ຄະນະຄຸ້ມຄອງ ແລະ ສົ່ງເສີມວັດທະນະທໍາເຜົ່າໄຕ໋ດໍາແຂວງຫຼວງນໍ້າທາສະຫຼູບວຽກງານປີ 2020-2021

126

ວັນທີ 26 ທັນວາ 2020ນີ້ຢູ່ທີ່ຮ້ານນັດພົບໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2020 ວາງແຜນປີ 2021 ຂອງຄະນະຄຸ້ມຄອງ ແລະ ສົ່ງເສີມວັດທະນະທໍາເຜົ່າໄຕ໋ດໍາແຂວງຫຼວງນໍ້າທາ ໂດຍການເປັນປະທານ ທ່ານ ອາລຸນ ລໍຄຳໂຫຼຍ ປະທານຄະນະເຜົ່າໄຕ໋ດຳ, ເຂົ້າຮ່ວມມີທ່ານ ຄຳໄຫຼ ສີປະເສີດ ເລຂາພັກແຂວງ ເຈົ້າແຂວງໆຫຼວງນ້ຳທາ,ມີປະທານເຜົ່າພາຍໃນແຂວງເຂົ້າຮ່ວມ.

ທ່ານ ບຸນຮ່ວມ ຫຼ້າດວງສີ ຮອງປະທານຄະນະເຜົ່າໄຕ໋ດຳໃຫ້ຮູ້ວ່າ:ໃນໜຶ່ງປີຜ່ານມາຄະນະເຜົ່າແຕ່ລະຂັ້ນໄດ້ເອົາໃຈໃສ່ຊຸກຍູ້ນຳພາການເມືອງແນວຄິດຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວເມືອງເຮັດໃຫ້ປະຊາຊົນຢູ່ແຕ່ລະເມືອງແຕ່ລະບ້ານມີຄວາມສະຫງົບອຸ່ນອ່ຽນເປັນເຈົ້າການໃນການປະຕິບັດລະບຽບກົດໝາຍບ້ານເມືອງໄດ້ດີ, ເປັນເຈົ້າການໃນການທໍາມາຫາກິນແບບຊື່ສັດສຸດຈະລິດມີການແຂ່ງຂັນກັນຜະລິດເປັນສິນຄ້ານັບມື້ຫຼາຍຂຶ້ນ.

ในภาพอาจจะมี 1 คน

ທົ່ວແຂວງຫຼວງນໍ້າທາມີເຜົ່າໄຕ໋ດຳ 17 ບ້ານ ມີ 2.638 ຫຼັງຄາເຮືອນ ມີ 3.494 ຄອບຄົວ ມີພົນລະເມືອງທັງໝົດ 14.150 ຄົນ ຍິງ 6.860 ຄົນ.

ເຜົ່າໄຕ໋ດໍາເປັນເຜົ່າໜຶ່ງທີ່ຈັດຢູ່ໃນກຸ່ມພາສາລາວໄຕ໋,ມັກຕັ້ງຖິ່ນຖານຢູ່ຕາມທົ່ງພຽງລຽບຕາມສາຍນໍ້າ,ເຮືອນຢູ່ອາໄສເປັນເຮືອນຮ້ານ,ມີກວ້າຍມີຊານ,ດ້ານວັດທະນະທຳຜູ້ຍິງນຸ່ງສິ້ນໝີ່,ເສື້ອຕິໝາກມ້າມ,ໝາກແປ່ມ,ຜູ້ສາວທີ່ບໍ່ທັນແຕ່ງງານແມ່ນເກົ້າຜົມໄວ້ທາງງ່ອນດົ້ນ,ຜູ້ຍິງທີ່ແຕ່ງງານແລ້ວແມ່ນເກົ້າຜົມຕັ້ງຫງ່ຽງເທິງຫົວເບື້ອງຊ້າຍ,ປົກຫົວດ້ວຍຜ້າປຽວມີຄິດລາຍ,ຜູ້ຊາຍມັກນຸ່ງສົ້ງ ແລະ ເສື້ອສີດຳ;ສົ້ງຜູ້ຊາຍຕີນຂາສົ້ງກວ້າງບໍ່ມີຖົງທາງຂ້າງ,ທາງຫຼັງ,ເສື້ອເປັນເສື້ອຄໍຕັ້ງ,ຄໍມົນສ່ວນຫຼາຍ.

ในภาพอาจจะมี 1 คน, กำลังนั่ง

ດ້ານສິລະປະວັນນະຄະດີມີຂັບ,ມີແຊ,ມີຟ້ອນ,ເຄື່ອງດົນຕີມີ ກົງ,ມີແສ່ງ,ຄ້ອງ,ປີ່,ທັງບັ້ງ;ການກິລາມີໝາກຂ່າງ,ລາກຫວາຍ,ຍົກໝາກຄອນ,ຕໍ່ແລ້,ຂີ່ໄມ້ຈໍ້ແຈ່,ເຕັ້ນແຊກັບ,ຫຼິ້ນງູກິນຂຽດ,ອ່ຽນກິນຫາງ. ການຜະລິດຕົ້ນຕໍແມ່ນເຮັດນາປູກເຂົ້າ,ອາຊີບເສີມແມ່ນຫັດຖະກຳຈັກສານ,ຕໍ່າຫູກທໍໄໝ,ປູກມອນລ້ຽງມ້ອນ,ລ້ຽງສັດປະເພດງົວ,ຄວາຍ,ໝູ,ໝາ,ເປັດໄກ່ ແລະ ປູກໄມ້ໃຫ້ໝາກ.

[ ຂ່າວ: ກິ່ນນາລົມ ]