້ນທີ່ເອີ້ນກວ່າ “ຖັງເຊົ່າ” ສຳລັບສັບພະຄຸນຂອງຖັງເຊົ່າມີດີຫຼາຍຢ່າງເຊັ່ນຄື: ຊ່ວຍປັບຄວາມດັນເລືອດ, ຫຼຸດລະດັບນ້ຳຕານ ແລະ ໄຂມັນໃນເລືອດ ຮັກສາສົມດຸນຂອງປະສາດ, ຮໍໂມນ ແລະ ລະບົບພູມຄຸ້ມກັນຂອງຮ່າງກາຍ, ຟື້ນຟູລະບບການເຮັດວຽກຂອງໄຕໃຫ້ດີຍິ່ງຂຶ້ນ ເພີ່ມເພີ່ມການໄຫຼວຽນຂອງເລືອດໃຫ້ດີຍິ່ງຂຶ້ນ, ບຳລຸງເລືອດ, ຫຼຸດໂຣກເລືອດຈາງ, ຕ້ານອາການອັກເສບໃນສ່ວນຕ່າງໆຂອງຮ່າງກາຍ.


ວິທີກິນ: ເອົາມາຊົງໃສ່ນ້ຳຮ້ອນ, ກິນມື້ລະ 1-2 ເທື່ອ ກິນນ້ຳ ແລະ ຫຍ້ຳກິນເຫັດຈົນໝົດ ໂດຍ 1 ຫໍ່ນໍ້າໜັກ 50 ກຮັມ ກິນຕໍ່ເນື່ອງໄດ້ 1-2 ເດືອນ 1 ຫໍ່ ແລະ ລາຄາຈຳໜ່າຍ 200.000 ກີບ ເພິ່ນມີຈັດສົ່ງໄປທົ່ວປະເທດ.