ຮູ້ຈັກຄົນເກີດທາດລົມ ຜູ້ບໍ່ຢຸດນິ້ງຢູ່ບ່ອນເກົ່າ ເວົ້າເກັ່ງ ມີຄວາມເປັນຜູ້ນໍາສູງ

491

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ອາທິດຜ່ານມາ ຜູ້ຂຽນໄດ້ພາທຸກທ່ານໄປຮູ້ຈັກກັບຄົນທາດນໍ້າມາແລ້ວ, ຄໍລໍາທໍານາຍດວງຊະຕາໃນມື້ນີ້ ຂໍພາມາຮູ້ຈັກກັບຄົນເກີດທາດລົມ ຜູ້ເວົ້າເກັ່ງ, ມີມະນຸດສໍາພັນດີ, ບໍ່ມັກຢຸດນິ້ງຢູ່ບ່ອນເກົ່າ ເປັນນັກຄິດ ນັກໃຫ້ຄໍາປຶກສາທີ່ດີ.

ໂດຍຄົນທາດລົມ ແມ່ນຄົນລາສີກຸມ (ຜູ້ທີ່ເກີດລະຫວ່າງວັນທີ 16 ກຸມພາ ຫາ 15 ມີນາ), ລາສີເມຖຸນ (ຜູ້ທີ່ເກີດລະຫວ່າງວັນທີ 16 ມິຖຸນາ ຫາ 15 ກໍລະກົດ) ແລະ ລາສີຕຸນ (ຜູ້ທີ່ເກີດລະຫວ່າງວັນທີ 16 ຕຸລາ ຫາ 15 ພະຈິກ). ຄົນທາດລົມ ເປັນຄົນບໍ່ຢຸດນິ້ງ, ເວົ້າເກັ່ງ ແລະ ເກີດການປ່ຽນແປງຢູ່ສະເໝີ, ເກັ່ງໃນເລື້ອງໃຊ້ສະຕິປັນຍາ, ການໂນ້ມນ້າວຄົນ ມີມະນຸດສໍາພັນທີ່ດີກັບຄົນອ້ອມຂ້າງ ເຂົ້າກັບຄົນໄດ້ງ່າຍ ຕັດສິນໃຈ ແລະ ແກ້ໄຂບັນຫາໄດ້ດີ ເປັນນັກຄິດນັກວາງແຜນທີ່ດີ ມີຄວາມເປັນຜູ້ນໍາສູງ ເຮັດທຸກຢ່າງໄດ້ວ່ອງໄວ ແລະ ແມ້ນຢໍາ ເປັນທີ່ປຶກສາໃຫ້ແກ່ຄົນອື່ນໄດ້ເປັນຢ່າງດີ.

ເປັນຜູ້ທີ່ມີຄວາມຄິດກວ້າງໄກສະເໝີ ຖ້າມຸ່ງໝັ້ນຈະເຮັດຫຍັງມັກຈະສໍາເລັດ ແຕ່ເປັນບາງຄັ້ງເທົ່ານັ້ນ ຄືກັບລົມພັດມາແລ້ວພັດໄປ ເປັນຄົນສົດໃສລ່າເລີງຢູ່ຕະຫຼອດ, ຍອມຮັບຟັງຄໍາຄິດເຫັນຂອງຄົນອື່ນ ແຕ່ກໍ່ບໍ່ໄດ້ໄວ້ວາງໃຈໃຜງ່າຍໆ ໂດຍສະເພາະເລື່ອງຄວາມຮັກ ອາລົມແປປວນງ່າຍ.

ນອກຈາກນີ້ ຄົນທາດລົມ ຍັງເປັນຄົນທີ່ເກັບຄວາມລັບບໍ່ຄ່ອຍຢູ່ ເພາະເປັນຄົນມັກໂອ້ລົມ ບາງເທື່ອອາດຫຼຸດເວົ້າຫຍັງໄປໂດຍບໍ່ທັນໄດ້ຄິດ, ເປັນຄົນທີ່ເບິ່ງຄືເຂົ້າໃຈງ່າຍ ແຕ່ບາງຄັ້ງກັບມີມຸມທີ່ເຂົ້າໃຈຍາກພໍສົມຄວນ ບາງເທື່ອມັກຢູ່ຄົນດຽວ ແຕ່ຖ້າຈະເຮັດຫຍັງຕ້ອງມີຫຸ້ນສ່ວນຈຶ່ງຈະສໍາເລັດ ແລະ ດີກວ່າເຮັດຄົນດຽວ ຕ້ອງມີຄູ່ຄິດ. ຄົນທາດລົມ ຖະໜັດກັບວຽກທີ່ຕ້ອງໃຊ້ສະໝອງ ເປັນທີ່ນັບຖືຂອງຜູ້ຄົນ ຄິດຫາຄວາມຮັ່ງມີເງິນຄໍາບໍ່ຮູ້ຈົບ ບໍ່ຄ່ອຍໃຫ້ອາລົມມາຢູ່ເໜືອເຫດຜົນ ເປັນຈໍາພວກບູຊາຄວາມຮູ້ຫຼາຍກວ່າຄວາມຮັກ.

ແນວໃດກໍ່ຕາມ ຊາວງນີ້ ຢາກໃຫ້ລະວັງບັນຫາສຸຂະພາບ ເນື່ອງຈາກຄົນເກີດທາດລົມເປັນພວກທີ່ໃຊ້ຊີວິດຢ່າງຄຸ້ມຄ່າ ດັ່ງນັ້ນ ບັນຫາສຸຂະພາບທີ່ຄົນທາດນີ້ຄວນລະວັງຄື ໂລກທີ່ກ່ຽວກັບກະເພາະອາຫານ ຫຼື ລະບົບຍ່ອຍອາຫານ, ໂລກຂໍ່ ຫຼື ກະດູກ.

ທີ່ມາ: https://www.facebook.com/share12raseehoroscope/