Monthly Archives: January, 2021

ບົດຮຽນຂອງຄົນເກັ່ງ ຈົບອັກສອນສາດ ໃບປະກາດແດງ ມຊ

ເວົ້າເຖິງການຮຽນໃຜໆກໍຢາກຮຽນເກັ່ງ ແຕ່ເສັ້ນທາງສູ່ເປົ້າໝາຍການເປັນນັກຮຽນເກັ່ງກໍມີຫຼາຍສິ່ງກ່ຽວຂ້ອງ ເໝືອນເປັນບົດທົດສອບແຫ່ງຄວາມສໍາເລັດ ແລະ ແນ່ນອນຄວາມກ່ຽວພັນອັນທໍາອິດທີ່ໃຜໆລ້ວນຮູ້ດີນັ້ນກໍຄື: ພອນສະຫວັນ (ເກັ່ງໂດຍກໍາເນີດ) ແລະ ພອນສະແຫວງ (ເກັ່ງໄດ້ເພາະຄວາມພະຍາຍາມ). ຜ່ານມາຫຼາຍໆຄົນກໍບອກວ່າ: ວິທີການຮຽນ ແລະ ການບໍລິຫານເວລາ ມີຄວາມສໍາຄັນຫຼາຍ ຕໍ່ການຮຽນຮູ້ ແລະ ການພັດທະນາຕົນເອງ ທັງເປັນແມ່ແບບສົ່ງຜົນເຖິງການດໍາລົງຊີວິດ ກໍຄືການປະກອບອາຊີບໃນອະນາຄົດ. ແນວໃດກໍຕາມມື້ນີ້ເຮົາມາທໍາຄວາມຮູ້ຈັກ ແລະ ເບິ່ງບົດຮຽນຂອງຍິງສາວນັກສຶກສາຄົນນີ້ກັນດີກວ່າ ເຂົາມີແບບແຜນ ຫຼື...

ພະແນກ ອຄ ແຂວງສະຫວັນນະເຂດມອບໃບຍ້ອງຍໍ ໃຫ້ບໍລິສັດທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຂົນສົ່ງ

ໃນຕອນເຊົ້າຂອງວັນທີ 24 ທັນວາ 2020 ນີ້, ພະແນກອຸດສາຫະກໍາ ແລະການຄ້າ ແຂວງ (ອຄ) ສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍໃຫ້ບໍລິສັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຂົນສົ່ງພາຍໃນ ແລະຕ່າງປະເທດ ໂດຍການເຂົ້າຮ່ວມຂອງທ່ານ ໂພສີສ້ອຍ ກຸທິລາດ ກໍາມະການພັກແຂວງ ຫົວໜ້າພະແນກ ອຄ ແຂວງ, ມີບັນ ດາຕົວແທນຈາກບໍລິສັດທີ່ໄດ້ຮັບການຍ້ອງຍໍ ແລະພະນັກງານພາຍໃນພະແນກດັ່ງກ່າວເຂົ້າຮ່ວມ. ໂອກາດນີ້, ທ່ານ...

ແຂວງໄຊສົມບູນ ປຶກສາຫາລືກ່ຽວກັບການກໍານົດທີ່ດິນເຂດອຸດສາຫະກໍາ

ໃນຕອນເຊົ້າຂອງວັນທີ 29 ທັນວາຜ່ານມາ ແຂວງໄຊສົມບູນ ໄດ້ເປີດກອງປະຊຸມປຶກສາຫາລື ກ່ຽວກັບການກໍານົດທີ່ດິນເຂດອຸດສາຫະກໍາ ຢູ່ 2 ເມືອງ ຄື: ເມືອງທ່າໂທມ ແລະ ເມືອງລ້ອງແຈ້ງ ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໂດຍການເປັນປະທານ ຂອງທ່ານ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊສົມບູນ. ທ່ານ ທອງດໍາ ຂຸນອຸດົມ...

ຄະນະຄຸ້ມຄອງ ແລະ ສົ່ງເສີມວັດທະນະທໍາເຜົ່າໄຕ໋ດໍາແຂວງຫຼວງນໍ້າທາສະຫຼູບວຽກງານປີ 2020-2021

ວັນທີ 26 ທັນວາ 2020ນີ້ຢູ່ທີ່ຮ້ານນັດພົບໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2020 ວາງແຜນປີ 2021 ຂອງຄະນະຄຸ້ມຄອງ ແລະ ສົ່ງເສີມວັດທະນະທໍາເຜົ່າໄຕ໋ດໍາແຂວງຫຼວງນໍ້າທາ ໂດຍການເປັນປະທານ ທ່ານ ອາລຸນ ລໍຄຳໂຫຼຍ ປະທານຄະນະເຜົ່າໄຕ໋ດຳ, ເຂົ້າຮ່ວມມີທ່ານ ຄຳໄຫຼ ສີປະເສີດ ເລຂາພັກແຂວງ ເຈົ້າແຂວງໆຫຼວງນ້ຳທາ,ມີປະທານເຜົ່າພາຍໃນແຂວງເຂົ້າຮ່ວມ. ທ່ານ ບຸນຮ່ວມ ຫຼ້າດວງສີ ຮອງປະທານຄະນະເຜົ່າໄຕ໋ດຳໃຫ້ຮູ້ວ່າ:ໃນໜຶ່ງປີຜ່ານມາຄະນະເຜົ່າແຕ່ລະຂັ້ນໄດ້ເອົາໃຈໃສ່ຊຸກຍູ້ນຳພາການເມືອງແນວຄິດຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວເມືອງເຮັດໃຫ້ປະຊາຊົນຢູ່ແຕ່ລະເມືອງແຕ່ລະບ້ານມີຄວາມສະຫງົບອຸ່ນອ່ຽນເປັນເຈົ້າການໃນການປະຕິບັດລະບຽບກົດໝາຍບ້ານເມືອງໄດ້ດີ, ເປັນເຈົ້າການໃນການທໍາມາຫາກິນແບບຊື່ສັດສຸດຈະລິດມີການແຂ່ງຂັນກັນຜະລິດເປັນສິນຄ້ານັບມື້ຫຼາຍຂຶ້ນ. ທົ່ວແຂວງຫຼວງນໍ້າທາມີເຜົ່າໄຕ໋ດຳ...

ເມືອງເຊບັ້ງໄຟປະເມີນຜົນໃນການຈັດຕັ້ງປະຕິບັດ ໂຄງການທົດລອງການຮັບຮູ້ສິດນຳໃຊ້ທີ່ດິນ

ເມື່ອບໍ່ດົນມານີ້ ຢູ່ສະໂມສອນ ບ້ານ ຖໍ້າລາຍ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເຊບັ້ງໄຟ ໄດ້ເປີດກອງປະຊຸມເຄື່ອນໄຫວ ປະເມີນຜົນໃນການຈັດຕັ້ງປະຕິບັດ ໂຄງການທົດລອງການຮັບຮູ້ ສິດນຳໃຊ້ທີ່ດິນ ຕາມປະເພດດິນຂອງປະຊາຊົນ ທີ່ອາໄສຢູ່ໃນເຂດ 3 ປະເພດປ່າ ເມືອງ ເຊບັ້ງໄຟ ຄື : ບ້ານກົກຕ້ອງ ແລະ ບ້ານ...

ສໍາເລັດການວາງລາງລົດໄຟ ແຕ່ນະຄອນຫຼວງ ວຽງຈັນ-ຫຼວງພະບາງ ຍາວ 240 ກິໂລແມັດ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສາມາດວາງລາງລົດໄຟ ແຕ່ນະຄອນຫຼວງວຽງຈັນຮອດຫຼວງພະບາງຢ່າງສໍາເລັດຜົນ ລວມຄວາມຍາວ 240 ກິໂລແມັດ ເຊິ່ງກວມເອົາ 57% ຂອງຄວາມຍາວທັງໝົດ ເຊິ່ງຄາດວ່າການວາງລາງທັງໝົດ ຈະໃຫ້ສຳເລັດໃນເດືອນພຶດສະພາປີ 2021 ຕາມຂ່າວຈາກ CRI ໃຫ້ຮູ້ວ່າ: ໃນວັນທີ 29 ທັນວານີ້ ທີ່ນະຄອນຫຼວງພະບາງໄດ້ມີພິທີສະເຫຼີມສະຫຼອງຜົນການວາງລາງລົດໄຟແຕ່ນະຄອນຫຼວງວຽງຈັນ-ຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ສຸກັນ ບຸນຍົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ...

11 ເດືອນ ແຂວງ ຫົວພັນເກັບລາຍຮັບ ເຂົ້າງົບປະມານໄດ້ພຽງ 67% ຂອງແຜນ

ປີ 2020 ແຜນເກັບລາຍຮັບ ທົ່ວແຂວງຫົວພັນມີ 118,5 ຕື້ ກວ່າກີບ, ຜ່ານການຈັດຕັ້ງປະຕິບັດມາຮອດ 11 ເດືອນ ເກັບລາຍຮັບໄດ້ ທັງໝົດ 80,4ຕື້ກວ່າກີບ ເທົ່າກັບ 67,81% ຂອງແຜນດັດແກ້. ທ່ານ ຫົງທອງ ຈັນທາຈິດ ຫົວໜ້າພະແນກການເງິນແຂວງຫົວພັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງຫົວພັນ...

ແຕ່ງຕັ້ງທ່ານ ລັດຕະນະໄຊ ຄໍາສີດາ ເປັນຫົວໜ້າພະແນກການຕ່າງປະເທດແຂວງຫຼວງພະບາງ

ວັນທີ 28 ທັນວາຜ່ານມາ ທີ່ພະແນກການຕ່າງປະເທດ ແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າພະແນກການຕ່າງປະເທດແຂວງຫລວງພະບາງ ໂດຍການເຂົ້າຮ່ວມຂອງ ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ,​ ມີຄະນະຈັດຕັ້ງແຂວງ,​ ແຂກຮັບເຊີນ ພ້ອມດ້ວຍຂະແໜງການ ແລະ ພະນັກງານພາຍໃນພະແນກເຂົ້າຮ່ວມ. ໃນພິທີ​ ທ່ານ ສູນທອນ ປັນນະວົງສາ ຫົວໜ້າພະແນກການຕ່າງປະເທດ ຜູ້ເກົ່າ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນໍາ-ນໍາພາວຽກງານຮອບດ້ານຂອງພະແນກການຕ່າງປະເທດແຂວງຫລວງພະບາງ ໃນໄລຍະ...

ກຽມລົງມືກໍ່ສ້າງລະບົບນໍ້າປະປາ ເມືອງວຽງຄຳ ແຂວງຫຼວງພະບາງ

ພິທີເຊັນສັນຍາ ຢ່າງເປັນທາງການຂອງໂຄງການກໍ່ສ້າງ ລະບົບນໍ້າປະປາ ແລະ ສຸຂາພິບານ ເມືອງວຽງຄຳ ແຂວງຫຼວງພະບາງ, ໄດ້ຈັດຂຶ້ນໃນວັນທີ 30 ທັນວາ 2020 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ, ມີຫົວໜ້າກົມນໍ້າປະປາ, ທ່ານ ຫົວໜ້າພະແນກ ຍທຂ ແຂວງຫຼວງພະບາງ,...

ພະ​ຍາ​ກອນ​ອາ​ກາດ​ປະ​ຈຳ​ວັນ​ທີ 02 ມັງ​ກອນ 2021 ອາກາດຍັງສືບຕໍ່ໜາວເຢັນ

ພະ​ຍາ​ກອນ​ອາ​ກາດ​ປະ​ຈຳ​ວັນ​ທີ 02 ມັງ​ກອນ 2021 ຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດລາຍງານວ່າ: ມວນອາກາດໜາວເຢັນຈາກປະເທດຈີນຍັງມີກຳລັງແຮງເພີ່ມຂຶ້ນສຶບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ. ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດໜາວເຢັນໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫຼາຍ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກເໜືອ, ພາກກາງ ແລະ...
- Advertisment -
Slide
Slide

Most Read

error: Content is protected !!