ດ່ວນ! ກົມການເມືອງສູນກາງພັກ ອອກມະຕິຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

909

ກົມການເມືອງສູນກາງພັກ ອອກມະຕິຕົກລົງ ສະບັບເລກທີ 06/ກມສພ; ລົງວັນທີ 25 ກຸມພາ 2021 ວ່າດ້ວຍການຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍສັບຊ້ອນບັນດາວຽກງານ,  ພະນັກງານ-ລັດຖະກອນ ໄປຂຶ້ນກັບ 5ກະຊວງ, ສັບຊ້ອນໄປຢູ່ອົງການອື່ນ ຫຼື ຫັນລົງທ້ອງຖິ່ນຕາມຄວາມເໝາະສົມ.

ກົມການເມືອງສູນກາງພັກ ຕົກລົງໃຫ້

ມາດຕາ 1 ຍຸບເລີກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວສັບຊ້ອນວຽກງານ ດັ່ງນີ້:

1 ສັບຊ້ອນວຽກງານວິທະຍາສາດ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງສຶກສາທິການ ແລະ ກິລາ

2 ສັບຊ້ອນວຽກງານເຕັກໂນໂລຊີ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

.

3 ສັບຊ້ອນວຽກງານມາດຕະຖານ-ວັດແທກ, ວຽກງານຊັບສິນທາງປັນຍາ ລວມທັງກົງຈັກ ແລະ ພະນັກງານລັດຖະກອນ ໄປຂຶ້ນກັບກະຊວງອຸດສາຫະກໍາ ແລະ ການຄ້າ

4 ສັບຊ້ອນສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ໄປຂຶ້ນກັບ ກະຊວງກະສິກໍາ ແລະ ປ່າໄມ້.

5 ມອບໂອນວຽກງານພະລັງງານທົດແທນ ແລະ ວັດສະດຸໃຫມ່ ໄປໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່.

6 ສັບຊ້ອນ ແລະ ໂຮມກົມຊ່ວຍຫນູນ ເຊັ່ນ: ຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມແຜນການ ແລະ ການຮ່ວມມື ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ກະຊວງສຶກສາທິການ ແລະ ກິລາ; ແລະ ກະຊວງອຸດສາຫະກໍາແລະ ການຄ້າ

7 ສັບຊ້ອນພະນັກງານ-ລັດຖະກອນ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄປເຂົ້າກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ກະຊວງສຶກສາທິການ ແລະ ກິລາ; ກະຊວງອຸດສາຫະກໍາ ແລະ ການຄ້າ; ແລະ ກະຊວງ, ອົງການອື່ນ ຫຼື ຫັນລົງທ້ອງຖິ່ນ ຕາມຄວາມເຫມາະສົມ

ມາດຕາ 2 ການມອບໂອນວຽກງານນັ້ນ ໃຫ້ມອບໂອນທັງວຽກ, ຄົນ, ງົບປະມານ-ວັດຖຸອຸປະກອນ, ຊັບສິນ ໄປຕາມແຕ່ລະວຽກງານ.

ມາດຕາ 3 ມອບໃຫ້ລັດຖະບານ, ຄະນະປັບປຸງກົງຈັກການຈັດຕັ້ງລັດ ແລະ ກະຊວງທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຕາມມະຕິຕົກລົງສະບັບນີ້.

ມາດຕາ 4 ສະພາແຫ່ງຊາດ, ລັດຖະບານ, ພາກສ່ວນທີ່ກ່ຽວຂ້ອງ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມມະຕິຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 5 ມະຕິຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.