ກອງປະຊຸມລັດຖະບານ ເນັ້ນໜັກໃຫ້ຮີບຮ້ອນແກ້ໄຂ ອຸປະສັກການຂົນສົ່ງສິນຄ້າ ສິ່ງກີດຂວາງການລົງທຶນ

184

ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 4 ເອກະສານສໍາຄັນ; ສ່ວນວຽກຈຸດສຸມປະຈໍາເດືອນມີນາ 2021 ແມ່ນຈະສືບຕໍ່ປຸກລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ປັບປຸງແກ້ໄຂສິ່ງກີດຂວາງຕ່າງໆ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ, ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ.

ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ໄດ້ຈັດຂຶ້ນໃນວັນທີ 25 ກຸມພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ.

อาจเป็นรูปภาพของ 1 คน, กำลังนั่ง และกำลังยืน

ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 4 ເອກະສານສໍາຄັນ ຄື:

  1. ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບຮ່າງແຜນງົບປະມານແຫ່ງຊາດ 5 ປີ ( 2021 – 2025 ) ທີ່ສະເໜີໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ.

  2. ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການປັບປຸງຮ່າງດຳລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ທີ່ສະເໜີໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.

  3. ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບຮ່າງດຳລັດ ວ່າດ້ວຍເຂດສະຫງວນແຮ່ທາດ ທີ່ສະເໜີໂດຍທ່ານຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແນໃສ່ຮັບປະກັນຄວາມສົມດຸນ ລະຫວ່າງ ການສະຫງວນ ແລະ ການນຳໃຊ້, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຕາມທິດສີຂຽວ, ຍືນຍົງ ແລະ ເປັນເຈົ້າການ.

  4. ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII ໄລຍະ 5 ປີ ( 2016 – 2020 ) ທີ່ສະເໜີໂດຍທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ສໍາລັບວຽກຈຸດສຸມປະຈໍາເດືອນມີນາ 2021, ກອງປະຊຸມໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:

  1. ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນດາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍຈໍາກັດ ແລະ ຕີຖອຍສິ່ງທີ່ບໍ່ດີເຫຼົ່ານັ້ນ ເພື່ອສ້າງ ຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນ. ພ້ອມກັນນັ້ນ, ກໍໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ.

  2. ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມຕໍ່ປະເທດເຮົາ ສືບຕໍ່ສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ການຊ່ວຍເຫຼືອ, ການຮ່ວມມືໃຫ້ແກ່ການສ້າງສາພັດທະນາປະເທດເຮົາ. ພ້ອມກັນນີ້, ກໍໃຫ້ສືບຕໍ່ກະກຽມຮອບດ້ານແຜນການເຄື່ອນໄຫວຕ່າງປະເທດຂອງການນໍາພັກ – ລັດ ໃນປີ 2021 ໃຫ້ມີເນື້ອໃນ ແລະ ບັນຍາກາດທີ່ດີ.

  3. ທຸກຂະແໜງການ ແລະ ທ້ອງຖິ່ນ ໃຫ້ສືບຕໍ່ຕິດຕາມການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ທັນເວລາ ດ້ວຍມາດຕະການຕ່າງໆຢ່າງຄົບຊຸດ ໂດຍສະເພາະແມ່ນເລັ່ງພັດທະນາ ແລະ ນໍາໃຊ້ເຄື່ອງມືທັນສະໄໝໃນການເກັບລາຍຮັບ ແລະ ຮີບຮ້ອນສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ສໍາເລັດໂດຍໄວ.

  4. ສືບຕໍ່ປຸກລະດົມຂົນ ຂວາຍການລົງທຶນດ້ວຍຫຼາຍຮູບການ, ປັບປຸງແກ້ໄຂບັນຫາສິ່ງກີດຂວາງຕ່າງໆ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ ພ້ອມທັງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ປີ 2021 ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ນໍາໃຊ້ທຸກທ່າແຮງບົ່ມຊ້ອນທີ່ມີ.

  5. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້; ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ, ກວດກາສິນເຊື່ອຂອງບັນດາສະຖາບັນການເງິນໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ.

  6. ສືບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າ, ພ້ອມທັງເອົາໃຈໃສ່ຕິດຕາມຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SMEs ), ຊຸກຍູ້ບັນດາໂຮງງານປຸງແຕ່ງຕ່າງໆໃຫ້ເຄື່ອນໄຫວປົກກະຕິ, ຖືກກົດໝາຍ, ມີປະສິດທິຜົນ ແລະ ການສົ່ງອອກຜະລິດຕະພັນໃຫ້ຫຼາຍຂຶ້ນ ເພື່ອທົດແທນການນໍາເຂົ້າສິນຄ້າ ແລະ ເປັນການສ້າງຖານການຜະລິດໃຫ້ເຂັ້ມແຂງ.

  7. ຮີບຮ້ອນແກ້ໄຂບັນດາອຸປະສັກໃນການຂົນສົ່ງ – ຈໍລະຈອນສິນຄ້າຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຕ່າງໆ ໂດຍຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນຕາມສະພາບຕົວຈິງຂອງແຕ່ລະບ່ອນ ເຮັດແນວໃດບໍ່ໃຫ້ສິນຄ້າອັ່ງອໍ ແລະ ເສຍຄຸນນະພາບ ຍ້ອນອຸປະສັກໃນການຂົນສົ່ງ. ຄຽງຄູ່ກັນນັ້ນ, ກໍຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ – 19 ຢ່າງເດັດຂາດ.

  8. ໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ກະຊວງສາທາລະນະສຸກ ເພີ່ມທະວີການຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ ແລະ ຕິດເຊື້ອພະຍາດໂຄວິດ – 19 ກໍຄືພະຍາດຕາມລະດູການຕ່າງໆ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບຢ່າງເປັນປົກກະຕິ ແລະ ທັນເວລາ.

  9. ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ເພື່ອປະຊາສໍາພັນໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ ທັງກະກຽມຮັບມືໃຫ້ທັນສະພາບການ ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຕ້ານ ແລ້ງ – ຕ້ານຖ້ວມ.

  10. ໃຫ້ບັນດາກະຊວງ – ອົງການ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ປະຕິບັດຄໍາສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ຢ່າງເອົາຈິງເອົາຈັງໃນສະພາບທີ່ລັດຖະບານມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເຊິ່ງຈະເອົາການແກ້ໄຂວິກິດເສດຖະກິດ – ການເງິນເປັນວາລະແຫ່ງຊາດ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ພີ່ນ້ອງປະຊາຊົນ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

  11. ສືບຕໍ່ກະກຽມເນື້ອໃນເອກະສານທີ່ລັດຖະບານຈະໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ຄັ້ງປະຖົມມະລືກທີ່ຈະມາເຖິງໃຫ້ມີເນື້ອໃນຮັດກຸມ ເພື່ອໃຫ້ກອງປະຊຸມພິຈາລະນາຮັບຮອງໄດ້, ບັນດາສະມາຊິກລັດຖະບານເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.

ໃນຕອນທ້າຍກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍພະນັກງານ, ລັດຖະກອນ, ກຳມະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາຄົນຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດທີ່ດຳລົງຊີວິດຢູ່ ສປປ ລາວ ກໍຄືພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດທີ່ໄດ້ສະໜັບສະໜູນ, ເປັນກຳລັງແຮງໃຫ້ລັດຖະບານ ຊຸດທີ VIII ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕະຫຼອດ 5 ປີ ຜ່ານມາ. ພ້ອມກັນນີ້, ສະແດງຄວາມຂອບໃຈຕໍ່ບັນດາປະເທດເພື່ອນມິດ, ປະເທດອາຊຽນ, ບັນດາປະເທດໃນໂລກ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ຮ່ວມມື ແລະ ສະໜັບສະໜູນລັດຖະບານ ຊຸດທີ VIII ຕະຫຼອດມາ.

[ ຂ່າວ: ກົມປະຊາສຳພັນສຳນັກງານນາຍົກລັດຖະມົນຕີ ]