ແຕ່ງຕັ້ງທ່ານ ລັດຕະນະໄຊ ຄໍາສີດາ ເປັນຫົວໜ້າພະແນກການຕ່າງປະເທດແຂວງຫຼວງພະບາງ

271

ວັນທີ 28 ທັນວາຜ່ານມາ ທີ່ພະແນກການຕ່າງປະເທດ ແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າພະແນກການຕ່າງປະເທດແຂວງຫລວງພະບາງ ໂດຍການເຂົ້າຮ່ວມຂອງ ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ,​ ມີຄະນະຈັດຕັ້ງແຂວງ,​ ແຂກຮັບເຊີນ ພ້ອມດ້ວຍຂະແໜງການ ແລະ ພະນັກງານພາຍໃນພະແນກເຂົ້າຮ່ວມ.


ໃນພິທີ​ ທ່ານ ສູນທອນ ປັນນະວົງສາ ຫົວໜ້າພະແນກການຕ່າງປະເທດ ຜູ້ເກົ່າ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນໍາ-ນໍາພາວຽກງານຮອບດ້ານຂອງພະແນກການຕ່າງປະເທດແຂວງຫລວງພະບາງ ໃນໄລຍະ 5 ປີຜ່ານມາ. ຈາກນັ້ນ ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ເລກທີ 161/ຈຂ-ຫຼບ ລົງວັນທີ 17 ກັນຍາ 2020 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການຮັບອຸດໜູນ ບຳນານ ໂດຍອະນຸມັດໃຫ້ ທ່ານ ສູນທອນ ປັນນະວົງສາ ຫົວໜ້າພະແນກການຕ່າງປະເທດ ຮັບອຸດໜູບຳນານ,​ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ເລກທີ 200/ຈຂ-ຫຼບ ລົງວັນທີ 21 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ລັດຕະນະໄຊ ຄໍາສີດາ ເປັນຫົວໜ້າພະແນກການຕ່າງປະເທດ ແຂວງຫຼວງພະບາງ​ ຜູ້ໃໝ່.

ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 191/ຈຂ.ຫຼບ ລົງວັນທີ 18 ທັນວາ 2020 ວ່າດ້ວຍການຍົກຍ້າຍ​ ທ່ານ ເພັງ ຄໍາມະວົງ ຮອງຫົວໜ້າພະແນກການຕ່າງປະເທດແຂວງຫຼວງພະບາງ ໄປປະຈໍາການຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ.​ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ພະນັກງານ-ລັດຖະກອນຂັ້ນການນໍາ ຂັ້ນແຂວງສອງສະບັບດັ່ງກ່າວແມ່ນ ອີງຕາມມະຕິຂອງກອງປະຊຸມສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ I ທີ່ໄດ້ຈັດຂື້ນລະຫວ່າງວັນທີ 16-19 ທັນວາ 2020 ຜ່ານມາ ເຊິ່ງໄດ້ເປັນເອກະສັນຮັບຮອງ ເອົາອົງປະກອບກົງຈັກການຈັດຕັ້ງຂັ້ນແຂວງທັງໝົດ 23 ທ່ານ ເຂົ້າປະຈໍາການຢູ່ບັນດາພະແນກການ ແລະ ອົງການຕ່າງໆພາຍໃນແຂວງຫຼວງພະບາງ.


ໂອກາດດັ່ງກ່າວນີ້ ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ກໍໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ຍົກໃຫ້ເຫັນການແຕ່ງຕັ້ງ ແລະ ຍົກຍ້າຍບ່ອນປະຈໍາການຂອງພະນັກງານ-ລັດຖະກອນ ເປັນວຽກປົກກະຕິ ແລະ ເປັນນະໂຍບາຍຂອງພັກ-ລັດ ເພື່ອປັບປຸງກົງຈັກການຈັດຕັ້ງ ໃຫ້ສອດຄ່ອງກັບນະໂຍບາຍຂອງພັກ-ລັດ ໃນຍຸກໃໝ່,ພ້ອມນີ້ທ່ານ ກໍໄດ້ເນັ້ນໃຫ້ຜູ້ທີໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງສຸມບົດບາດການນໍາພາ ແລະສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີການເມືອງ,ເປັນແບບຢ່າງນໍາໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດ ໃຫ້ໜັກແໜ້ນເຂັ້ມແຂງ,ສ້າງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ,ເປັນເອກະພາບກັນໃນການປະຕິບັດວຽກງານຢ່າງມີຜົນສໍາເລັດ,ປະສານສົມທົບກັບອະດິດການນໍາຂອງພະແນກ ໃນການປັບປຸງແບບແຜນນຳພາແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບສະພາບຕົວຈິງ.

ຂ່າວ: ເພັດສາຄອນ ສິມມະວົງ