ເລີ່ມປັບປຸງເສັ້ນທາງ 4 ແຍກໄຟອຳນາດດົງນາໂຊກ ຫາ ໄຟອຳນາດ 4 ແຍກດົງປ່າສັກ ເປັນທາງເບຕົງ ທັງກວ້າງຂຶ້ນກວ່າເກົ່າ

457

ເລີ່ມລົງມືປັບປຸງເສັ້ນທາງເຊື່ອມຕໍ່ລະຫວ່າງຖະໜົນສີທອງ ແລະ ຖະໜົນອາຊຽນ ແຕ່ສີ່ແຍກໄຟອຳນາດດົງນາໂຊກ ຫາ ໄຟອຳນາດສີ່ແຍກດົງປ່າສັກ ນະຄອນຫຼວງວຽງຈັນ ທີ່ເປ່ເພມາດົນ ມາເປັນທາງເບຕົງທີ່ມີຄວາມໜາ 23 ຊັງຕີແມັດ ແລະ ຂະຫຍາຍໜ້າທາງອອກຕື່ມ ເປັນ 9 ແມັດ.

ທ່ານ ອຳຄາ ວົງພະຈັນ ຮອງຫົວໜ້າຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ນະຄອນຫຼວງວຽງຈັນ ( ນວ ) ໃຫ້ສຳພາດຕໍ່ໜັງສືພິມວຽງຈັນໃໝ່ ວ່າ: ເພື່ອສ້າງຄວາມສະດວກໃຫ້ແກ່ການສັນຈອນໄປ – ມາຕາມທ້ອງຖະໜົນ ພະແນກ ຍທຂນວ ໃນນາມເຈົ້າຂອງໂຄງການ ຈຶ່ງໄດ້ຈັດປັບປຸງເສັ້ນທາງເຊື່ອມຕໍ່ລະຫວ່າງຖະໜົນສີທອງ ແລະ ຖະໜົນອາຊຽນ ແຕ່ສີ່ແຍກໄຟອຳນາດດົງນາໂຊກ ຫາ ໄຟອຳນາດສີ່ແຍກດົງປ່າສັກ ເຊິ່ງມີ ຄວາມຍາວທັງໝົດ 460 ແມັດ ຈາກທາງປູຢາງສອງຊັ້ນ ກວ້າງ 6 ແມັດ ມາເປັນທາງເບຕົງທີ່ມີຄວາມໜາ 23 ຊັງຕີແມັດ ແລະ ຂະຫຍາຍໜ້າທາງອອກຕື່ມ 3 ແມັດ ລວມເປັນ 9 ແມັດ.

อาจเป็นรูปภาพของ กลางแจ้ง และข้อความพูดว่า "CA CAT CAT 323"

ພ້ອມທັງປັບປຸງລະບົບລະບາຍນໍ້າໂຕເກົ່າໃຫ້ດີຂຶ້ນ ເພື່ອບໍ່ໃຫ້ນໍ້າອັ່ງຂັງຄືຜ່ານມາ ໂຄງການນີ້ແມ່ນ ບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈຳກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍຈະໃຊ້ເວລາກໍ່ສ້າງ 45 ວັນ ຄາດວ່າຮອດທ້າຍເດືອນມີນາ 2021 ຈະສຳເລັດ ຖ້າດິນຟ້າອາກາດເອື້ອອຳນວຍ.

ໂຄງການນີ້ໃຊ້ງົບປະມານ 2,45 ຕື້ກີບ ໂດຍໃຊ້ງົບແຜນບ້ວງທຶນສົມທົບ 5% ຂອງເງິນກູ້ຢືມທີ່ ນວ ມອບໃຫ້ພະແນກ ຍຂທນວ ນຳໃຊ້ເຂົ້າໃນການປັບປຸງຍົກລະດັບເສັ້ນທາງຢູ່ ນວ ໃນຈຳນວນ 32 ໂຄງການ ແຕ່ໂຄງການອື່ນສຳເລັດແລ້ວ ຍັງເຫຼືອແຕ່ໂຄງການນີ້ ອີງໃສ່ເງິນເຫຼືອນັ້ນບໍ່ພຽງພໍ ແຕ່ການນຳພະແນກ ຍທຂນວ ໄດ້ແບ່ງປັນງົບປະມານຂອງ ນວ ແບ່ງໃຫ້ປີ 2021 ເພື່ອເພີ່ມເຂົ້າຕື່ມ.

อาจเป็นรูปภาพของ กลางแจ้ง

ໃນໄລຍະກໍ່ສ້າງຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນຈົ່ງຫຼີກລຽງໄປນຳໃຊ້ເສັ້ນທາງອື່ນແທນ ລໍຖ້າເທເບຕົງເບື້ອງໜຶ່ງສຳເລັດກ່ອນ ຈຶ່ງຈະເປີດໃຫ້ໃຊ້ແກ້ໄຂ, ສ່ວນຜູ້ປະກອບການ ແລະ ຜູ້ອາໄສຢູ່ເຂດນີ້ທາງໂຄງການໄດ້ມີຜູ້ອັດທາງຢູ່ສອງສົ້ນ ຈົ່ງແຈ້ງເຂົາໃຫ້ປ່ອຍເຂົ້າໄປໄດ້ເປັນແຕ່ລະໄລຍະ ແລະ ຂໍໂທດມາຍັງຜູ້ໃຊ້ເສັ້ນທາງເສັ້ນນີ້ທີ່ສ້າງຄວາມບໍ່ສະດວກ ຕ້ອງໄປເວັ້ນເສັ້ນທາງອື່ນທີ່ໄກ.

( ທີ່ມາ: ໜັງສືພິມວຽງຈັນໃໝ່ )