ຊ້າງນ້ອຍ ເອັຟຊີ ເປີດຕົວຜູ້ສະໜັບສະໜູນ ແລະ ສະໂມສອນ ລຸຍລາວລີກ 2021

352

ຊ້າງນ້ອຍ ເອັຟຊີ ເຊັນສັນຍາກັບຜູ້ສະໜັບສະໜູນຫຼັກຢ່າງ ບໍລິສັດ ທີພລັສ ( T PLUS ) ເຄື່ອຂ່າຍເບີຫຼັກ 7 ຢ່າງເປັນທາງການເມື່ອວັນທີ 1 ມີນາ 2021 ທີ່ໂຮງແຮມດອກຈໍາປາ ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ຜູ້ສະໜັບສະໜູນອື່ນ ພ້ອມທັງເປີດຕົວສະໂມສອນ ລຸຍລາວລີກ 1 ລະດູການ 2021 ຢ່າງເປັນທາງການ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ເພັດສະຫວັນ ເຄີນວິໄລ ຜູ້ອຳນວຍການ ບໍລິສັດ T PLUS, ທ່ານ ເຈສັນ ລິມ ປະທານສະໂມສອນ ຊ້າງນ້ອຍ ເອັຟຊີ, ທ່ານ ບ້ອນ ສູນດາລາ ຮອງປະທານສະໂມສອນ ຊ້າງນ້ອຍ ເອັຟຊີ ແລະ ທ່ານ ສົມສະນຸກ ລ່ຽນສະຫວັນ ຮອງເລຂາທິການສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຕາງໜ້າຜູ້ສະໜັບສະໜູນອື່ນໆ, ຄູຝຶກ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ບ້ອນ ສູນດາລາ ( Bon Soundala ) ຮອງປະທານສະໂມສອນ ຊ້າງນ້ອຍ ເອັຟຊີ ກ່າວວ່າ: ຂໍຂອບໃຈຜູ້ສະໜັບສະໜູນຫຼັກຢ່າງ T PLUS ທີ່ໃຫ້ການອຸປະຖໍ້ານັບຕັ້ງແຕ່ແຕ່ປີ 2020 ແລະ ກໍສືບຕໍ່ໃນປີ 2021. ນອກນັ້ນ ກໍຍັງມີ FBT ຜູ້ອຸປະຖໍາຊຸດກີລາ ແລະ ອຸປະກອນກີລາ ເຊິ່ງລະດູການ 2020 ພວກເຮົາສາມາດຍາດໄດ້ອັນດັບ 3 ໃນລີກສູງສຸດຂອງ ສປປ ລາວ ແລະ ຍາດໄດ້ແຊັມລາຍການ ຄອມມານໂດ ຄັບ ເຊິ່ງເປັນລາຍການໃຫຍ່ອັນດັບ 2 ຂອງປະເທດຮອງຈາກ ລາວລີກ 1 ລີກສູງສຸດຂອງ ສປປ ລາວ . ແນ່ນອນວ່າເປົ້າໝາຍໃນປີ 2021 ພວກເຮົາຈະເນັ້ນຄວາມເປັນທີ 1, ເນັ້ນໄຊຊະນະທຸກນັດ ແລະ ຄຽງຄູ່ກັນນັ້ນກໍຫຼິ້ນແບບ Fair Play.

ໃນທ້າຍພິທີຍັງໄດ້ມີການເປີດຕົວຫົວໜ້າຄູ່ຝຶກໃໝ່ກໍຄື ທ່ານ ບຸນລັບ ເຄນກິຕິສັກ ຄູຝຶກປະສົບການສູງຊາວລາວ ເຄີຍຄຸມ ລາວໂຕໂຢຕ້າ ເອັຟຊີ ແລະ ທີມຊາດລາວ ຫຼາຍຊຸດ ລວມທັງຍັງມີການເປີດຕົວນັກເຕະສະໂມສອນ ໂດຍສະເພາະນັກເຕະໃໝ່ນໍາໂດຍ ແກ້ວວຽງເພັດ ລິດທິເດດ ດາວຍິງສູງສຸດລາວລີກ 1 ລະດູການ 2020 ຈາກ ມາສເຕີ 7 ເອັຟຊີ ລວມເຖິງຄົນອື່ນໆຫຼາຍຄົນ. ນອກນັ້ນ ກໍຍັງມີການເປີດຕົວຊຸດແຂ່ງຂອງ ຊ້າງນ້ອຍ ເອັຟຊີ ປະຈໍາລະດູການ 2021 ໂດຍມີເຖິງ 5 ຊຸດຄື: ສີສົ້ມ, ສີມ່ວງ, ສີບົວ, ສີເຫຼືອ, ສີຂຽວອ່ອນ ແລະ ສີດໍາ.