ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ຂັ້ນສູນກາງລົງເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງເງິນ

310

ວັນທີ 01 ມີນາ 2021 ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ສູນກາງ, ທ່ານ ຮອງ ສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງ ສາທາລະນະສຸກ,ມີທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ຫົວໜ້າຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ຂັ້ນແຂວງ  ພ້ອມດ້ວຍຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ (COVID-19) ຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ລົງມາຕິດຕາມ, ຢຽມຢາມການຈັດຕັ້ງປະຕິບັດການເຝົ້າລະວັງປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ (COVID-19) ຢູ່ເມືອງເງິນ.

ໃຫ້ກຽດຕອນຮັບຢ່າງອົບອຸ່ນ ໂດຍທ່ານ ສີທະນົນໄຊ ທອງເທພາ ຮອງເຈົ້າເມືອງໆເງິນ ຫົວໜ້າຄະນະສະເພາະກິດ ຕ້ານ ແລະ ສະກັດກັ່ນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ 19 ຂັ້ນເມືອງ.


ການລົງມາຕິດຕາມ, ຢຽມຢາມ ໃນຄັ້ງນີ້ ຄະນະສະເພາະກິດຂັ້ນສູນກາງ ໄດ້ລົງຕິດຕາມກວດກາ ສະຖານທີ່ຕົວຈິງຈຸດກັ່ນກອງ,ວັດແທກອຸນະພູມ ຢູ່ດ່ານສາກົນນ້ຳເງິນ, ສະຖານທີ່ຄັດ ແຍກຢູ່ສູນໃຫຍ່ປະຈຳເມືອງ,ສະຖານທີ່ກັກບໍລິເວນ 14 ວັນຢູ່ທີ່ໂຮງໝໍຫຼັງເກົ່າ , ສະຖານທີ່ ເກັບຕົວຢ່າງ, ແລະສະຖານທີ່ ແຍກປ່ຽວ ຢູ່ໂຮງໝໍຊຸມຊົນ ເມືອງເງິນ.


ເມືອງເງິນ ເປັນເມືອງທາງຜ່ານ ແລະ ມີດ່ານສາກົນນ້ຳເງິນຕັ້ງຢູ່ ເຊິ່ງເປັນສິ່ງທ້າທາຍ ແລະ ມີຄວາມສ່ຽງຫລາຍ. ດັ່ງນັ້ນ ທາງໜ່ວຍສະເພາະກິດຂັ້ນເມືອງ ໄດ້ສົມທົບກັບຫ້ອງການສາທາລະນະສຸກ ແລະ ດ່ານສາກົນນ້ຳເງິນ ເອົາໃຈໃສ່ໃນການຕິດຕາມເຝົ້າລະວັງຢ່າງໃກ້ສິດ,ຕັ້ງຈຸດກັ່ນກອງ,ວັດແທກອຸນະພູມ ຢູ່ດ່ານສາກົນນ້ຳເງິນ,ໂດຍສະເພາະແມ່ນແຮງງານຊາວລາວທີກັບມາຈາກປະເທດເພື່ອນບ້ານ ທີ່ຜ່ານດ່ານສາກົນນ້ຳເງິນ ພ້ອມທັງລາຍງານການຈັດຕັ້ງປະຕິບັດກ່ຽວກັບມາດຕະການຕ່າງໆ ໃນໄລຍະ.

ໂດຍ: ອິນແປງ ແຫວນຄຳ.