ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງຊຽງຂວາງຜູ້ເກົ່າ ແລະ ຜູ້ໃໝ່

268

ພິທີມອບ-ຮັບໜ້າທີ່ລະຫ່ວາງ ຫົວໜ້າຫ້ອງວ່າການແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່ ມີຂຶ້ນໃນວັນທີ1ມີນາ2021 ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ຫົວໜ້າ ຮອງຫົວໜ້າພະແນກການ ອົງການແຂວງ ແລະ ເມືອງເຂົ້າຮ່ວມ.


ໃນພິທີທ່ານນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບເລກທີ292/ຄລສພ ລົງວັນທີ18ທັນວາ2020 ວ່າດ້ວຍການອະນຸມັດໃຫຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ຕົກລົງໃຫ້ ທ່ານ ຄຳພູ ຈັນທະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ອອກພັກການ-ຮັບອຸດໜູນບຳນານໃນງວດ1ປີ2021.


ຂໍ້ຕົກລົງສະບັບເລກທີ88/ຈຂ.ຊຂ ລົງວັນທີ1ກຸມພາ2021 ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງວ່າການແຂວງຊຽງຂວາງ ຕົກລົງແຕ່ງຕັ້ງທ່ານ ສົມພອນ ສີອາໄພ ກຳມະການພັກແຂວງ ເປັນຫົວໜ້າຫ້ອງວ່າການແຂວງ.


ຈາກນັ້ນທັງສອງທ່ານກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ໂດຍຊ່ອງໜ້າການນຳແຂວງ.


ໂອກາດນີ້ ທ່ານ ໜໍບີ ຫາຕົ່ງປາວ ໄດ້ມີຄຳຄິດເຫັນ ຂໍໃຫ້ຜູ້ທີ່ພັກການ-ອອກຮັບອຸດໜຸນບຳນານ ຈົ່ງຮັກສາສຸຂະພາບ, ສ້າງສາເສດຖະກິດຄອບຄົວ, ເປັນທີ່ປຶກສາໃຫ້ຜູ້ໃໝ່ໃນການຊີ້ນຳ-ນຳພາວຽກງານຫ້ອງວ່າການ, ໃຫ້ພະນັກງານ ຄະນະພັກຮາກຖານຫ້ອງວ່າການ ຈົ່ງໃຫ້ການຮ່ວມມື, ປຶກສາຫາລື ເພື່ອຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດ.

ຂ່າວ: ບຸນມີ ແສງທຸມມີ