11 ເດືອນ ແຂວງ ຫົວພັນເກັບລາຍຮັບ ເຂົ້າງົບປະມານໄດ້ພຽງ 67% ຂອງແຜນ

99

ປີ 2020 ແຜນເກັບລາຍຮັບ ທົ່ວແຂວງຫົວພັນມີ 118,5 ຕື້ ກວ່າກີບ, ຜ່ານການຈັດຕັ້ງປະຕິບັດມາຮອດ 11 ເດືອນ ເກັບລາຍຮັບໄດ້ ທັງໝົດ 80,4ຕື້ກວ່າກີບ ເທົ່າກັບ 67,81% ຂອງແຜນດັດແກ້.

ທ່ານ ຫົງທອງ ຈັນທາຈິດ ຫົວໜ້າພະແນກການເງິນແຂວງຫົວພັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງຫົວພັນ ຊຸດທີ I ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2020 ແມ່ນເປັນປີມ້ວນທ້າຍຂອງແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ VIII (2016-2020) ເຊິ່ງເປັນແຜນສູ້ຊົນສູງສຸດ ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2020 ແມ່ນໄດ້ດຳເນີນໄປໃນເງື່ອນໄຂ ທີ່ສະພາບເສດຖະກິດທົ່ວປະເທດ ພົບ ຄວາມຫຍຸ້ງຍາກ ແລະ ຍັງມີບັນຫາຫຼາຍດ້ານ ທີ່ບໍ່ເອື້ອອຳນວຍຄວາມສະດວກ ໃນການຈັດຕັ້ງປະຕິບັດເກັບລາຍຮັບ ມອບເຂົ້າງົບປະມານຂອງລັດ ເປັນຕົ້ນຜົນກະທົບໂດຍກົງ ຈາກການລະບາດຂອງພະຍາດໂຄ ວິດ-19 ເຮັດໃຫ້ລັດຖະບານ ມີການສັ່ງປິດດ່ານປະເພນີ, ດ່ານທ້ອງຖິ່ນ ກະທົບຕໍ່ການນຳເຂົ້າ-ສົ່ງອອກ ຢູ່ດ່ານຊາຍແດນຫຼຸດລົງ.

ໃນປີ 2020 ນີ້ ແຜນເກັບລາຍຮັບມອບເຂົ້າງົບປະມານທັງໝົດທົ່ວແຂວງ 118,5 ຕື້ກວ່າກີບ ຫຼື ເທົ່າກັບ 3,59% ຂອງ GDP (GDP ປີ 2020 ເທົ່າກັບ 3.302,26 ຕື້ກີບ) ໃນນັ້ນ 11 ເດືອນເກັບລາຍຮັບ ໄດ້ທັງໝົດ 80,4 ຕື້ກວ່າກີບ ເທົ່າກັບ 67,81% ຂອງແຜນດັດແກ້. ສະເພາະລາຍຮັບພູດສູນກາງ ແຜນການ ທັງໝົດ 34,4 ຕື້ກວ່າກີບ ປະຕິບັດໄດ້25,8ຕື້ກວ່າກີບ ເທົ່າກັບ 75,34% ຂອງແຜນດັດແກ້; ລາຍຮັບພູດ ຂອງແຂວງ ແຜນການທັງໝົດ 84,3 ລ້ານກີບ ປະຕິບັດໄດ້ 54,5 ຕື້ກວ່າກີບ ເທົ່າກັບ 64,75% ຂອງແຜນດັດແກ້.

ດ້ານລາຍຈ່າຍ ປະຕິບັດໄດ້ຈໍານວນ 391,9ຕື້ກວ່າກີບ ເທົ່າກັບ 65,71% ຂອງແຜນດັດແກ້, ລາຍຈ່າຍ ໄດ້ແບ່ງອອກເປັນ 2 ພາກຄື: ລາຍຈ່າຍບໍລິຫານປົກກະຕິ 338,5ຕື້ກວ່າກີບ, ເທົ່າກັບ 75,11% ຂອງແຜນດັດແກ້; ລາຍຈ່າຍລົງທຶນຂອງລັດ ຈຳນວນ 53,3 ຕື້ກວ່າກີບ ເທົ່າກັບ 36,62% ຂອງແຜນດັດແກ້.

ຂ້ໍມູນ-ພາບ: ກະຊວງການເງິນ